ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ຈະ​ບໍ່​ແມ່ນ​ກຳ​ລັງ​ຊຸກ​ດັນ​ໃຫ້​ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງ​ຖາ​ວອນ
2018-04-09 15:09:17  cri 
ວັນ​ທີ 8 ເມ​ສາ​ນີ້, ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ໄດ້​ເຜີຍ​ແຜ່ "ບົດ​ລາຍ​ງານ​ຂະ​ບວນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ເສດ​ຖະ​ກິດ​ອາ​ຊີ", "ບົດ​ລາຍ​ງານ​​ການພັດ​ທະ​ນາ​ຂອງ​ກຸ່ມ​ເສດ​ຖະ​ກິດ​ຈະ​ເລີນ​ໃໝ່" ແລະ "ບົດ​ລາຍ​ງານ​ກຳ​ລັງ​​ແຂ່ງ​ຂັນ​ອາ​ຊີ" ໂດຍ​ຊີ້​ອອ​ກວ່າ, ຍ້ອນ​ເສດ​ຖະ​ກິດ​ໂລກ​ຟື້ນ​ຕົວ ແລະ ຂະ​ບວນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ເສດ​ຖ​ະ​ກິດ​ພາກ​ພື້ນ​ອາ​ຊີ​ໄດ້​ເລັ່ງ​ໄວຂຶ້ນ, ເສດ​ຖະ​ກິດ​ອາ​ຊີ​ໄດ້​ພັດ​ທະ​ນາ​ໄປ​ຕາມ​ທິດ​ທາງ​ທີ່​ດີ. ຂະ​ນະ​ດຽວ​ກັນ, ບົດ​ລາຍ​ງານ​ກໍ​ໄດ້​ກ່າວ​ເຕືອນ​ວ່າ, ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ຈະ​ບໍ່​ແມ່ນ​ກຳ​ລັງ​ຊຸກ​ດັນ​ໃຫ້​ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງ​ຖາ​ວອນ  ແລະ ຈະ​ຈຳ​ຈັດ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ເສດ​ຖະ​ກິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ