ທ່ານ ສີ​ຈິ້ນ​ຜິງ ກ່າວ​ວ່າ: ກາ​ນ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາ​ຍນອກ​ຂອງ​ຈີນ​ໄດ້​ມີ​ຜົນ​ສະ​ທ້ອນ​ຕໍ່​ໂລກ​ຢ່າງ​ເລິກ​ເຊິ່ງ
2018-04-10 11:02:15  cri 
    ໃນ​ເວ​ລາ​ກ່າວ​ປາ​ຖະ​ກ​ະ​ຖາ​ຢູ່​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ເມ​ສານີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ກ່າວ​ວ່າ, ໃນ​ຮອບ 40 ປີ​ມານີ້, ຈີນ​ໄດ້​ບັນ​ລຸ​ການ​ຫັນ​ປ່ຽນ​ຢ່າງ​ຍິ່ງ​ໃຫຍ່​ຄື​ຈາກ​ການ​ປິດ​ປະ​ຕູ​ແລະ​ປິດ​ປະ​ຕູ​ເຄິ່ງ​ໜຶ່ງ​ຫັນ​ໄປ​ສູ່​ການ​ເປີດ​ປະ​ຕູ​ຢ່າງ​ຮອບ​ດ້ານ, ໄດ້​ແບກ​ຫາບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ປະ​ເທດ​ໃຫຍ່​ໃນ​ການ​ເປີດ​ປະ​ຕູ​ສູ່​ພາ​ຍນອກ, ຈາກ​ການ​ນຳ​ເຂົ້າ​ຫັນ​ໄປ​ສູ່​ການ​ໄປ​ພັດ​ທະ​ນາ​ຢູ່​ຕ່າງ​ປະ​ເທດ, ຈາກ​ການ​ເຂົ້າ​ຮ່ວມ​ອົງ​ການ​ການ​ຄ້າ​ໂລກ ໄປ​ສູ່​ການ​ຮ່ວມ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ", ໄດ້​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ອາ​ຊີ​ແລະ​ວິ​ກິດ​ການ​ການ​ເງິນ​ສາ​ກົນ, ອັດ​ຕາ​ການ​ປະ​ກອບ​ສ່ວນ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກຫຼາຍ ກວ່າ 30% ໃນຫຼາຍ​ປີ​ຕິດ​ຕໍ່​ກັນ, ກາຍ​ເປັນ​ກຸ່ມ​ເສດ​ຖະ​ກິດ​ຕົ້ນ​ຕໍ​ທີ່​ຊຸກ​ຍູ້​ແລະ​ເພີ່ມ​ກຳ​ລັງ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ເສດ​ຖ​ະ​ກິດ​ໂລກ ແລະ ໄດ້​ຊຸກ​ຍູ້​ພາ​ລະ​ກິດ​ອັນ​ສູງ​ສົ່ງ​ແຫ່ງ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ມວນ​ມະ​ນຸດ. ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາ​ຍນອກ ເປັນ​ການ​ປະ​ຕິ​ວັດ​ຄັ້ງ​ທີ​ສອງ​ຂອງ​ຈີນ ເຊິ່ງ​ໄດ້​ສອດ​ຄ່ອງ​ກັບຄວາ​ມ​ຮຽກ​ຮ້ອງ​ຕ້ອງ​ການ​ຄັ້ງ​ປະ​ຫວັດ​ສາດ​ຂອ​ງ​ປະ​ຊາ​ຊົນ​ທີ່ຕ້ອງ​ການ​ພັດ​ທະ​ນາ, ​ຕ້ອງ​ການ​ປະ​ດິດ​ສ້າງ​ໃໝ່ ແລະ​ຕ້ອງ​ການ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ສວຍ​ງາມ, ທັງ​ຖືກ​ກັບ​ແປວ​ກະ​ແສ​ຍຸກ​ສະ​ໄໝ​ທີ່​ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ໃນ​ໂລກ​ຕ້ອງ​ການ​ການ​ພັດ​ທະ​ນາ, ຕ້ອງ​ການ​ການ​ຮ່ວມ​ມື ແລະ​ຕ້ອງ​ການ​ຊີ​ວິດ​ການ​ເປັນ​ຢູ່​ໂດຍ​ສັນ​ຕິ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ