ຄວາມ​ຜິດ​ພາດ​ຂອງ​ອາ​ເມ​ລິ​ກາ​ໄດ້​ເຮັດ​ໃຫ້​ປະ​ຊາ​ຄົມ​ໂລກ​ເປັນ​ຫ່ວງ​ນຳ ແລະ​ຈີນ​ມີ​ຄວາມ​ໝັ້ນ​ໃຈ​ຈະ​ຊະ​ນະ​ໃນ​ທີ່​ສຸດ
2018-04-10 16:11:22  cri 
    ທ່ານ ເກິງ​ສວງ ໂຄ​ສົກ​ກ​ະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ວັນ​ທີ 9 ເມ​ສານີ້​ວ່າ, ບຸກ​ຄົນ​ຜູ້​ມີ​ຄວາມ​ຮູ້​ໃນ​ປະ​ຊາ​ຄົມ​ໂລກ​ມີ​ຄວາມ​​ຮັບ​ຮູ້​ໂດຍ​ທົ່ວ​ໄປວ່າ, ລັດ​ທິ​ຝ່າຍ​ດຽວ ແລະ ລັດ​ທິ​ປົກ​ປ້ອງ​ການ​ຄ້າ ບໍ່​ແມ່ນ​ທາງ​ອອກ, ການ​ຮ່ວມ​ມື​ສາ​ກົນ ແລະ ການ​ປະ​ສານ​ງານຫຼາຍ​ຝ່າຍ ຈຶ່ງ​ແມ່ນ​ທາງ​ອອກ, ລະ​ບຽບ​ສາ​ກົນ​ທີ່​ຖື​ກະ​ຕິ​ກາ​ເປັນ​ພື້ນ​ຖານນັ້ນ ຄວນ​ໄດ້​ຮັບ​ການ​ເຄົາ​ລົບ.

    ຫວ່າງມໍ່ໆ​ມານີ້, ຜູ້​ນຳຫຼາຍ​ປະ​ເທດ ເຊັ່ນ ໂອ​ຕຼິ​ສ, ໂຮນ​ລັງ ແລະ​ສິງ​ກະ​ໂປ​ເປັນ​ຕົ້ນ ພ້ອມ​ດ້ວຍ​ຜູ້​ຮັບ​ຜິດ​ຊອບ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ເຊັ່ນ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເປັນ​ຕົ້ນ ໄດ້​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ປະ​ຈຳ​ປີ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ. ໃນ​ໂອ​ກາດ​ພົບ​ປະ ແລະ ພົບ​ປະ​ເຈ​ລະ​ຈາ​ກັບ​ຜູ້​ນຳ​ຈີນ, ບັນ​ດາທ່ານ​​ໄດ້ກ່າວ​ວ່າ, ຕ້ອງ​ປົກ​ປ້ອງ​ລະ​ບົບ​ການ​ຄ້າ​ເສ​ລີ, ຊຸກ​ຍູ້​ເສ​ລີ​ພາບ​ແລະ​ຄວາມ​ສະ​ດວກ​ທາງ​ການ​ຄ້າ​ແລະ​ການ​ລົງ​ທຶນ. ກ່ຽວ​ກັບ​ເລື່ອງນີ້, ທ່ານ ເກີງ​ສວງ ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ວ່າ, ປັດ​ຈຸ​ບັນ, ຝ່າຍ​ຕ່າງໆ​ລ້ວນ​ແຕ່​ເອົາ​ໃຈ​ໃສ່​ສູງ​ຕໍ່​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ, ເພາະ​ວ່າ​ມັນ​ກ່ຽວ​ພັນ​ເຖິງ​ບັນ​ຫາຫຼັກ​ການ​ທີ່​ໃຫຍ່ຫຼວງ ຄື: ກະ​ຕິ​ກາ​ສາ​ກົນ​ຕ້ອງ​ເຄົາ​ລົບຫຼື​ບໍ່, ໂຄງ​ປະ​ກອບ ຫຼາຍ​ຝ່າຍຕ້ອງ​ປົກ​ປັກ​ຮັກ​ສາຫຼື​ບໍ່ ແລະ ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ຕ້ອງ​ຊຸກ​ຍູ້ຫຼື​ບໍ່, ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ, ຮ່ວມ​ກັນ​ສ້າງ​ເສດ​ຖະ​ກິດ​ໂລກ​ແບບ​ເປີດ​ປະ​ຕູ, ຊຸກ​ຍູ້​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ໃຫ້​ຂະ​ຫຍາຍ​ໄປ​ສູ່​ທິດ​ທາງ​ທີ່​ເປີດ​ປະ​ຕູ, ກວມ​ລວມ, ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ທົ່ວ​ເຖິງ, ກ້ຳ​ເກິ່ງ​ກັນ ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດຫຼາຍກວ່າ​ເກົ່າ, ປະ​ກອບ​ສ່ວນ​ໃຫຍ່ກວ່າ​ເກົ່າ​ເພື່ອ​ຄວາມ​ກ້າວ​ໜ້າ​ຂອງມວນ​ມະ​ນຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ