ນັກ​ທ່ອງ​ທ່ຽວ​ພາຍ​ໃນບັນລຸ​ເຖິງ 101 ລ້ານ​ເທື່ອ​ຄົນ​ຍາມວັນພັກບຸນ​ຊິ່ງມິ​ງ ຫຼື ບຸນ​​ໄຫວ້​ບັນພະບຸລຸດ​ຈີນ​
2018-04-08 17:12:21  cri 
​ໃນ​​ໄລຍະ​ວັນພັກ​ບຸນ​ຊິ່ງມິ​ງ ຫຼື ບຸນ​​ໄຫວ້​ບັນພະບຸລຸດ​ຈີນ, ການບໍລິ​ໂພ​ກການທ່ອງທ່ຽວ​ຈີນສູງ​ຂຶ້ນ, ຄວາມ​ຕ້ອງການ​ວັດທະນະທຳ​ເພີ່ມ​ຂຶ້ນ ​ແລະ​ຕະຫຼາດ​ການທ່ອງທ່ຽວ​ທົ່ວ​ປະ​ເທດ​ດຳ​ເນີນ​ຢ່າງ​ໝັ້ນ​ທ່ຽງ. ​ສະຖິຕິ​ຈາກສະ​ຖາ​ບັນ​ຄົ້ນຄວ້າ​ການທ່ອງ​ທ່ຽວ​ຈີນຊີ້​​ໃຫ້​ເຫັນ​ວ່າ: ​ໃນ​ໄລຍະ​ວັນພັກ​ບຸນ​ຊິ່ງມິ​ງ ຫຼື ບຸນ​​​ໄຫວ້​ບັນພະບຸລຸດ​ຈີນ, ທົ່ວ​ປະ​ເທດ​ໄດ້​ຮັບ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ 101 ລ້ານ​ເທື່ອ​ຄົນ, ​ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ​ເພີ່ມ​ຂຶ້ນ 8,3%, ສາມາດສ້າງ​ລາຍ​ຮັບ​ໄດ້ 42,1 ຕື້​ຢວນ, ​ເພີ່ມ​ຂຶ້ນ 8,0% ທຽບ​ໃສ່​ໄລຍະ​ດຽວ​ກັນປີຜ່ານມາ.

​ສວນສຸສານນັກຮົບ​ຜູ້​ເສຍສະຫຼະ​ຊີວິດ​ ​ແລະ​ສະຖານ​ທີ່​ລະນຶກ​ການ​ປະຕິວັດ​​ແຫ່ງຕ່າງໆ​ມີ​ນັກ​ທ່ອງ​ທ່ຽວ​​​ໄປໄວ້ອາ​ໄລນັກຮົບ​ຜູ້​ເສຍ​ສະຫຼະ​ຊີວິດ​ເພື່ອ​ການປະຕິວັດຢ່າງ​ຫຼວງ​ຫຼາຍ. ​​ໃນ​ໄລຍະ​ນີ້, ​​ແຂວງ​ຕ່າງໆ​ກໍ​ເພີ່ມ​ທະວີ​ການ​ປະຕິບັດ​ກົດໝາຍ ​ແລະ​ຕິດຕາມ​ກວດກາ​ຮ່ວມ​ກັນ​ຕໍ່​ຕະຫຼາດ​ການທ່ອງທ່ຽວ, ກວດກາ​ທຸລະ​ກິດ​ທີ່ລະ​ເມີດ​ກົດໝາຍ​ຕ່າງໆ​ຢ່າງ​ເຂັ້ມ​ງວດ ​ເພື່ອ​ຍົກ​ສູງ​ລະດັບ​ການ​ຄຸ້ມ​ຄອງ​ຂະ​ແໜງ​ການທ່ອງທ່ຽວຢ່າງ​ຮອບດ້ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ