ທ່ານ​ຫຼີ​ເຄີ້ສຽງກ່າວ​ວ່າ: ສ້າງ​ບັນຍາກາດ​ທີ່​ດີ​ ​ເພື່ອ​ປັບປຸງ​ສາຍ​ພົວພັນ​ຈີນ-ຍີ່ປຸ່ນ
2018-04-10 17:02:58  cri 
ວັນ​ທີ 9 ​ເມສາ​ນີ້, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ໂກ​ໂນະ ​ໂຢ​ເຮ​ອິ ປະທານສະມາ​ຄົມ​ສົ່ງ​ເສີມ​ການ​ຄ້າ​ສາກົນ​ຍີ່ປຸ່ນ​ ພ້ອມ​ດ້ວຍ​ຄະນະ​ຢູ່​ນະຄອນຫຼວງ​ປັກ​ກິ່ງ.

ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ: ປັດຈຸບັນ​ນີ້, ສາຍ​ພົວພັນ​ຈີນ-ຍີ່ປຸ່ນ​ໄດ້​ຮັກສາ​ທ່າ​ອ່ຽງຟື້ນ​ຟູ​ດີ​ຂຶ້ນ, ​ແຕ່​ຍັງ​ມີ​ສິ່ງ​ທ້າ​ທາຍ​. ສະ​ນັ້ນ, ຄວນ​ຮັກສາ​ຄວາມ​ເບິ່ງ​ກວ້າງ​ເຫັນ​ໄກ ​ແລະຄວາມ​ເຊື່ອ​ໝັ້ນ​ຢ່າງ​ເດັດດ່ຽວ, ​ເພື່ອສ້າງ​ບັນ​ຍາ​ກາດ​ທີ່​ດີ​ໃຫ້​ສາຍ​ພົວພັນ​ສອງ​ປະ​ເທດ​ກັບ​ຄືນ​ເສັ້ນທາງທີ່ປອດ​ໃສ.

ທ່ານ​ຫຼີ​ເຄີ້ສຽງ​ຊີ້​ໃຫ້​ເຫັນ​ວ່າ: ປີ​ນີ້​ແມ່ນ​ປີຄົບ​ຮອບ 40 ປີ​ທີ່​ໄດ້​​ເຊັນ​ສັນຍາ​ໄມຕີ​ຈິດ​ມິດຕະພາບ​ຈີນ-ຍີ່ປຸ່ນ​, ຫວັງ​ວ່າ​ຍີ່ປຸ່ນ​ສາມາດ​ຮ່ວມ​ກັບປະ​ເທດ​ຈີນ​ປະຕິບັດ​ຕາມ​ເອກະສານ​ການ​ເມືອງ 4 ສະບັບ, ຖອດ​ຖອນ​ບົດຮຽນ​ປະຫວັດສາດ, ຫັນໜ້າ​ສູ່ອະນາຄົດ, ຊຸກຍູ້​ສາຍ​ພົວພັນ​ຈີນ-ຍີ່ປຸ່ນ​ໃຫ້​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ຕໍ່​ເນື່ອງ ​ແລະ​ພັດທະນາ​ຕາມທິດ​ທາງ​ທີ່​ຖືກຕ້ອງ.

ທ່ານ​ໂກ​ໂນະ ​ໂຢ​​​ເຮ​ອິກ່າວ​ວ່າ: ວົງ​ການ​ອຸດ​ສາຫະ​ກຳ-ການ​ຄ້າ​ຍີ່ປຸ່ນ​ສະ​ແດງ​ຄວາມຍິນ​ດີທີ່​ສາຍ​ພົວພັນ​ຍີ່ປຸ່ນ-ຈີນດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ແລະ​ຫວັງ​ວ່າຈະ​ໄດ້ປະກອບສ່ວນ​ເຂົ້າ​ໃນ​ໄມຕີ​ຈິດ​ມິດຕະພາບ​ຂອງສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ