ຜູ້​ອຳ​ນວຍ​ການ​ໃຫຍ່​ໂທ​ລະ​ພາບ​ແຫ່ງ​ຊາດ​ລາວ​ກ່າວ​ວ່າ ການ​ພັດ​ທະ​ນາ​ຂອງ​ຈີນ​ໄດ້​ສ້າງ​ໂອ​ກາດ​ໃຫຍ່​ຫຼວງ​ໃຫ້​ແກ່​ໂລກ
2018-04-10 13:44:16  cri 

ຕອນ​ບ່າຍວັນ​ທີ 9 ເມ​ສານີ້, ເວ​ທີ​ປຶກ​ສາ​ຫາ​ລື​ສຸ​ດຍອດ​ສື່ມວນ​ຊົນ​ອາ​ຊີ​ໄດ້​ຈັດ​ການ​ຫາ​ລື​ທີ່​ມີ​ຫົວ​ຂໍ້​ວ່າ"40ປີ ຫຼັງປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ການພັດທະນາ ຂອງຈີນ ແລະ ໂອກາດຂອງໂລກ". ທ່ານ​ບຸນ​ເຈົ້າ ພິ​ຈິດ ຜູ້​ອຳ​ນວຍ​ການ​ໃຫຍ່​ໂທ​ລະ​ພາບ​ແຫ່ງ​ຊາດ​ລາວ​ໄດ້​ກ່າວປາ​ໄສວ່າ: ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ໄດ້​ນຳພາ​ປະ​ເທດ​ຈີນ​ກ້າວ​ໄປ​ສູ່​ຄວາມ​ເຂັ້ມ​ແຂງ, ປະ​ຈຸ​ບັນ, ການລົງທຶນຂອງຈີນຢູ່ລາວແມ່ນຢູ່ໃນລະດັບທີ 1 ມີມູນຄ່າຫຼາຍກວ່າ 7 ຕື້ໂດລາສະຫະລັດ ເທົ່າກັບ 25.2% ຂອງການລົງທຶນໂດຍກົງຂອງຕ່າງປະເທດທັງໝົດ ອັນໄດ້ປະກອບ ສ່ວນທີ່ໃຫຍ່ຫຼວງ ແລະ ສໍາຄັນໃຫ້ປະເທດລາວ ໄດ້ຮັບການພັດທະນາທາງດ້ານ ເສດຖະກິດ ແລະ ສັງຄົມຢ່າງໜັກແໜ້ນ.


ທ່ານ​ບຸນ​ເຈົ້າ ພິ​ຈິດ​ຍັງ​ກ່າວ​ຕື່ມ​ວ່າ: ຄຽງຄູ່ກັບຂະແໜງການອື່ນ ຂົງເຂດສື່ມວນຊົນຂອງລາວ ແລະ ຈີນ ກໍໄດ້ມີການຮ່ວມມື ນໍາກັນ, ເປັນຕົ້ນ ໄດ້ຊ່ວຍເຫຼືອອຸປະກອນເຕັກນິກ ສ້າງຊັບພະຍາກອນມະນຸດ ແລກປ່ຽນຂໍ້ມູນ ຂ່າວສານອັນໄດ້ປະກອບສ່ວນສໍາຄັນເຮັດໃຫ້ສື່ມວນຊົນຂອງລາວໄດ້ຮັບການປັບປຸງ ແລະ ພັດທະນາຂຶ້ນເປັນກ້າວ.

ທ່ານ​ກ່າວເນັ້ນ​ຕື່ມ​ວ່າ: ທັງ​ໝົດ​ເຫຼົ່າ​ນີ້,ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ແຕ່​ຈີນ​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາ​ຍນອກ​ເປັນ​ເວ​ລາ 40 ປີ​ມານີ້, ການ​ພັດ​ທະ​ນາ​ຂອງ​ຈີນ​ໄດ້​ສ້າງ​ໂອ​ກາດ​ທີ່​ໃຫຍ່​ຫຼວງ​ໃຫ້​ແກ່​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ