ຄາດ​ວ່າ​ໃນ​ທົດ​ສະ​ວັດ​ໜ້າ​ນີ້​ຈັງຫວະ​ການ​ເຕີບ​ໂຕ​ຂອງ GDP ຈີນ​ຈະ​ຮັກສາຢູ່​ໃນ​ລະດັບ 6%
2018-04-09 16:32:36  cri 
ວັນ​ທີ 9 ​ເມສາ​ນີ້, ທ່ານ​ໄຕ້​ຊ້ຽງລົງ ອະດີດຜູ້​ວ່າການ​ທະ​ນາຄາ​ນປະຊາຊົນ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ປະຈຳ​ປີ 2018 ຂອງ​ເວທີ​ປຶກສາຫາລື​ອາຊີ​ໂປ​ອາວ​ວ່າ: ຂ້າພະ​ເຈົ້າ​ຄິດ​ໃນ​ແງ່​ດີ​ຕໍ່​ອະນາຄົດ​ຂອງ​ເສດຖະກິດ​ອາຊີ, ຄາດ​ວ່າ​ໃນ​ໄລຍະ 20 ປີ​ຕໍ່ໜ້າ​ນີ້ ຈົນ​ກະທັ້ງ​ກາງ​ສະຕະວັດ​ນີ້, ອາຊີ​ຍັງເປັນ​ເຂດ​ທີ່​ມີ​ຈັງຫວະ​ການ​ເຕີບ​ໂຕ​ສູງ​ສຸດ​ໃນ​​ໂລກ. ​ແລະຄາ​ດວ່າ ​ໃນ​ທົດ​ສະ​ວັດ​ໜ້າ​ນີ້, ຈັງຫວະ​ການ​ເຕີບ​ໂຕ​ຂອງ GDP ຈີນ​ຈະ​ຮັກສາ​ຢູ່​ໃນ​ລະດັບ 6% ຫຼື ຢ່າງ​ໜ້ອຍ​ຈະລື່ນ 5%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ