ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ ໃນ 6 ເດືອນ​ຕົ້ນ​ປີນີ້ ຈີນ​ຈະ​ສຳ​ເລັດ​ວຽກ​ງານ​ດັດ​ແກ້​ບັນ​ຊີ​ລາຍ​ການທາງ​ລົບ​ຕໍ່​ນັກ​ລົງ​ທຶນຕ່າງ​ປະ​ເທດ
2018-04-10 12:45:10  cri 
ວັນ​ທີ 10 ເມ​ສານີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ກ່າວ​ວ່າ: ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​ເໝືອນ​ອາ​ກາດ, ອາ​ກາດ​ສົດ​ຊື່ນ​ຈຶ່ງ​ຈະ​ສາ​ມາດ​ດຶງ​ດູດ​ກາ​ນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ໃຫ້​ໄດ້ຫຼາຍກວ່າ​ເກົ່າ. ຈີນ​ຈະ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ກັບ​ກົດລະ​ບຽບເສດ​ຖະ​ກິດ​ການ​ຄ້າ​ສາ​ກົນ, ເພີ່ມຄວາມ​ປອດ​ໃສ, ເພີ່ມຄວາມ​ເຂັ້ມ​ງວດ​ໃນການ​ປົກ​ປ້ອງຊັບ​ສິນ​ທາງ​ປັນ​ຍາ, ຍຶດ​ໝັ້ນ​ເຮັດ​ວຽກ​ຕາມ​ກົດ​ໝາຍ, ສົ່ງ​ເສີມ​ການ​ແຂ່ງ​ຂັນ​ກັນ, ຄັດ​ຄ້ານ​ການ​ຜູກຂາດ. ໃນ 6 ເດືອນ​ຕົ້ນ​ປີນີ້, ຈີນຈະສຳເລັດວຽກງານດັດແກ້ບັນຊີລາຍ​ການທາງລົບ​ຕໍ່​ນັກລົງທຶນຕ່າງປະເທດ, ປະ​ຕິ​ບັດ​ລະ​ບຽບ​ການ​ຄຸ້ມ​ຄອງ​ການ​ປະ​ຕິ​ບັດ​ຕໍ່​ຢ່າງ​ສະ​ເໝີ​ພາບ​ກັບ​ພົນ​ລະ​ເມືອງ​ປະ​ເທດ​ຕົນ​ກ່ອນໄດ້​ຮັບ​ການ​ອະ​ນຸ​ຍາດ​ໃຫ້​ເຂົ້າ​ຕະ​ຫຼາດ​ແລະ​ບັນ​ຊີ​ລາຍ​ການທາງ​ລົບ​ຢ່າງ​ຮອບ​ດ້ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ