ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ​ມີ​ຜົນ​ຄາ​ດໝາຍ​ທີ່​ດີ​
2018-04-08 16:35:24  cri 

ແຫຼ່ງຂ່າວ​ຈາກ​ອົງການ​ສະຖິຕິ​ແຫ່ງ​ຊາດ​ຈີນ ​ໃຫ້​ຮູ້​ໃນ​ວັນ​ທີ 8 ​ເມສາ​ນີ້​ວ່າ: ​ນັບແຕ່ປີ​ນີ້​ເປັນຕົ້ນມາ, ດັດຊະນີ​ຜູ້​ຈັດການ​ຝ່າຍ​ຊື້ ຫຼື PMI ​ໃນແໜງ​ອຸດສາຫະກຳ​ການ​ຜະລິດ, ດັດຊະນີທຸລະ​ກິດທີ່ບໍ່​ແມ່ນຂະ​ແໜງ​​ອຸດສາຫະກຳ​ການ​ຜະລິດ ​ແລະ ດັດຊະນີການ​ຜະລິດ PMI ສັງລວມຂອງ​ຈີນ ​ສືບ​ຕໍ່​ຮັກສາ​ຢູ່​ໃນ​ລະດັບ​ທີ່​ເສດຖະກິດ​ເຄື່ອນ​ໄຫວ​ຢ່າງ​ຄຶກຄັກ ​ແລະ​ສະ​ແດງ​ໃຫ້​ເຫັນ​ວ່າ ສະພາບ​ການ​ຜະລິດທຸລະ​ກິດຂອງ​ວິ​ສາ​ຫະກິດ​ຕ່າງໆ​ແມ່ນ​​ເປັນ​​ໄປ​ດ້ວຍ​ດີ ​ແລະ​ສືບ​ຕໍ່​ຮັກສາ​ຢູ່​ໃນ​ທ່ວງທ່າ​ຂະຫຍາຍຕົວ​ຢ່າງ​ໜັກ​ແໜ້ນ ​ເຊິ່ງ​​ເປັນ​ການ​ສ້າງ​ພື້ນຖານເລີ່ມຕົ້ນທີ່​ດີ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ຢ່າງ​ໝັ້ນທ່ຽງ​ແລະ​ປອດ​ໃສ​ໃນ​ຕະຫຼອດປີ.​

ເມື່ອ​​ເບິ່ງ​ຈາກດັດຊະນີການ​ຜະລິດ PMI ສັງລວມ​ແລ້ວ​ເຫັນ​ວ່າ ດັດຊະນີ​ດັ່ງກ່າວ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ມີນາ​ຜ່ານ​ມາ ກໍ​ໄດ້​ຢູ່​ໃນ​ລະດັບ​ທີ່​ດີ​ສົມຄວນ ການ​ເຄື່ອນ​ໄຫວ​ການ​ຜະລິດ​ທຸລະ​ກິດ​ຂອງ​ເສດຖະກິດ​ຕົວ​ຈິງ​ໂດຍ​ລວມ​ແລ້ວ​ມີ​ການ​ຂະຫຍາຍຕົວ​ຢ່າງ​ໝັ້ນທ່ຽງ​ແລະ​ອ່າວ​ໄວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ