ກອງ​ປະ​ຊຸມ​ສຸດຍອດ​ສື່ມວນ​ຊົນ​ອາ​ຊີ​ຈັດ​ຂຶ້ນ​ຢູ່​ເມືອງ​ຊ່ານ​ຢ້າ​ແຂວງ​ໄຫຫຼຳ
2018-04-09 16:25:59  cri 
    ກອງ​ປະ​ຊຸມ​ສຸດຍອດ​ສື່ມວນ​ຊົນ​ອາ​ຊີ​ທີ່​ເນັ້ນ​ຫົວ​ຂໍ້ "ຍຸກ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ຂອງ​ສື່ມວນ​ຊົນ​ອາ​ຊີ: ການ​ເຊື່ອມ​ຈອດ​ກັນ​ແລະ​ການ​ພັດ​ທະ​ນາ​ແບບ​ຫົວ​ຄິດ​ປະ​ດິດ​ສ້າງ" ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ຊ່ານ​ຢ້າ​ແຂວງ​ໄຫຫຼຳ ສ​ປ ຈີນ​ໃນ​ວັນ​ທີ 9 ເມ​ສານີ້ ເຊິ່ງ​ເປັນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ປະ​ຈຳ​ປີ 2018. ທ່ານ ຮວງ​ຄຸ່ນ​ມິງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ ແລະ​ໄດ້​ກ່າວ​ປາ​ຖະ​ກະ​ຖາ​ເລື່ອງ "ສົ່ງ​ເສີມ​ຈິດ​ໃຈ​ເປີດ​ປະ​ຕູ​ສູ່​ພາຍນອກ​ແລະ​ປະ​ດິດ​ສ້າງ​ໃໝ່, ຮ່ວມ​ກັນ​ຊຸກ​ຍູ້​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ການ​ພັດ​ທະ​ນາ​ຂອງ​ອາ​ຊີ".

    ທ່ານ ຮວງ​ຄຸ່ນ​ມິງ ຊີ້​ໃຫ້​ເຫັນ​ວ່າ, ປີນີ້​ເປັນ​ປີ​ຄົບ​ຮອບ 40 ປີ​ແຫ່ງ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ, ໃນ​ຮອບ 40 ປີ​ມານີ້, ການ​ປະ​ຕິ​ຮູບ​ແລະ​ການ​ພັດ​ທະ​ນາ​ຂອງ​ຈີນ ໄດ້​ຮັ​ບ​ຜົນ​ປະ​ໂຫຍດ​ຈາກ​ອາ​ຊີ, ຍິ່ງ​ປະ​ກອບ​ສ່ວນ​ເພື່ອ​ອາ​ຊີ, ໄດ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ, ຍິ່ງ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ໂລກ, ຈີນ​ຍິນ​ດີ​ຮ່ວມ​ກັບ​ອາ​ຊີ​ແລະ​ໂລກ​ສືບ​ຕໍ່​ສະ​ແຫວງ​ຫາ​ວິ​ທີ​ປະ​ດິດ​ສ້າງ​ໃໝ່ ແລະ​ຊົມ​ໃຊ້​ໝາກ​ຜົນ​ການ​ພັດ​ທະ​ນາ​ຮ່ວມ​ກັນ. ພາຍ​ໃຕ້​ເບື້ອງຫຼັງ​ທີ່​ໂລກ​ໄດ້​ມີ​ການ​ພັດ​ທະ​ນາ​ໃຫຍ່, ການ​ປ່ຽນ​ແປງ​ໃຫຍ່​ແລະ​ການ​ປັບ​ປຸງ​ໃຫຍ່​ໃນ​ປັດ​ຈຸ​ບັນ, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ສະ​ເໜີ​ແນວ​ຄິດ​ແລະ​ຄວາມ​ເຫັນ​ທີ່​ສຳ​ຄັນ​ຕ່າງໆ​ທີ່​ພົວ​ພັນ​ເຖິງ​ອະ​ນາ​ຄົດ​ແລະ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ເຊັ່ນ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ອາ​ຊີ​ກໍ​ຄື​ຂອງມວນ​ມະ​ນຸດ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ດ້ວຍ​ສາຍ​ຕາ​ໂລກ​ແລະ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ​ທີ່​ເປັນ​ນັກ​ການ​ເມືອງ​ແລະ​ນັກ​ຍຸດ​ທະ​ສາດ​ທີ່​ດີ​ເດັ່ນ, ເຊິ່ງ​ເປັນ​ການ​ສະ​ໜອງ​ສະ​ຕິ​ປັນ​ຍາ​ຈີນ​ແລະ​ແຜນ​ການ​ຈີນ​ເພື່ອ​ຊຸກ​ຍູ້​ສັນ​ຕິ​ພາບ, ການ​ພັດ​ທະ​ນາ​ຂອງ​ໂລກ ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ-ຄວາມ​ກ້າວ​ໜ້າ​ຂອງ​ອາ​ຊີ.

    ທ່ານ ຮວງ​ຄຸ່ນ​ມິງ ເນັ້ນ​ວ່າ, ສື່ມວນ​ຊົນ​ອາ​ຊີ​ຄວນ​ສົ່ງ​ເສີມ​ຫົວ​ຂໍ້​ຍຸກ​ສະ​ໄໝ, ສົ່ງ​ເສີມ​ຈິດ​ໃຈ​ປະ​ດິດ​ສ້າງ​ໃໝ່, ເຕົ້າ​ໂຮມ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ໃນ​ການ​ຮ່ວມ​ມື, ຊຸກ​ຍູ້​ການ​ແລກ​ປ່ຽນ​ລະ​ຫວ່າງ​ອາ​ລະ​ຍະ​ທຳ, ເຜີຍ​ແຜ່​ສຽງ​ອາ​ຊີ, ຕັ້ງ​ໜ້າ​ໃຫ້​ກຳ​ລັງ​ໃຈ​ແລະ​ຮຽກ​ຮ້ອງ​ເພື່ອ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ອາ​ຊີ, ເລົ່າ​ເລື່ອງ​ທີ່​ປະ​ຊາ​ຊົນ​ອາ​ຊີ​ປະ​ດິດ​ສ້າງ​ໃໝ່​ແລະ​ບັນ​ດາ​ປະ​ເທດ​ຮ່ວມ​ມື​ກັນ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນສ, ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ​ຂອງ​ຫາງ​ສຽງ​ໃນ​ທາງບວກ​ຢ່າງ​ເຕັມ​ສ່ວນ, ຊຸກ​ຍູ້​ການ​ສ້າງ​ໂລກ​ທີ່​ສວຍ​ງາມ​ແລະ​ອາ​ຊີ​ທີ່​ສວຍ​ງາມ.

    ຜູ້​ຮັບ​ຜິດ​ຊອບ​ຂອງ​ສື່ມວນ​ຊົນ​ຕົ້ນ​ຕໍ 140 ກວ່າ​ທ່ານ​ຈາກ 40 ປະ​ເທດ​ອາ​ຊີ​ພ້ອມ​ດ້ວຍ​ນັກ​ວິ​ຊາ​ການ​ດ້ານ​ວັດ​ທະ​ນະ​ທຳ​ແລະ​ຜູ້​ຕາງ​ໜ້າ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຂອງ​ອາ​ຊີ​ລວມ 300 ກວ່າ​ທ່ານ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອ​ງ​ປະ​ຊຸມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ