ເພີ່ມ​ທະ​ວີ​ການ​​ປົກ​ປັກ​ຮັກ​ສາຊັບ​ສິນ​ທາງ​ປັນ​ຍາ​ແມ່ນ​ການ​ສົ່ງ​ເສີມ​​ທີ່ດີ​ທີ່​ສຸດ​​ຕໍ່​ການຍົກ​ສູງ​ຄວາມ​ສາ​ມາດ​ການ​ແຂ່ງ​ຂັນ​ຂອງ​ເສດ​ຖະ​ກິດ​ຈີນ
2018-04-10 12:21:15  cri 
ໃນ​ໂອ​ກາດ​ກ່າວ​ປາ​ໄສ​ໃນ​ພິ​ທີ​ໄຂກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ປະ​ຈຳ​ປີ 2018, ທ່ານ​ສີ​ຈິ້ນ​ຜິງ ກ່າວ​ວ່າ, ເພີ່ມ​ທະ​ວີ​ການ​​ປົກ​ປັກ​ຮັກ​ສາຊັບ​ສິນ​ທາງ​ປັນ​ຍາ​ແມ່ນ​ການ​ສົ່ງ​ເສີມ​​ທີ່ດີ​ທີ່​ສຸດ​​ຕໍ່​ການຍົກ​ສູງ​ຄວາມ​ສາ​ມາດ​ການ​ແຂ່ງ​ຂັນ​ຂອງ​ເສດ​ຖະ​ກິດ​ຈີນ. ປີ​ນີ້​ຈີນ​ຈະ​ສ້າງ​ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ແຫ່ງ​ຊາດ​ຈີນ​ຄືນ​ໃໝ່, ​ເພື່ອປັບ​ປຸງ​ກຳ​ລັງ​ປະ​ຕິ​ບັດ​ກົດ​ໝາຍ​ໃຫ້​ສົມ​ບູ​ນ​ຂຶ້ນ, ເພີ່ມ​ຄວາມ​​ເຂັ້ມ​ງວດ​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ, ເພື່ອ​ເຮັດ​ໃຫ້​ຕົ້ນ​ທຶນ​​ໃນການ​ລະ​ເມີດ​ກົດ​ໝາຍ​ສູງ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ເສີມ​ຂະ​ຫ​ຍາຍ​ບົດ​ບາດ​ຂອງ​ກົດ​ໝາຍ​ໃຫ້​ສົມ​ບູນ. ທ່ານ​ສີ​ຈິ້ນ​ຜິງ ກ່າວ​ເນັ້ນ​ວ່າ, ຈີນ​ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ຈີນ​ແລະ​ຕ່າງ​ປະ​ເທດ​ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ເປັນ​ປົກ​ກະ​ຕິ, ປົກ​ປັກ​ຮັກ​ສາ​​ຊັບ​ສິນ​ທາງ​ປັນ​ຍາ​ທີ່​ຊອບດ້ວຍ​ກົດ​ໝາຍ​ຂອງວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ. ພ້ອມ​ກັນ​ນັ້ນ, ຈີນ​ກໍ​ຫວັງ​ໃຫ້​ລັດ​ຖະ​ບານປະ​ເທດ​ຕ່າງໆເພີ່ມ​ທະ​ວີ​ການ​ປົກ​ປັກ​ຮັກ​ສາ​​ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ