"ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ຊຸກ​ຍູ້​ການ​ພັ​ດ​ທະ​ນາ​ຂອງ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊີ
2018-04-09 16:23:57  cri 
    ພາຍ​ໃຕ້​ເບື້ອງຫຼັງ​ໃຫຍ່​ທີ່​ເກີດ​ມີ​ກະ​ແສ​ປິ້ນ​ກັບ​ໂລ​ກາ​ພິ​ວັດ ແລະ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ປາ​ກົດ​ຕົວ​ຄືນ​ໃໝ່​ໃນ​ປີ 2017 ຜ່ານ​ມາ, ທ່ວງ​ທ່າ​ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ​ອາ​ຊີ ບໍ່​ພຽງ​ແຕ່​ບໍ່​ໄດ້ຫຼຸດ​ລົງ​ເທົ່າ​ນັ້ນ, ແຕ່​ຍັງ​ໄດ້​ເພີ່ມ​ຂຶ້ນ​ອີກ​ດ້ວຍ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ໄດ້​ກາຍ​ເປັນ​ພະ​ລັງ​ຊຸກ​ດັນ​ທີ່​ສຳ​ຄັນ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ເສດ​ຖະ​ກິດ​ພາ​ກ​ພື້ນ​ອາ​ຊີ.

    ວັນ​ທີ 8 ເມ​ສານີ້, ເວ​ທີ​ປຶ​ກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ ໄດ້​ເຜີຍ​ແຜ່ "ບົດ​ລາຍ​ງານ​ກ່ຽວ​ກັບ​ກຳ​ລັງ​ແຂ່ງ​ຂັນ​ຂອງ​ອາ​ຊີ 2018" ໂດຍ​ລະ​ບຸ​ວ່າ, ໃນ​ປີ 2017 ຜ່ານ​ມາ, ຜົນ​ປະ​ໂຫຍດ​ຂອງ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ໄດ້​ສະ​ແດງ​ອອກ​ຢ່າງ​ໂຮມ​ສູນ ເຊິ່ງ​ໄດ້​ເຮັດ​ໃຫ້​ພື້ນ​ຖານ​ທາງ​ສັງ​ຄົມ​ຂອງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ເສດ​ຖະ​ກິດ​ພາ​ກ​ພື້ນ​ອາ​ຊີ​ໝັ້ນ​ຄົງ​ຂຶ້ນ.

    ກ່ອນ​ອື່ນ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ໄດ້​ສະ​ໜອງ​ຕຳ​ແໜ່ງວຽກເຮັດ​ງານທຳຫຼາຍກວ່າ​ເກົ່າ​ແລະ​ລາຍ​ໄດ້​ສູງກວ່າ​ເກົ່າ. ວິ​ສາ​ຫະ​ກິດ​ຈີນ​ໄດ້​ສ້າງ​ເຂດ​ຮ່ວມ​ມື​ເສ​ດ​ຖະ​ກິດ​ການ​ຄ້າ 56 ແຫ່ງ​ຢູ່ 20 ກວ່າ​ປະ​ເທດ ໂດຍ​ໄດ້​ສ້າງ​ລາຍ​ຮັບ​ດ້ານ​ສ່​ວຍ​ສາ​ອາ​ກອນ​ເກືອບ 1 ຕື້ 100 ລ້ານ​ໂດ​ລາ​ສະ​ຫະ​ລັດ​ແລະ​ຕຳ​ແໜ່ງວຽກ​​ເຮັດງານທຳ​ເກືອບ 1 ແສນ 8 ໝື່ນ​ຕຳ​ແໜ່ງ​ໃຫ້​ແກ່​ປະ​ເທດ​ທີ່​ກ່ຽວ​ຂ້ອງ.

    ນອກນີ້, ພາຍ​ໃຕ້​ການ​ຊຸກ​ຍູ້​ການ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ", ການຄົມ​ມະ​ນາ​ຄົມ​ທາງ​ບົກ, ທາງ​ທະ​ເລ, ທາງ​ອາ​ກາດ​ແລະ​ທາງ​ອິນ​ເຕີ​ເນັດ​ຂອງ​ປະ​ເທດ​ລຽບ​ຕາມ​ເສັ້ນ​ທາງ ໄດ້​ເຊື່ອມ​ຕໍ່​ກັນ ​ເຊິ່ງ​ໄດ້​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ໄປ​ມາ​ຫາ​ສູ່​ກັນ​ແລະ​ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ເຫຼົ່າ​ນີ້.

    ອັນ​ທີ​ສາມ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ຍັງ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ທີ່​ຕັ້ງ​ໜ້າ​ໃນ​ການ​ຊຸກ​ຍູ້​ການ​ຂ້າມ​ຜ່ານ "ຮ່ອມ​ດີ​ຈີ​ຕອນ", ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ດ້ວຍ​ການ​ສຶກ​ສາ, ການ​ທະ​ນາ​ຄານ​ທີ່​ສ້າງ​ຜົນ​ປ​ະ​ໂຫຍດ​ໃຫ້​ປະ​ຊາ​ຊົນ​ໂດຍ​ທົ່ວ​ໄປ ແລະ​ການ​ເຮັດ​ໃຫ້​ປະ​ຊາ​ຊົນ​ແບ່ງ​ປັນ​ຜົນ​ປະ​ໂຫຍດ​ຂອງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ເສດ​ຖະ​ກິດ​ທົ່ວ​ໂລກ​ໃຫ້ຫຼາຍກວ່າ​ເກົ່າ.

    ບົດ​ລາຍ​ງານ​ລະ​ບຸ​ຕື່ມ​ວ່າ, ພາຍ​ໃຕ້​ການ​ຊຸກ​ຍູ້​ຂອງ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ", ຕະຫຼາດ​ໃຫຍ່​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງ​ພາກ​ພື້ນ​ອາ​ຊີ ໄດ້​ກໍ່​ຕົວ​ຂຶ້ນ​ຢ່າງວ່ອງ​ໄວ​ກວ່າ​ເກົ່າ.

    ທ່ານ ໂຈ່ວ​ເວີນ​ຈົ້ງ ເລ​ຂາ​ທິ​ການ​ໃຫຍ່​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ ຊີ້​ວ່າ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ເປັນ​ການ​ສະ​ໜອງ​ເສັ້ນ​ທາງ​ແລະ​ວິ​ທີ​ໃໝ່​ໃຫ້​ແກ່​ການ​ຮັບ​ມື​ກັບ​ການ​ທ້າ​ທາຍ​ຈາກ​ການ​ຕ່າວ​ປິ້ນ​ໂລ​ກາ​ພິ​ວັດ ແລະ ກໍ​ແມ່ນ​ເວ​ທີ​ເພື່ອ​ແບ່ງ​ປັນ​ບົດ​ຮຽນ​ແລະ​ໝາກ​ຜົນ​ແຫ່ງ​ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ