ທ່ານ ສີ​ຈິ້ນ​ຜິງ ກ່າວ​ວ່າ: ເສັ້ນ​ທາງ​ໄປ​ສູ່​ຄວາມທັນ​ສະ​ໄໝ​ບໍ່​ແມ່ນ​ມີ​ແຕ່​ເສັ້ນ​ດຽວ
2018-04-10 10:58:05  cri 
    ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ກ່າວ​ໃນ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ໃນ​ວັນ​ທີ 10 ເມ​ສານີ້​ວ່າ, ໃນ​ຮອບ 40 ປີ​ມານີ້, ຈີນ​ໄດ້​ຍຶດ​ໝັ້ນ​ພິ​ຈາ​ລະ​ນາ​ເຖິງ​ສະ​ພາບ​ແຫ່ງ​ຊາດ, ເລັງ​ສາຍ​ຕາ​ສູ່​ໂລກ, ທັງ​ເນັ້ນ​ຄວາມ​ເປັນ​ເອ​ກະ​ລາດ​ເປັນ​ເຈົ້າ​ຕົນ​ເອງ​ແລະ​ກຸ້ມ​ຕົນ​ເອງ, ທັງ​ເອົາ​ໃຈ​ໃສ່​ການ​ເປີດ​ປະ​ຕູ​ສູ່​ພາຍນອກ ແລະ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ທັງ​ຍຶດ​ໝັ້ນ​ລະ​ບອບ​ສັງ​ຄົມ​ນິ​ຍົມ, ທັງ​ຍຶດ​ໝັ້ນ​ທິດ​ທາງ​ປະ​ຕິ​ຮູບ​ເສດ​ຖະ​ກິດ​ຕະຫຼາດ​ສັງ​ຄົມ​ນິ​ຍົມ, ທັງ​ດຳ​ເນີນ​ການ​ປະ​ຕິ​ຮູບ​ແບບ​ທົດ​ລອງ​ກ່ອນ ທັງ​ໄດ້​ເພີ່ມ​ທະ​ວີ​ການ​ອອກ​ແບບ​ຈາກ​ຂັ້ນ​ເທິງ, ໄດ້​ບຸກ​ເບີກ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຢ່າງ​ສຳ​ເລັດ​ຜົນ. ທ່ານ​ເນັ້ນ​ວ່າ, ພຶດ​ຕິ​ກຳ​ທີ່​ສຳ​ເລັດ​ຜົນ​ຂອງ​ຈີນ​ບົ່ງ​ບອກ​ພວກ​ເຮົາ​ວ່າ, ເສັ້​ນ​ທາງ​​ໄປສູ່​​ຄວາມທັນ​ສະ​ໄໝ​ບໍ່​ແມ່ນ​ມີ​ແຕ່​ເສັ້ນ​ດຽວ, ຂໍ​​ພຽງແຕ່​ວ່າ​ຊອກ​ພົບ​ທິດ​ທາງ​ທີ່​ຖືກ​ຕ້ອງ​ແລະ​ພະ​ຍາ​ຍາມ​ຢ່າ​ງ​ບໍ່​ລົດ​ລະ, ເສັ້ນ​ທາງ​ທຸກ​ເສັ້ນ​ລ້ວນ​ແຕ່​ຈະ​ສຳ​ເລັດ​ຜົນ​ໄດ້​ຢ່າງ​ແນ່ນອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ