ໃນກອງປະຊຸມຖະແຫຼງຂ່າວຂອງເວທີປຶກສາຫາລືອາຊີໂປອາວ 2018 ທີ່ຈັດຂຶ້ນໃນຕອນບ່າຍວັນທີ 8 ເມສານີ້, ທ່ານ ໂຈ່ວເວີນຈົ້ງ ເລຂາທິການໃຫຍ່ເວທີປຶກສາຫາລືອາຊີໂປອາວ ກ່າວວ່າ, ລັດທິປົກປ້ອງການຄ້າຈະບໍ່ມີທາງອອກ, ເສດຖະກິດອາເມລິກາມີບັນຫາແທ້, ແຕ່ "ໃບສັ່ງຢາ" ຂອງທ່ານທຣຳບໍ່ຖືກຕ້ອງ.
ທ່ານ ໂຈ່ວເວີນຈົ້ງ ກ່າວວ່າ: "ລັດທິປົກປ້ອງການຄ້າຈະບໍ່ມີທາງອອກ, ທັງນີ້ໄດ້ຖືກປະຫວັດສາດຢັ້ງຢືນມາແລ້ວ, ບໍ່ມີປະເທດໃດສາມາດແກ້ໄຂບັນຫາເສດຖະກິດທີ່ຕົນຜະເຊີນນັ້ນດ້ວຍລັດທິປົກປ້ອງການຄ້າ." ທ່ານກ່າວຕື່ມວ່າ, ບັນຫາຕົ້ນຕໍຂອງເສດຖະກິດອາເມລິກາແມ່ນຢູ່ນຳການບໍລິໂພກຫຼາຍເກີນໄປແລະອັດຕາການຝາກເງິນຫຼຸດຕ່ຳລົງ, ແຕ່ອາໄສລັດທິປົກປ້ອງການຄ້ານັ້ນຈະແກ້ໄຂບໍ່ໄດ້.
ທ່ານ ໂຈ່ວເວີນຈົ້ງ ກ່າວອີກວ່າ, ຜູ້ຊ່ຽວຊານ, ນັກວິຊາການ ແລະນັກທຸລະກິດຫຼາຍທ່ານຂອງອາເມລິກາກໍໄດ້ຊີ້ວ່າ, ນະໂຍບາຍຂອງທ່ານທຣຳມີບັນຫາໃນດ້ານໂລຊິກ, ສະນັ້ນ, ພວກເຮົາຈະລໍຖ້າເບິ່ງອະນາຄົດ ແລະຫວັງວ່າອາເມລິກາຈະມີສະຕິຫຼາຍຂຶ້ນກວ່າເກົ່າ.