ທ່ານ​ສີ​ຈີ້ນ​ຜິງ ກ່າວ​ວ່າ: ຈະ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ໃຫ້ເປັນ​ເວ​ທີ​ຮ່ວມ​ມື​ສາ​ກົນ​ທີ່ກວ້າງ​ຂວາງ​ທີ່​ສຸດ
2018-04-10 12:49:22  cri 
ໃນ​ໂອ​ກາດ​ກ່າວ​ປາ​ໄສ​ໃນ​ພິ​ທີ​ໄຂກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ປະ​ຈຳ​ປີ 2018, ທ່ານ​ສີ​ຈິ້ນ​ຜິງ ກ່າວ​ວ່າ, ເລີ່ມ​ແຕ່​ຕົ​ນ​ສະ​ເໜີ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" 5 ປີ​ມາ​ນີ້, ມີ​80 ກວ່າປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ກັບ​ຈີນ. ໃນ​ຂະ​ບວນ​ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ຈີນ​ບໍ່ເຄີຍ​ມີ​ຄວາມ​ຄິດ​ທາງ​ການ​ເມືອງ​ພູ​ມີ​ພາກ, ບໍ່​ປັດ​ປ່າຍ​ປະ​ເທດ​ອື່ນ​ແລະ​ບໍ່​ມີ​ກາ​ນ​ຊື້​ຂາຍ​ທີ່​ຝືນ​ໃຈ​ຜູ້​ອື່ນ. ຝ່າຍ​ຕ່າງໆ​ຄວນ​ປະ​ຕິ​ບັດ​ຕາມ​ຫຼັກ​ການ​ປຶກ​ສາ​ຫາ​ລືເຊິ່ງ​ກັນ​ແລະ​ກັນ, ຮ່ວມ​​ກັນ​ສ້າງ​ແລະ​ແບ່ງ​ປັນ​ຜົນ​ປະ​ໂຫຍດ​ນຳ​ກັນ, ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ​ໃຫ້ເປັນ​ເວ​ທີ​ຮ່ວ​ມື​ສ​າ​ກົນ​ກວ້າງ​ຂວາງ​ທີ່​ສຸດ​ທີ່​ຖືກ​ກັບ​ກະ​ແສ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ໃນ​ປັດ​ຈຸ​ບັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ