ຕາມຂ່າວ CRI: ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ພົບປະກັບທ່ານລີຊຽນລົງ ນາຍົກລັດຖະມົນຕີສິງກະໂປໂອກາດເດີນທາງຢ້ຽມຢາມປະເທດຈີນຢູ່ນະຄອນຫຼວງປັກກິ່ງໃນວັນທີ 8 ເມສານີ້. ທ່ານຫຼີເຄີ້ສຽງ ກ່າວເນັ້ນວ່າ, ຈີນຈະສືບຕໍ່ລົງເລິກການປະຕິຮູບ, ເປີດກວ້າງການເປີດປະຕູສູ່ພາຍນອກແລະຮັກສາລະບົບການຄ້າເສລີຂອງໂລກຢ່າງເດັດດ່ຽວ. ນອກນີ້, ຈີນຍິນດີເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງກັບສິງກະໂປຕື່ມອີກ, ຊຸກຍູ້ສາຍພົວພັນແລະການຮ່ວມມືລະຫວ່າງສອງຝ່າຍໃຫ້ກ້າວຂຶ້ນສູ່ລະດັບໃໝ່, ຮ່ວມກັນຊຸກຍູ້ການກໍ່ສ້າງ "ຊ່ອງທາງລົງພາກໃຕ້", ລົງເລິກການຮ່ວມມືໃນໂຄງການສຳຄັນແລະຂົງເຂດຈຸດຈຸມເຊັ່ນ: ການກໍ່ສ້າງພື້ນຖານໂຄງລ່າງ, ການເຊື່ອມຈອດ, ການເງິນແລະອື່ນໆ, ເປີດກວ້າງການຮ່ວມມືດ້ານຕະຫຼາດຝ່າຍທີສາມ, ຊຸກຍູ້ການຮ່ວມມືດ້ານການປ້ອງກັນປະເທດແລະປະຕິບັດກົດໝາຍ, ເປີດກວ້າງການແລກປ່ຽນໃນຂົງເຂດການສຶກສາ, ສື່ມວນຊົນ, ຄັງປັນຍາແລະອື່ນໆ, ສະໜອງຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງປະເທດແລະສ້າງຜົນປະໂຫຍດຢ່າງແທ້ຈິງຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນສອງປະເທດ.
ທ່ານຫຼີເຄີ້ສຽງ ກ່າວເນັ້ນຕື່ມວ່າ, ປີນີ້ແມ່ນປີຄົບຮອບ 40 ປີແຫ່ງການປະຕິຮູບເປີດປະຕູສູ່ພາຍນອກຂອງຈີນ, ທັງເປັນປີເລີ່ມຕົ້ນຂອງ 50 ປີທີສອງຂອງອາຊຽນແລະຈີນ-ອາຊຽນສ້າງສາຍພົວພັນທາງການທູດຄົບຮອບ 15 ປີ. ຈ້ອງມອງອະນາຄົດ, ຈີນຈະສືບຕໍ່ລົງເລິກການປະຕິຮູບ, ເປີດກວ້າງການເປີດປະຕູສູ່ພາຍນອກ, ຮັກສາລະບົບການຄ້າເສລີຂອງໂລກຢ່າງເດັດດ່ຽວ, ເພື່ອສ້າງຜົນປະໂຫຍດໃຫ້ແກ່ປະເທດອ້ອມຂ້າງໂດຍຜ່ານການພັດທະນາຂອງຕົນ, ຮ່ວມກັບອາຊຽນສ້າງປະຊາຄົມຮ່ວມຜົນປະໂຫຍດແລະປະຊາຄົມຮ່ວມຊາຕາກຳ.
ທ່ານລີຊຽນລົງ ກ່າວວ່າ, ໃນຖານະເປັນປະເທດປະທານໝູນວຽນຂອງອາຊຽນ, ປະເທດຕົນຍິນດີເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນ, ຕັ້ງໜ້າຊຸກຍູ້ສາຍພົວພັນລະຫວ່າງສອງປະເທດແລະການພົວພັນລະຫວ່າງອາຊຽນ-ຈີນໃຫ້ໄດ້ຮັບຄວາມຄືບໜ້າໃໝ່ໃນຂົງເຂດຕ່າງໆ. ການຄ້າແມ່ນພື້ນຖານການສ້າງຕັ້ງປະເທດຂອງສິງກະໂປ, ປະເທດຕົນສະໜັບສະໜູນລະບົບການຄ້າຫຼາຍຝ່າຍ, ສະໜັບສະໜູນການຄ້າແລະການລົງທຶນຫັນເປັນແບບເສລີແລະສະດວກ, ສະໜັບສະໜູນລະບຽບສາກົນບົນພື້ນຖານກະຕິກາຂອງແຕ່ລະຝ່າຍ.