ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ປະ​ຈຳ​ປີ 2018 ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ
2018-04-10 14:44:32  cri 

 

ຕອນ​ເຊົ້າ​ວັນ​ທີ 10 ເມ​ສາ​ນີ້, ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ໄດ້​ຈັດ​ພິ​ທີ​ໄຂ​ຂຶ້ນ​ຢູ່​ເມືອງ​ໂປ​ອາວ​ແຂວງ​ໄຫ​ຫຼຳ ສ​ປ ຈີນ. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ​ແລະ​ກ່າວ​ປາ​ຖະ​ກະ​ຖາ.    ປີ​ນີ້​ເປັນ​ປີປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ຄົບ​ຮອບ 40 ປີ, ໃນ​ໂອ​ກາດ​ກ່າວ​ປາ​ໄສ, ທ່ານ​ສີ​ຈິ້ນ​ຜິງ​ຈະ​ບັນ​ລະ​ຍາຍ​ຈີນ​ຈະເຮັດ​ແນວ​ໃດ​ເພື່ອ​ຊຸກ​ຍູ້​ການ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ, ​ລົງ​ເລິກ​​ການປະ​ຕິ​ຮູບອີກ​ຄັ້ງ​ໃໝ່, ​ແລະ​ຈະ​ບັນ​ລະ​ຍາຍ​ຫຼັກ​ໝັ້ນ​ຂອງ​ຈີນ​ກ່ຽວ​ກັບ​ການ​ຊຸກ​ຍູ້​​ການ​ສ້າງປະ​ຊາ​ຄົມ​​ຮ່ວມ​ຊາ​ຕາ​ກຳ​ອາ​ຊີ​ແລະ​ມວນ​ມະ​ນຸດ​ຕື່ມ​ອີກ, ແລະ​ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມ​ຂອງ​ອາ​ຊີ​ກໍ​ຄື​ຂອງ​ໂລກ.    ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ຄັ້ງ​ນີ້​ໄດ້​ເນັ້ນ​ຫົວ​ຂໍ້ "ອາ​ຊີ​ທີ່​ເປີດ​ປະ​ຕູ​ແລະ​ມີ​ການ​ປະ​ດິດ​ສ້າງ​ໃໝ່​, ໂລກ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​​ພັດ​ທະ​ນາ", ໄດ້​ດຶງ​ດູດ​ແຂກ​ຜູ້​ມີ​ກຽດ​​ຈາກວົງ​ການ​ຕ່າງໆ 2000 ກວ່າ​ທ່ານ​ຈາກ​ທົ່ວ​ໂລກ​ເຂົ້າ​ຮ່ວມ.

ໃນ​ໂອ​ກາດ​ກ່າວ​ປາ​ໄສ​ໃນ​ພິ​ທີ​ໄຂກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ປະ​ຈຳ​ປີ 2018, ທ່ານ​ສີ​ຈິ້ນ​ຜິງ ກ່າວ​ວ່າ, ​ນັບ​ແຕ່​ເວ​ທີ​ປຶ​ກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວສ້າງ​ຂຶ້ນ​ເປັນ​ຕົ້ນ​ມາ, ໄດ້​ເລີ່ມ​ຕົ້ນ​ຢູ່​ອາ​ຊີ, ອ​ວ່າຍ​ໜ້າ​ໄປ​ສູ່​ໂລກ ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ເຕົ້າ​ໂຮມຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງ​ອາ​ຊີ, ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ຝ່າຍ​ຕ່າງໆ, ຊຸກ​ຍູ້​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ, ຊຸກ​ຍູ້ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ ພ້ອມ​ທັງ​ສະ​ເໜີ"ແຜນ​ການ​ໂປ​ອາວ"ທີ່​ມີ​ຄຸນ​ຄ່າ​ສູງ ແລະ​ອື່ນໆ​ຢ່າງ​ມະ​ຫາ​ສານ.

ເລີ່ມ​ແຕ່​ປະ​ຕິ​ບັດ​ການ​ປະ​ຕິ​ຮູບແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ເວ​ລາ 40 ປີ​ມາ​ນີ້, ປະ​ຊາ​ຊົນ​ຈີນ​ຍຶດ​ໝັ້ນ​ສຸມ​ກຳ​ລັງ​ເຂົ້າ​ໃນການ​ສ້າງ​ສາ, ຍຶດ​ໝັ້ນ​ການ​ປະ​ຕິ​ຮູບລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ເດັດ​ດ່ຽວ, ​ກຳ​ລັງ​ການ​ຜະ​ລິດ​ຂອງ​ສັງ​ຄົມ​ໄດ້​ພັດ​ທະ​ນາ​ຢ່າງ​ຫຼວງ​ຫຼາຍ. ປັດ​ຈຸ​ບັນ​ຈີນ​ໄດ້​ກາຍ​ເປັນ​ກຸ່ມ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ​ທີ​ສອງ​ໃນ​ໂລກ, ປະ​ເທດ​ອຸດ​ສາ​ຫະ​ກຳ​ໃຫຍ່​ອັນ​ດັບ​ໜຶ່ງ​ໃນ​ໂລກ, ປະ​ເທດ​ຊື້​ຂາຍ​ສິນ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ໃນ​ໂລກ​ແລະ​ປະ​ເທດ​ທີ່​ມີ​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ໃຫຍ່​ອັນ​ດັບ​ໜຶ່ງ​ໃນ​ໂລກ. ຕະ​ຫຼອດ 40 ປີ​ຜ່ານ​ມາ, GDP ຂອງ​ຈີນໄດ້​ເພີ່ມ​ຂຶ້ນ 9,5% ຕໍ່​ປີ, ມູນ​ຄ່າ​ການ​ຄ້າ​ຕໍ່​ຕ່າງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ 14,5% ຕໍ່​ປີ. ປະ​ຊາ​ກອນ​ທຸກ​ຍາກ 700 ລ້ານກວ່າ​ຄົນ​ທີ່​ຖືກຕາມ​ມາດ​ຕາ​ຖານ​ທຸກ​ຍາກ​ຂອງ​ອົງ​ກາ​ນ​ສ​ະ​ຫະ​ປະ​ຊາ​ຊາດ​ໃນ​ປັດ​ຈຸ​ບັນ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລ້ວ, ໄດ້​ກວມ​ເຖິງ 70% ຂອງຍອດ​ຈຳ​ນວນ​ປະ​ຊາ​ກອນ​ທີ່​​ຫຼຸດພົ້ນ​ອອກ​ຈາກ​ຄວາ​ມ​ທຸກ​ຍາກ​​ຢູ່ໃນ​ໂລກ.

ໃນ​ຮອບ 40 ປີ​ມານີ້, ຈີນ​ໄດ້​ຍຶດ​ໝັ້ນ​ພິ​ຈາ​ລະ​ນາ​ເຖິງ​ສະ​ພາບ​ແຫ່ງ​ຊາດ, ເລັງ​ສາຍ​ຕາ​ສູ່​ໂລກ, ທັງ​ເນັ້ນ​ຄວາມ​ເປັນ​ເອ​ກະ​ລາດ​ເປັນ​ເຈົ້າ​ຕົນ​ເອງ​ແລະ​ກຸ້ມ​ຕົນ​ເອງ, ທັງ​ເອົາ​ໃຈ​ໃສ່​ການ​ເປີດ​ປະ​ຕູ​ສູ່​ພາຍນອກ ແລະ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ທັງ​ຍຶດ​ໝັ້ນ​ລະ​ບອບ​ສັງ​ຄົມ​ນິ​ຍົມ, ທັງ​ຍຶດ​ໝັ້ນ​ທິດ​ທາງ​ປະ​ຕິ​ຮູບ​ເສດ​ຖະ​ກິດ​ຕະຫຼາດ​ສັງ​ຄົມ​ນິ​ຍົມ, ທັງ​ດຳ​ເນີນ​ການ​ປະ​ຕິ​ຮູບ​ແບບ​ທົດ​ລອງ​ກ່ອນ ທັງ​ໄດ້​ເພີ່ມ​ທະ​ວີ​ການ​ອອກ​ແບບ​ຈາກ​ຂັ້ນ​ເທິງ, ໄດ້​ບຸກ​ເບີກ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຢ່າງ​ສຳ​ເລັດ​ຜົນ. ທ່ານ​ເນັ້ນ​ວ່າ, ພຶດ​ຕິ​ກຳ​ທີ່​ສຳ​ເລັດ​ຜົນ​ຂອງ​ຈີນ​ບົ່ງ​ບອກ​ພວກ​ເຮົາ​ວ່າ, ເສັ້​ນ​ທາງ​​ໄປສູ່​​ຄວາມທັນ​ສະ​ໄໝ​ບໍ່​ແມ່ນ​ມີ​ແຕ່​ເສັ້ນ​ດຽວ, ຂໍ​​ພຽງແຕ່​ວ່າ​ຊອກ​ພົບ​ທິດ​ທາງ​ທີ່​ຖືກ​ຕ້ອງ​ແລະ​ພະ​ຍາ​ຍາມ​ຢ່າ​ງ​ບໍ່​ລົດ​ລະ, ເສັ້ນ​ທາງ​ທຸກ​ເສັ້ນ​ລ້ວນ​ແຕ່​ຈະ​ສຳ​ເລັດ​ຜົນ​ໄດ້​ຢ່າງ​ແນ່ນອນ.

ໃນ​ຮອບ 40 ປີ​ມານີ້, ຈີນ​ໄດ້​ບັນ​ລຸ​ການ​ຫັນ​ປ່ຽນ​ຢ່າງ​ຍິ່ງ​ໃຫຍ່​ຄື​ຈາກ​ການ​ປິດ​ປະ​ຕູ​ແລະ​ປິດ​ປະ​ຕູ​ເຄິ່ງ​ໜຶ່ງ​ຫັນ​ໄປ​ສູ່​ການ​ເປີດ​ປະ​ຕູ​ຢ່າງ​ຮອບ​ດ້ານ, ໄດ້​ແບກ​ຫາບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ປະ​ເທດ​ໃຫຍ່​ໃນ​ການ​ເປີດ​ປະ​ຕູ​ສູ່​ພາ​ຍນອກ, ຈາກ​ການ​ນຳ​ເຂົ້າ​ຫັນ​ໄປ​ສູ່​ການ​ໄປ​ພັດ​ທະ​ນາ​ຢູ່​ຕ່າງ​ປະ​ເທດ, ຈາກ​ການ​ເຂົ້າ​ຮ່ວມ​ອົງ​ການ​ການ​ຄ້າ​ໂລກ ໄປ​ສູ່​ການ​ຮ່ວມ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ", ໄດ້​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ອາ​ຊີ​ແລະ​ວິ​ກິດ​ການ​ການ​ເງິນ​ສາ​ກົນ, ອັດ​ຕາ​ການ​ປະ​ກອບ​ສ່ວນ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກຫຼາຍ ກວ່າ 30% ໃນຫຼາຍ​ປີ​ຕິດ​ຕໍ່​ກັນ, ກາຍ​ເປັນ​ກຸ່ມ​ເສດ​ຖະ​ກິດ​ຕົ້ນ​ຕໍ​ທີ່​ຊຸກ​ຍູ້​ແລະ​ເພີ່ມ​ກຳ​ລັງ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ເສດ​ຖ​ະ​ກິດ​ໂລກ ແລະ ໄດ້​ຊຸກ​ຍູ້​ພາ​ລະ​ກິດ​ອັນ​ສູງ​ສົ່ງ​ແຫ່ງ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ມວນ​ມະ​ນຸດ. ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາ​ຍນອກ ເປັນ​ການ​ປະ​ຕິ​ວັດ​ຄັ້ງ​ທີ​ສອງ​ຂອງ​ຈີນ ເຊິ່ງ​ໄດ້​ສອດ​ຄ່ອງ​ກັບຄວາ​ມ​ຮຽກ​ຮ້ອງ​ຕ້ອງ​ການ​ຄັ້ງ​ປະ​ຫວັດ​ສາດ​ຂອ​ງ​ປະ​ຊາ​ຊົນ​ທີ່ຕ້ອງ​ການ​ພັດ​ທະ​ນາ, ​ຕ້ອງ​ການ​ປະ​ດິດ​ສ້າງ​ໃໝ່ ແລະ​ຕ້ອງ​ການ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ສວຍ​ງາມ, ທັງ​ຖືກ​ກັບ​ແປວ​ກະ​ແສ​ຍຸກ​ສະ​ໄໝ​ທີ່​ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ໃນ​ໂລກ​ຕ້ອງ​ການ​ການ​ພັດ​ທະ​ນາ, ຕ້ອງ​ການ​ການ​ຮ່ວມ​ມື ແລະ​ຕ້ອງ​ການ​ຊີ​ວິດ​ການ​ເປັນ​ຢູ່​ໂດຍ​ສັນ​ຕິ.

ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ແມ່ນ​ສຽງ​ໃນ​ໃຈ​ຮ່ວມ​ກັນ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ໂລກ, ແນວ​ຄິດ​ສົງ​ຄາມ​ເຢັນ ແລະ ການ​ແຂ່ງ​ຂັນ​ແບບເຈົ້າ​ໄດ້​ຂ້ອຍ​ເສຍ​ນັບ​ມື້​ນັບ​ຫຼ້າ​ຫຼັງ​ແລ້ວ, ຜູ້​ຖື​ໂຕ​ຫຼື​ຄຳ​ນຶງ​ແຕ່​ສ່ວນ​ໄດ້​ສ່ວນ​ເສຍ​ຂອງ​ຕົນ​ເທົ່າ​​ນັ້ນ​ໄປ​ໃສ​ກໍ່​ຈະພົບ​ແຕ່​ຄວາມ​ຫຍຸ້ງ​ຍາກ. ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ບັນ​ດາ​ປະ​ເທດ​ນັບ​ມື້​ນັບ​ມີ​ການ​ພົວ​ພັນ​ກັນແລະ​​ມີ​ບົດ​ບາດ​ຕໍ່​ກັນ,ການ​ຊຸກ​ຍູ້​ການ​ເຊື່ອມ​ຈອດ​ກັນ,ເລັ່ງ​ລັດກາ​ນ​ເຊື່ອມ​ໂຍງ​ກັນ​ດ້ານ​ການ​ພັດ​ທະ​ນາໄດ້​ກາຍ​ເປັນ​ທາງ​ເລືອກ​ທີ່​ຕ້ອງ​ເປັນ​ໄປໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ. ທ່ານກ່າວ​ເນັ້ນ​ວ່າ: ການ​ປະ​ຕິ​ຮູບ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່​ແມ່ນ​ພະ​ລັງ​ແຮງ​ໂດຍ​ພື້ນ​ຖານ​ໃນ​ການ​ຊຸກ​ຍູ້​ສັງ​ຄົມ​ມະ​ນຸດ​ໃຫ້​ພັດ​ທະ​ນາ​ກ້າວໄປ​ໜ້າ. ໃຜ​ຄັດ​ຄ້ານ​ການ​ປະ​ຕິ​ຮູບ,ໃຜ​ຄັດ​ຄ້ານ​ການ​ປະ​ດິດ​ສ້າງ​ໃໝ່,ຜູ້​ນັ້ນ​ກໍ່​ຈະ​ກາຍ​ເປັນ​ຜູ້​ຫຼ້າ​ຫຼັງ​ໃນ​ຍຸກ​ນີ້ ແລະ​ກໍ່​ຈະ​ຕົກ​ແຖວ​ໃນ​ປະ​ຫວັດ​ສາດ.

ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ຄວນ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ ແລະປະ​ຕິ​ບັດ​ຕໍ່​ກັນຢ່າງ​ສະ​ເໝີ​ພາບ, ບໍ່​ກະ​ທຳ​ແບບ​ຖື​ຕົວ​ເອງ​ເໜືອ​ຄົນ​ທັງ​ປວງ ບໍ່​ແຂ່ງ​ຂັນ​ກັນແບບ​ເຈົ້າ​ໄດ້​ຂ້ອຍ​ເສຍ, ບໍ່​ເປັນ​ເຈົ້າ​ອຳ​ນາດ​ທີ່​ຖື​ເພື່ອນ​ບ້ານ​ເປັນ​ສັດ​ຕູ ແລະ​ຂົ່ມ​ຂູ່​ຜູ້​ອື່ນ, ຄວບ​ຄຸມ​ຄວາມ​ຂັດ​ແຍ້ງ​ກັນ​ຢ່າງ​ເໝາະ​ສົມ; ຄວນ​ເຈ​ລະ​ຈາ​ແລະ​ຫາ​ລື​ກັນ, ແບກ​ຫາບ​ໜ້າ​ທີ່​ຮ່ວມ​ກັນ, ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ລະ​ບຽບ​ການ​ສາ​ກົນ​ແລະ​ກົນ​ໄກ​ສາ​ກົນ​ທີ່​ຖື​ກົດ​ບັດ​ແລະ​ຫຼັກ​ການ​ສະ​ຫະ​ປະ​ຊາ​ຊາດ​ເປັນ​ໃຈ​ກາງ, ບໍ່​ເປັນ​ປໍ​ລະ​ປັກ​ກັນ, ບັນ​ລຸ​ຄວາມ​ໝັ້ນ​ຄົງ​ໂດຍ​ທົ່ວ​ໄປ​ແລະ​ຄວາມ​ໝັ້ນ​ຄົງ​ຮ່ວມ; ຄວນ​ຮ່ວມ​ມື​ດ້ວຍ​ຈິດ​ໜຶ່ງ​ໃຈ​ດຽວ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ສ້າງ​ເສດ​ຖະ​ກິດ​ໂລກ​ທີ່​ເປີດ​ປະ​ຕູ, ຊຸກ​ຍູ້​ການ​ຄ້າ​ແລະ​ການ​ລົງ​ທຶນ​ໃຫ້​ເປັນ​ແບບ​ເສ​ລີ​ແລະ​ມີ​ຄວາມສະ​ດວກ, ປົກ​ປ້ອງ​ກົນ​ໄກ​ການ​ຄ້າ​ຫຼາຍ​ຝ່າຍ; ຄວນສະ​ແຫວງ​ຫາ​ສິ່ງ​ທີ່​ຄື​ກັນ, ​ສະ​ຫງວນ​ສິ່ງ​ທີ່​ຕ່າງ​ກັນ, ກວມ​ລວມ​ເຂົ້າ​ກັນ, ຊຸກ​ຍູ້​ການ​ແລກ​ປ່ຽນ​ດ້ານ​ອະ​ລິ​ຍະ​ທຳ; ຄວນ​ເຄົາ​ລົບ​​ຢຳ​ເກງທຳ​ມະ​ຊາດ, ທະ​ນຸ​ຖະ​ໜອມ​ໜ່ວຍ​ໂລກ, ພະ​ຍາ​ຍາມ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ, ຮ່ວມ​ກັນ​ສ້າງ​ອາ​ຊີ​ແລະ​ໂລກ​ໃຫ້ມີສັນຕິພາບ ຄວາມສະຫງົບ ຄວາມຈະເລີນຮຸ່ງເຮືອງ ເປີດປະຕູ ແລະສວຍງາມ.

ທ່ານ​ສີ​ຈິ້ນ​ຜິງ ກ່າວ​ວ່າ, ບໍ່​ວ່າ​ຈີນ​ຈະ​ພັດ​ທະ​ນາ​ເຖິງ​ລະ​ດັບ​ໃດ​ກໍ​ຕາມ, ກໍ​ຈະ​ບໍ່​ສ້າງ​ການ​ຂົ່ມ​ຂູ່​ຕໍ່​ປະ​ເທດ​ໃດ, ຈະ​ບໍ່​ສາ​ມາດ​ໂຄ່ນ​ລົ້ມ​ລະ​ບຽບ​ການ​ສາ​ກົນ​ໄດ້, ແລະ​ຈະ​ບໍ່​ສ້າງ​ຂອບ​ເຂດ​ອິດ​ທິ​ພົນ​ຂອງ​ຕົນ, ຈີນ​ເປັນ​ປະ​ເທດ​ສ້າງ​ສາ​ສັນ​ຕິ​ພາບ​ຂອງ​ໂລກ, ປະ​ກອບ​ສ່ວນ​ເຂົ້​າ​ໃນ​ການ​ພັດ​ທະ​ນາ​ຂອງ​ໂລກ, ແລະ​ຮັກ​ສາ​ລະ​ບຽບ​ການ​ສາ​ກົນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ທ່ານ​ເນັ້ນ​ຕື່​ມ​ອີກວ່າ, ຈີນ​ຈະ​ເດັດ​ດ່ຽວ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ການ​ເປີດ​ປະ​ຕູ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຍຶດ​ໝັ້ນ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ນຳ​ເຂົ້າ​ແລະ​ການ​ໄປ​ພັດ​ທະ​ນາ​ທຸ​ລະ​ກິດ​ຢ່າງ​ຕ່າງ​ປະ​ເທດ​ຄວບ​ຄູ່​ກັນ, ປ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຄ້າ​ແລະ​ການ​ລົງ​ທຶນ​ແບບ​ເສ​ລີ​ແລະ​ມີ​ຄວາມ​ສະ​ດວກ​ໃນ​ລະ​ດັ​ບ​ສູງ, ແລະ​ຊອກ​ຫາ​ວິ​ທີ​ການ​ສ້າງ​ທ່າ​ເຮືອ​ການ​ຄ້າ​ເສ​ລີ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ.

ປີ​ນີ້​ຈີນ​ຈະ​ອອກ​ມາດ​ຕະ​ການ​ຫຼາຍ​ຂໍ້​ທີ່​ມີ​ຄວາມ​ໝາຍ​ເປັນ​ສັນ​ຍະ​ລັກ​, ເພື່ອ​ຜ່ອນ​ຄາຍ​ເງື່ອນ​ໄຂ​ການ​ເຂົ້າ​ຕະ​ຫຼາດ​ຢ່າງ​ຫຼວງ​ຫຼາຍ. ມາດ​ຕະ​ການ​ເຫຼົ່າ​ນີ້​ລວມ​ທັງໃນ​ຂະ​ແໜງ​ການ​ບໍ​ລິ​ການ​ໂດຍ​ສະ​ເພາະ​ແມ່ນ​ດ້ານ​ການ​ທະ​ນາ​ຄານ, ຮັບ​ປະ​ກັນ​ປະ​ຕິ​ບັດ​ຕົວ​ຈິງ​ຕາມມາດ​ຕະ​ການສຳ​ຄັນ​ຕ່າງໆ​ທີ່​ຜ່ອນ​ຄາຍ​ຄວາມ​ຈຳ​ກັດ​ອັດ​ຕາ​ຫຸ້ນ​ສ່ວນ​ຂອງ​ທຶນ​ຕ່າງ​ປະ​ເທດ​ໃນ​ຂະ​ແໜງ​ກາ​ນ​ທະ​ນາ​ຄານ, ຂະ​ແໜງ​ການ​ຊື້​ຂາຍ​ຫຼັກ​ຊັບ​ແລະ​ຂະ​ແໜງ​ການ​ປະ​ກັນ​ໄພ​ທີ່​ປະ​ກາດ​ໃນ​ປີ​ຜ່ານ​ມາ, ເລັ່ງ​ລັດ​ຂະ​ບວນ​ການ​ເປີດ​ປະ​ຕູ​ຂອງ​ຂະ​ແໜງ​ການ​ປະ​ກັນ​ໄພ, ​ຜ່ອນ​ຄາຍ​ການ​ຈຳ​ກັດ​ການ​ສ້າງ​ສະ​ຖາ​ບັນ​ການ​ເງິນ​ຕໍ່ທຶນ​ຕ່າງ​ປະ​ເທດ, ເປີດກວ້າງ​​ຂອບ​ເຂດ​ດຳ​ເນີນ​ທຸ​ລະ​ກິດ​ຂອງສະ​ຖານ​ບັນ​ການ​ເງິນ​ຕ່າງ​ປະ​ເທດ​ຢູ່​ຈີນ, ເປີດກວ້າງ​ຂົງ​ເຂດ​ຮ່ວມ​ມື​ຕະ​ຫຼາດ​ການ​ເງິນ​ລະ​ຫວ່າງ​ຈີນ​ແລະ​ຕ່າງ​ປະ​ເທດ; ໃນ​ດ້ານ​ຂະ​ແໜງ​ການ​ຜະ​ລິດ, ຂະ​ແໜງ​ການ​ຜະ​ລິດ​ລົດ, ກຳ​ປັ່ນ, ເຮືອ​ບິນ​ແລະ​ອື່ນໆ​ທີ່​ມີ​ການຈຳ​ກັດ​ໃນ​ປັດ​ຈຸ​ບັນ​ນັ້ນ​ກໍ​ໄດ້​ມີ​ພື້ນ​ຖານ​ເປີດ​ປະ​ຕູ​ແລ້ວ, ຈະ​ຜ່ອນ​ຄາຍ​ການຈຳ​ກັດ​ຂອງ​ຂະ​ແໜງ​ການ​ເຫຼົ່າ​ນີ້​ໂດຍ​ສະ​ເພາະ​ແມ່ນ​ຂະ​ແໜງ​ການ​ລົດ​ ​ໂດຍ​ໄວ.

ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​ເໝືອນ​ອາ​ກາດ, ອາ​ກາດ​ສົດ​ຊື່ນ​ຈຶ່ງ​ຈະ​ສາ​ມາດ​ດຶງ​ດູດ​ກາ​ນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ໃຫ້​ໄດ້ຫຼາຍກວ່າ​ເກົ່າ. ຈີນ​ຈະ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ກັບ​ກົດລະ​ບຽບເສດ​ຖະ​ກິດ​ການ​ຄ້າ​ສາ​ກົນ, ເພີ່ມຄວາມ​ປອດ​ໃສ, ເພີ່ມຄວາມ​ເຂັ້ມ​ງວດ​ໃນການ​ປົກ​ປ້ອງຊັບ​ສິນ​ທາງ​ປັນ​ຍາ, ຍຶດ​ໝັ້ນ​ເຮັດ​ວຽກ​ຕາມ​ກົດ​ໝາຍ, ສົ່ງ​ເສີມ​ການ​ແຂ່ງ​ຂັນ​ກັນ, ຄັດ​ຄ້ານ​ການ​ຜູກຂາດ. ໃນ 6 ເດືອນ​ຕົ້ນ​ປີນີ້, ຈີນຈະສຳເລັດວຽກງານດັດແກ້ບັນຊີລາຍ​ການທາງລົບ​ຕໍ່​ນັກລົງທຶນຕ່າງປະເທດ, ປະ​ຕິ​ບັດ​ລະ​ບຽບ​ການ​ຄຸ້ມ​ຄອງ​ການ​ປະ​ຕິ​ບັດ​ຕໍ່​ຢ່າງ​ສະ​ເໝີ​ພາບ​ກັບ​ພົນ​ລະ​ເມືອງ​ປະ​ເທດ​ຕົນ​ກ່ອນໄດ້​ຮັບ​ການ​ອະ​ນຸ​ຍາດ​ໃຫ້​ເຂົ້າ​ຕະ​ຫຼາດ​ແລະ​ບັນ​ຊີ​ລາຍ​ການທາງ​ລົບ​ຢ່າງ​ຮອບ​ດ້ານ.

ທ່ານ​ສີ​ຈິ້ນ​ຜິງ ກ່າວ​ວ່າ, ເພີ່ມ​ທະ​ວີ​ການ​​ປົກ​ປັກ​ຮັກ​ສາຊັບ​ສິນ​ທາງ​ປັນ​ຍາ​ແມ່ນ​ການ​ສົ່ງ​ເສີມ​​ທີ່ດີ​ທີ່​ສຸດ​​ຕໍ່​ການຍົກ​ສູງ​ຄວາມ​ສາ​ມາດ​ການ​ແຂ່ງ​ຂັນ​ຂອງ​ເສດ​ຖະ​ກິດ​ຈີນ. ປີ​ນີ້​ຈີນ​ຈະ​ສ້າງ​ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ແຫ່ງ​ຊາດ​ຈີນ​ຄືນ​ໃໝ່, ​ເພື່ອປັບ​ປຸງ​ກຳ​ລັງ​ປະ​ຕິ​ບັດ​ກົດ​ໝາຍ​ໃຫ້​ສົມ​ບູ​ນ​ຂຶ້ນ, ເພີ່ມ​ຄວາມ​​ເຂັ້ມ​ງວດ​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ, ເພື່ອ​ເຮັດ​ໃຫ້​ຕົ້ນ​ທຶນ​​ໃນການ​ລະ​ເມີດ​ກົດ​ໝາຍ​ສູງ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ເສີມ​ຂະ​ຫ​ຍາຍ​ບົດ​ບາດ​ຂອງ​ກົດ​ໝາຍ​ໃຫ້​ສົມ​ບູນ. ທ່ານ​ສີ​ຈິ້ນ​ຜິງ ກ່າວ​ເນັ້ນ​ວ່າ, ຈີນ​ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ຈີນ​ແລະ​ຕ່າງ​ປະ​ເທດ​ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ເປັນ​ປົກ​ກະ​ຕິ, ປົກ​ປັກ​ຮັກ​ສາ​​ຊັບ​ສິນ​ທາງ​ປັນ​ຍາ​ທີ່​ຊອບດ້ວຍ​ກົດ​ໝາຍ​ຂອງວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ. ພ້ອມ​ກັນ​ນັ້ນ, ຈີນ​ກໍ​ຫວັງ​ໃຫ້​ລັດ​ຖະ​ບານປະ​ເທດ​ຕ່າງໆເພີ່ມ​ທະ​ວີ​ການ​ປົກ​ປັກ​ຮັກ​ສາ​​ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ຈີນ.

ຈີນບໍ່​ຖື​ການ​ສະ​ແຫວງ​ຫາ​ການ​ໄດ້​ປ​ຽບ​ດ້ານ​ການ​ຄ້າເປັນ​ເປົ້າ​ໝາຍ, ແລະຫວັງ​ເປີດກວ້າງ​ການ​ຄ້າ​ນຳ​ເຂົ້າ​ດ້ວຍ​ຄວາມ​ຈິງ​ໃຈ. ທ່ານ​ເຜີຍ​ໃຫ້​ຮູ້​ວ່າ, ປີນີ້, ຈີນ​ຈະ​ຫຼຸດ​ພາ​ສີ​ນຳ​ເຂົ້າ​ລົດ​ຢ່າງຫຼວງ​ຫຼາຍ​ພໍສົມ​ຄວນ, ພ້ອມ​ກັນ​ນັ້ນ​ຈະ​ຫຼຸດ​ພາ​ສີ​ນຳ​ເຂົ້າ​ສິນ​ຄ້າປະ​ເພດ​ອື່ນ​ຈຳ​ນວນ​ໜຶ່ງ, ພະ​ຍາ​ຍາມ​ເພີ່ມ​ປະ​ລິ​ມານ​ນຳ​ເຂົ້າ​ສິນ​ຄ້າ​ທີ່​ມີ​ເອ​ກະ​ລັກ​ແລະ​ທ່າ​ແຮງ​ທີ່​ປະ​ຊາ​ຊົນ​ນິ​ຍົມ​ແລະ​ຕ້ອງ​ການ, ເລັ່ງ​ລັດ​ຂະ​ບວນ​ການ​ເຂົ້າ​ຮ່ວມ"ສັນ​ຍາ​ວ່າ​ດ້ວຍ​ການ​ຈັດຊື້​ຂອງ​ລັດ​ຖະ​ບານ"ຂອງອົງ​ການ​ການ​ຄ້າ​ໂລກ​ຫຼື WTO . ທ່ານ​ສີ​ຈິ້ນ​ຜິງ​ຍັງ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ຢຸດ​ຕິ​ການ​ຕັ້ງ​ກຳ​ແພງການ​ຄ້າ, ຜ່ອນ​ຄາຍ​ການ​ຄວບ​ຄຸມການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ເຕັກ​ນິກ​ສູງ​ຕໍ່​ຈີນ.​
ໃນ​ຕອນ​ສຸດ​ທ້າຍ, ທ່ານ​ສີ​ຈິ້ນ​ຜິງ ກ່າວ​ວ່າ, ເລີ່ມ​ແຕ່​ຕົ​ນ​ສະ​ເໜີ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" 5 ປີ​ມາ​ນີ້, ມີ​80 ກວ່າປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ກັບ​ຈີນ. ໃນ​ຂະ​ບວນ​ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ຈີນ​ບໍ່ເຄີຍ​ມີ​ຄວາມ​ຄິດ​ທາງ​ການ​ເມືອງ​ພູ​ມີ​ພາກ, ບໍ່​ປັດ​ປ່າຍ​ປະ​ເທດ​ອື່ນ​ແລະ​ບໍ່​ມີ​ກາ​ນ​ຊື້​ຂາຍ​ທີ່​ຝືນ​ໃຈ​ຜູ້​ອື່ນ. ຝ່າຍ​ຕ່າງໆ​ຄວນ​ປະ​ຕິ​ບັດ​ຕາມ​ຫຼັກ​ການ​ປຶກ​ສາ​ຫາ​ລືເຊິ່ງ​ກັນ​ແລະ​ກັນ, ຮ່ວມ​​ກັນ​ສ້າງ​ແລະ​ແບ່ງ​ປັນ​ຜົນ​ປະ​ໂຫຍດ​ນຳ​ກັນ, ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ​ໃຫ້ເປັນ​ເວ​ທີ​ຮ່ວ​ມື​ສ​າ​ກົນ​ກວ້າງ​ຂວາງ​ທີ່​ສຸດ​ທີ່​ຖືກ​ກັບ​ກະ​ແສ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ໃນ​ປັດ​ຈຸ​ບັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ