ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດກ່າວ​ວ່າ: "ຈີນ​ແມ່ນ​ເສົາ​ຄ້ຳ​ສຳ​ຄັນ​ໃນ​ການ​ປົກ​ຄອງທົ່ວ​ໂລກ"
2018-04-08 16:21:52  cri 
ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ກ່ອນ​ເດີນ​ທາງ​ໄປ​ເມືອງ​ໂປ​ອາວ ສ​ປ ຈີນ​ເພື່ອ​ເຂົ້າ​ຮ່ວມ​​ກອງ​ປະ​ຊຸມ​​ອາ​ຊີ​ໂປ​ອາວປະ​ຈຳ​ປີ 2018, ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດກ່າວວ່າ, ການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ເວ​ລາ 40 ປີ​ຂອງ​ຈີນ​ໄດ້​ຮັບ​ຜົນ​ງານ​ອັນ​ໃຫຍ່​ຫຼວງ, ເຮັດ​ໃຫ້​ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ໃນ​ລະ​ບົບ​ການ​ປົກ​ຄອງ​ທົ່ວ​ໂລກ. "ຈີນ​ແມ່ນ​ເສົາ​ຄ້ຳ​ສຳ​ຄັນ​​ໃນ​ການ​​ປົກ​ຄອງທົ່ວ​ໂລກ"

ທ່ານ​ ກູ​ເຕີ​ເຣັສ ກ່າ​ວ​ວ່າ, "ເສດ​ຖະ​ກິດ​ຈີນ​ໄດ້​ພັດ​ທະ​ນາ​ຢ່າງ​ສຳ​ເລັດ​ຜົນ, ເຮັດ​ໃຫ້ປະ​ເທດ​ຈີນ​ໄດ້​ເຂົ້າ​ສູ່​ລະ​ບົບ​ເສດ​ຖະ​ກິດ​ໂລກ, ສົ່ງ​ຜົນ​ເຮັດ​ໃຫ້​ຈີນ​​ເສີມ​ຂະ​ຫຍາຍ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ໃນລະ​ບົບ​ການ​ປົກ​ຄອງ​ທົ່ວ​ໂລກ. ພວກ​ເຮົາ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອ​ງ​ນີ້​ຢ່າງ​ຈິງ​ໃຈ, ​ເພາະ​ເຫັນ​ວ່າ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ສ້າງ​ໂລກ​ທີ່​ສະ​ເໝີ​ພາບ​ແລະ​ກົມ​ກຽວ​ກັນກວ່າ​ເກົ່າ."

ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັສ ກ່າວ​ຕື່ມ​ວ່າ, ບໍ່​ວ່າ​ການ​ຮ່ວມ​ມື​ໃຕ້ໆ, ຫຼື​ຊຸກ​ຍູ້​ບັນ​ລຸ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ປີ 2030 ຂອງ​ອົງ​ກາ​ນ​ສະ​ຫະ​ປະ​ຊາ​ຊາດ ຈີນ​ລ້ວນ​ແຕ່​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ. ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ​ບໍ່​ພຽງ​ແຕ່ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ປະ​ເທດ​ພວມ​ພັດ​ທະ​ນາ​ເທົ່າ​ນັ້ນ, ຍັງ​ມີ​ບົດ​ບາດ​ສຳ​ຄັນ​ຕໍ່​ການ​ພັດ​ທະ​ນາ​ແລະ​ຮ່ວມ​ມື​ຂອງ​ເສດ​ຖະ​ກິດ​ໂລກ​ເຊັ່ນ​ດຽວ​ກັນ.

ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັສ ກ່າວ​ເນັ້ນ​ວ່າ, ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ບໍ່​ແມ່ນ​ແຜນ​ການ​ແກ້​ໄຂ​ບັນ​ຫາ​ເສດ​ຖະ​ກິດ​ໂລກ. ຕົນ​ສະ​ໜັບ​ສະ​ໜູນ​ໂລ​ກາ​ພິ​ວັດ​ແລະ​ກົນ​ໄກ​ການ​ຄ້າ​ຫຼາຍ​ຝ່າຍ. "ບັນ​ຫາ​ທົ່ວ​ໂລກ​ຕ້ອງ​ການ​ແຜນ​ການ​ແກ້​ໄຂ​​ທົ່ວ​ໂລກ, ແລະແຜນ​ການ​ແບບ​ນີ້​​ແມ່ນສາ​ມາດ​ປະ​ຕິ​ບັດ​ໂດຍ​ຜ່ານ​ຂອບ​ຫຼາຍ​ຝ່າຍ​ໄດ້."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ