ສະ​ພາ​ການ​ຄ້າ​ສາ​ກົນ​ຈີນ​ຈະ​ສາ​ມັກ​ຄີ​ກັນ​ເພື່ອ​ຕອບ​ໂຕ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ແລະ​ການ​ລົງ​ທຶນ​ຕໍ່​ຈີນ​ຂອງ​ອາ​ເມ​ລິ​ກາ
2018-04-07 17:13:15  cri 
ໂດຍ​ແນ​ໃສ່​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ຮຽກ​ຮ້ອງ​ໃຫ້​ຫ້ອງ​ການ​ຕົວ​ແທນ​ການ​ຄ້າ​ອາ​ເມ​ລິ​ກາ​ຄົ້ນ​ຄວ້າ​ວ່າ​ຈະ​ຂຶ້ນ​ອັດ​ຕາ​ພາ​ສີ​ຕື່ມ​ຕໍ່​ສິນ​ຄ້າ​ທີ່​ມີ​ມູນ​ຄ່າ 100 ຕື້​ໂດ​ລາ​ສະ​ຫະ​ລັດ​ທີ່ນຳ​ເຂົ້າ​ຈາ​ກ​ຈີນ​ນັ້ນຫຼື​ບໍ່, ວັນ​ທີ 6 ເມ​ສາ​ນີ້, ສະ​ພາ​ການ​ຄ້າ​ສາ​ກົນ​ຈີນ​ໄດ້​ອອ​ກ​ຖະ​ແຫຼງ​ການ​ໂດຍ​ຂຽນ​ວ່າ, ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ກິ​ລິ​ຍາ​ວ່າ​ຈາ​ທີ່​ຂາດ​ສະ​ຕິ​ສຳ​ປະ​ຊັນ​ຍະ​ແບບ​ນີ້ ແລະ ທວງ​ໃຫ້​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ຢ່າ​ເດີນ​ຕາມ​ເສັ້ນ​ທາງ​ທີ່​ຜິດ​ພາດ​ຕໍ່​ໄປ.

ຖະ​ແຫຼງ​ການ​ຂຽນ​ວ່າ, ສະ​ພາ​ການ​ຄ້າ​ສາ​ກົນ​ຈີນ​ໄດ້ຄົ້ນ​ຄວ້າ ແລະ ວິ​ໄຈ​ຕໍ່​ການກວດ​ກາ 301 ແລະ ບົດ​ລາຍ​ງານ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ຢ່າງ​ລະ​ອຽດ ໂດຍ​ໄດ້​ເຫັນ​ເຖິງ​ການກວດ​ກາ ແລະ ບົດ​ລາຍ​ງານ​ມີ​ຫຼາຍບັນ​ຫາ​ທາງ​ກົດ​ໝາຍ ເຊັ່ນ: ໄດ້​ຕັ້ງ​ຜົນ​ການກວດ​ກາ​ຢູ່​ກ່ອນ​ການກວດ​ກາ, ຂາດຫຼັກ​ຖານ​ຕົວ​ຈິງ, ໃຊ້​ສອງ​ມາດ​ຖານ ເຫຼົ່າ​ນີ້​ເປັນ​ຕົ້ນ. ລັດ​ຖະ​ບານ​ຈີນ​ໄດ້​ກ່າວ​ຟ້ອງ​ການກວດ​ກາ 232 ແລະ ການກວດ​ກາ 301 ຂອງ​ອາ​ເມ​ລິ​ກາ​ຕໍ່​ອົງ​ການ​ການ​ຄ້າ​ໂລກ​ແລ້ວ, ພວກ​ເຮົາ​ໄດ້​ສະ​ໜັບ​ສະ​ໜູນ​ເລື່ອງ​ນີ້​ຢ່າງ​ເດັດ​ຂາດ. ຜົນ​ການກວດ​ກາ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ແຕ່​ອາ​ເມ​ລິ​ກາ​ປະ​ກາດ​ກຽມ​ຂຶ້ນ​ອັດ​ຕາ​ພາ​ສີ​ຕື່ມ​ຕໍ່​ສິນ​ຄ້າ​ທີ່​ມີ​ມູນ​ຄ່າ 50 ຕື້​ໂດ​ລາ​ສະ​ຫະ​ລັດ​ຕໍ່​ຈີນ​ມາ​ນີ້, ວິ​ສາ​ຫະ​ກິດ​ຈີນ​ ແລະ ອາ​ເມ​ລິ​ກາ​​ໄດ້ປະ​ສົບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຂຶ້ນ​ໃນ​ການ​ປະ​ຕິ​ບັດ​ສັນ​ຍາ ແລະ ມີ​ຄວາມ​ສ່ຽງ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ສັນ​ຍາ​ບໍ່​ໄດ້ ໃນ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ, ອາ​ເມ​ລິ​ກາ​ໄດ້​ລົບ​ກວນ​ລະ​ບຽບ​ການ​ການ​ຄ້າ​ສາ​ກົນ​ປົກ​ກະ​ຕິ​ຢ່າງ​ຮ້າຍ​ແຮງ ແລະ ນຳ​ເອົາ​ຄວາມ​ເສຍ​ຫາຍ​ທີ່​ຄາດ​ຄິດ​ບໍ່​ໄດ້​ຕໍ່​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ສອງ​ປະ​ເທດ.

ຖະ​ແຫຼງ​ການ​ຂຽນ​ຕື່ມ​ວ່າ, ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ເຄີຍ​ພາ​ໃຫ້​ເກີດໄພ​ພິ​ບັດ​ໜັກ​ໜ່ວງ​​ໃນ​ປະ​ຫວັດ​ສາດ, ຂອບ​ການ​ຄ້າຫຼາຍ​ຝ່າຍ​ທີ່​ໝັ້ນ​ຄົງ​ໄດ້​ມາ​ບໍ່​ງ່າຍ, ສະ​ນັ້ນ, ທຸກສະ​ມາ​ຊິກອົງ​ການ​ການ​ຄ້າ​ໂລກ​​ລ້ວນ​ແຕ່​ຄວນ​ຖະ​ໜຸ​ຖະ​ໜອມ ແລະ ປົກ​ປັກ​ຮັກ​ສາ​ຂອບ​ການ​ຄ້າຫຼາຍ​ຝ່າຍ. ພວກ​ເຮົາ​ຮຽກ​ຮ້ອງ​ໃຫ້​ວົງ​ການ​ອຸດ​ສາ​ຫະ​ກຳ​ສາ​ກົນ ເຊິ່ງ​ລວມ​ທັງ​ວົງ​ການ​ອຸ​ດ​ສາ​ຫະ​ກຳ​ອາ​ເມ​ລິ​ກາ ໃຊ້​ມາດ​ຕະ​ການ​ບັງ​ເກີດ​ຜົນ​ຢ່າງ​ທັນ​ການ, ທວງ​ໃຫ້​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ຮູ້​ກັບ​ຕ່າວ​ຄືນ, ຮ່ວມ​ກັນ​ປົກ​ປ້ອງ​ຂອບ​ການ​ຄ້າຫຼາຍ​ຝ່າຍ, ຊຸກ​ຍູ້​ໃຫ້​ການ​ຄ້າ​ທົ່ວ​ໂລກ​ມີ​ເສ​ລີ​ພາບ ແລະ ມີ​ຄວາມ​ສະ​ດວກ ແລະ ປົກ​ປັກ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ທຸ​ລະ​ກິດ​ການ​ຄ້າ​ສາ​ກົນ​ທີ່​ຍຸດ​ຕິ​ທຳ ແລະ ເປັນ​ທຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ