ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ ຈີນ​ຈະ​ເປີດກວ້າງ​ການນຳ​ເຂົ້າ​ຢ່າງ​ເປັນ​ເຈົ້າ​ການ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ​​ທີ່​ດຳ​ລົງ​ຊີ​ວິດ​ຢ່າງ​ດີງາມ
2018-04-10 12:47:05  cri 
ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ວ່າ, ຈີນບໍ່​ຖື​ການ​ສະ​ແຫວງ​ຫາ​ການ​ໄດ້​ປ​ຽບ​ດ້ານ​ການ​ຄ້າເປັນ​ເປົ້າ​ໝາຍ, ແລະຫວັງ​ເປີດກວ້າງ​ການ​ຄ້າ​ນຳ​ເຂົ້າ​ດ້ວຍ​ຄວາມ​ຈິງ​ໃຈ. ທ່ານ​ເຜີຍ​ໃຫ້​ຮູ້​ວ່າ, ປີນີ້, ຈີນ​ຈະ​ຫຼຸດ​ພາ​ສີ​ນຳ​ເຂົ້າ​ລົດ​ຢ່າງຫຼວງ​ຫຼາຍ​ພໍສົມ​ຄວນ, ພ້ອມ​ກັນ​ນັ້ນ​ຈະ​ຫຼຸດ​ພາ​ສີ​ນຳ​ເຂົ້າ​ສິນ​ຄ້າປະ​ເພດ​ອື່ນ​ຈຳ​ນວນ​ໜຶ່ງ, ພະ​ຍາ​ຍາມ​ເພີ່ມ​ປະ​ລິ​ມານ​ນຳ​ເຂົ້າ​ສິນ​ຄ້າ​ທີ່​ມີ​ເອ​ກະ​ລັກ​ແລະ​ທ່າ​ແຮງ​ທີ່​ປະ​ຊາ​ຊົນ​ນິ​ຍົມ​ແລະ​ຕ້ອງ​ການ, ເລັ່ງ​ລັດ​ຂະ​ບວນ​ການ​ເຂົ້າ​ຮ່ວມ"ສັນ​ຍາ​ວ່າ​ດ້ວຍ​ການ​ຈັດຊື້​ຂອງ​ລັດ​ຖະ​ບານ"ຂອງອົງ​ການ​ການ​ຄ້າ​ໂລກ​ຫຼື WTO . ທ່ານ​ສີ​ຈິ້ນ​ຜິງ​ຍັງ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ຢຸດ​ຕິ​ການ​ຕັ້ງ​ກຳ​ແພງການ​ຄ້າ, ຜ່ອນ​ຄາຍ​ການ​ຄວບ​ຄຸມການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ເຕັກ​ນິກ​ສູງ​ຕໍ່​ຈີນ.​
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ