ການ​ປະ​ຕິ​ຮູບ​ແລະເປີດ​ປະ​ຕູ​ສູ່​ພາຍນອກ​​ຕ​ະ​ຫຼອດ 40 ປີ​ຜ່ານ​ມາ, GDP ຂອງ​ຈີນ​ເຕີບ​ໂຕ​ປະ​ມານ 9,5% ສະ​ເລ່ຍ​ຕໍ່​ປີ
2018-04-10 10:47:53  cri 
ໃນ​ໂອ​ກາດ​ກ່າວ​ປາ​ໄສ​ໃນ​ພິ​ທີ​ໄຂກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ປະ​ຈຳ​ປີ 2018, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນກ່າວ​ວ່າ, ​ເລີ່ມ​ແຕ່​ປະ​ຕິ​ບັດ​ການ​ປະ​ຕິ​ຮູບແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ເວ​ລາ 40 ປີ​ມາ​ນີ້, ປະ​ຊາ​ຊົນ​ຈີນ​ຍຶດ​ໝັ້ນ​ສຸມ​ກຳ​ລັງ​ເຂົ້າ​ໃນການ​ສ້າງ​ສາ, ຍຶດ​ໝັ້ນ​ການ​ປະ​ຕິ​ຮູບລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ເດັດ​ດ່ຽວ, ​ກຳ​ລັງ​ການ​ຜະ​ລິດ​ຂອງ​ສັງ​ຄົມ​ໄດ້​ພັດ​ທະ​ນາ​ຢ່າງ​ຫຼວງ​ຫຼາຍ. ປັດ​ຈຸ​ບັນ​ຈີນ​ໄດ້​ກາຍ​ເປັນ​ກຸ່ມ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ​ທີ​ສອງ​ໃນ​ໂລກ, ປະ​ເທດ​ອຸດ​ສາ​ຫະ​ກຳ​ໃຫຍ່​ອັນ​ດັບ​ໜຶ່ງ​ໃນ​ໂລກ, ປະ​ເທດ​ຊື້​ຂາຍ​ສິນ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ໃນ​ໂລກ​ແລະ​ປະ​ເທດ​ທີ່​ມີ​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ໃຫຍ່​ອັນ​ດັບ​ໜຶ່ງ​ໃນ​ໂລກ. ຕະ​ຫຼອດ 40 ປີ​ຜ່ານ​ມາ, GDP ຂອງ​ຈີນໄດ້​ເພີ່ມ​ຂຶ້ນ 9,5% ຕໍ່​ປີ, ມູນ​ຄ່າ​ການ​ຄ້າ​ຕໍ່​ຕ່າງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ 14,5% ຕໍ່​ປີ. ປະ​ຊາ​ກອນ​ທຸກ​ຍາກ 700 ລ້ານກວ່າ​ຄົນ​ທີ່​ຖືກຕາມ​ມາດ​ຕາ​ຖານ​ທຸກ​ຍາກ​ຂອງ​ອົງ​ກາ​ນ​ສ​ະ​ຫະ​ປະ​ຊາ​ຊາດ​ໃນ​ປັດ​ຈຸ​ບັນ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລ້ວ, ໄດ້​ກວມ​ເຖິງ 70% ຂອງຍອດ​ຈຳ​ນວນ​ປະ​ຊາ​ກອນ​ທີ່​​ຫຼຸດພົ້ນ​ອອກ​ຈາກ​ຄວາ​ມ​ທຸກ​ຍາກ​​ຢູ່ໃນ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ