ນາ​ຍົກ​ຈີນພົບ​ປະກັບ​ນາ​ຍົກ​ສິງ​ກະ​ໂປ
2018-04-09 16:13:33  cri 
ຕາມ​ຂ່າວ CRI: ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​​ພົບ​ປະ​ກັບ​ທ່ານລີ​ຊຽນ​ລົງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​​ໂອ​ກາດ​ເດີນ​ທາງຢ້ຽມ​ຢາມ​ປະ​ເທດ​ຈີນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 8 ເມ​ສາ​ນີ້. ທ່ານ​ຫຼີ​ເຄີ້​ສຽງ ກ່າວ​ເນັ້ນ​ວ່າ, ຈີນ​ຈະ​ສືບ​ຕໍ່​ລົງ​ເລິກ​ການ​ປະ​ຕິ​ຮູບ, ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ແລະ​ຮັກ​ສາ​ລະ​ບົບ​ການ​ຄ້າ​ເສ​ລີ​ຂອງ​ໂລກ​ຢ່າງ​ເດັດ​ດ່ຽວ. ນອກ​ນີ້, ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ກັບ​ສິງ​ກະ​ໂປ​ຕື່ມ​ອີກ, ຊຸກ​ຍູ້​ສາຍ​ພົວ​ພັນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່, ຮ່ວມ​ກັນ​ຊຸກ​ຍູ້​ການ​ກໍ່​ສ້າງ "ຊ່ອງ​ທາງ​​ລົງ​ພາກ​ໃຕ້", ລົງ​ເລິກ​ການ​ຮ່ວມ​ມື​ໃນ​ໂຄງ​ການ​ສຳ​ຄັນ​ແລະ​ຂົງ​ເຂດ​ຈຸດ​ຈຸມ​ເຊັ່ນ​: ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ​ການເຊື່ອມ​ຈອດ​, ການ​ເງິນ​ແລະ​ອື່ນໆ, ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ຕະ​ຫຼາດ​ຝ່າຍ​ທີ​ສາມ, ຊຸກ​ຍູ້​ການ​ຮ່ວມ​ມື​ດ້າ​ນ​​ການ​ປ້ອງ​ກັນ​ປະ​ເທດ​ແລະ​ປະ​ຕິ​ບັດ​ກົດ​ໝາຍ, ເປີດກວ້າງ​ການ​ແລກ​ປ່ຽນ​ໃນ​ຂົງ​ເຂດ​​ການສຶກ​ສາ, ສື່ມວນ​ຊົນ, ຄັງ​ປັນ​ຍາ​ແລະ​ອື່ນໆ, ສະ​ໜອງ​ຄວາມ​ສະ​ດວກ​ໃຫ້​ແກ່​​ການໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ແລະສ້າງ​ຜົນ​ປະ​ໂຫຍດ​ຢ່າງ​ແທ້​ຈິງ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ.

ທ່ານ​ຫຼີ​ເຄີ້​ສຽງ ກ່າວ​ເນັ້ນຕື່ມ​ວ່າ, ປີ​ນີ້​ແມ່ນ​ປີ​ຄົບ​ຮອບ 40 ປີ​ແຫ່ງ​ການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ, ທັງ​ເປັນ​ປີ​ເລີ່ມ​ຕົ້ນ​ຂອງ 50 ປີ​ທີ​ສອງ​ຂອງ​ອາ​ຊຽນ​ແລະ​ຈີນ-ອາ​ຊຽນ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 15 ປີ. ຈ້ອງມອງ​ອະ​ນາ​ຄົດ, ຈີນ​ຈະ​ສືບ​ຕໍ່​ລົງ​ເລິກ​ການ​ປະ​ຕິ​ຮູບ, ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາ​ຍນອກ, ຮັກ​ສາ​ລະ​ບົບ​ການ​ຄ້າ​ເສ​ລີ​ຂອງ​ໂລກ​ຢ່າງ​ເດັດ​ດ່ຽວ, ເພື່ອ​ສ້າງ​​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ອ້ອມ​ຂ້າງ​ໂດຍ​ຜ່ານ​ການ​ພັດ​ທະ​ນາ​ຂອງ​ຕົນ, ​ຮ່ວມ​ກັບ​ອາ​ຊຽນສ້າງ​ປະ​ຊາ​ຄົມ​ຮ່ວມ​ຜົນ​ປະ​ໂຫຍດ​ແລະ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ.

ທ່ານ​ລີ​ຊຽນ​ລົງ ກ່າວ​ວ່າ, ໃນ​ຖາ​ນະ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ອາ​ຊຽນ, ປະ​ເທດ​ຕົນ​ຍິນ​ດີ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ, ຕັ້ງ​ໜ້າ​ຊຸກ​ຍູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ແລະ​ການ​ພົວ​ພັນ​ລະ​ຫວ່າງ​ອາ​ຊຽນ-ຈີນ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່​ໃນ​ຂົງ​ເຂດ​ຕ່າງໆ. ການ​ຄ້າ​​ແມ່ນພື້ນ​ຖານ​​ການ​ສ້າງ​ຕັ້ງ​ປະ​ເທດຂອງ​ສິງ​ກະ​ໂປ, ປະ​ເທດ​ຕົນ​ສະ​ໜັບ​ສະ​ໜູນ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ, ສະ​ໜັບ​ສະ​ໜູນ​ການ​ຄ້າ​ແລະ​ການ​ລົງ​ທຶນ​ຫັນ​ເປັນ​ແບບ​ເສ​ລີ​ແລະ​ສະ​ດວກ, ສະ​ໜັບ​ສະ​ໜູນ​ລະ​ບຽບ​ສາ​ກົນ​ບົນ​ພື້ນ​ຖານ​ກະ​ຕິ​ກາ​ຂອງ​ແຕ່​ລະ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ