ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະ​ກັບ​ທ່ານ​ລີ​ຊຽນ​ລົງ
2018-04-11 16:06:54  cri 
ວັນ​ທີ 10 ເມ​ສາ​ນີ້​ຢູ່​ຫໍ​ຮັບ​ແຂກ​ເມືອງ​​ທີ່ໂປ​ອາວ​ແຂວງ​ໄຫ​ຫຼຳ ສ​ປ ຈີນ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ລີ​ຊຽນ​ລົງ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ.

ທ່ານ​ສີ​ຈິ້ນ​ຜິງ ຊີ້​ໃຫ້​ເຫັນ​ວ່າ, ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ສິງ​ກະ​ໂປ​ກ່ຽວ​ພັນ​ເຖິງ​ການ​ປະ​ຕິ​ຮູບ​ຂອງ​ຈີນ​ຢ່າງ​ໃກ້​ຊິດ. ປັດ​ຈຸ​ບັນ, ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່, ຂະ​ນະ​ທີ່ສິງ​ກະ​ໂປ​ພວມ​ປະ​ຕິ​ບັດ "ຍຸດ​ທະ​​ສາດການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃນ​ອະ​ນາ​ຄົດ". ສອງ​ຝ່າຍ​ຄວນ​ປະ​ສານ​ສົມ​ທົບ​ກັ​ບ​ຈຸດ​ພິ​ເສດ​ໃໝ່​ໃນ​ສະ​ຖາ​ນະ​ການ​ໃໝ່, ວາງ​ແຜນ​ຍຸດ​ທະ​ສາດ​ແລະອອກ​ແບບ​ຈາກ​ຊັ້ນ​ສູງ​ກ່ຽວ​ກັບ​ສາຍ​ພົວ​ພັນ​ແລະ​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ລະ​ຫວ່າງ​ສອງ​ຝ່າຍ. ​ນອກ​ນີ້​ຄວນ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ໂຄງ​ການ​ໃຫຍ່​ລະ​ຫວ່າງ​ລັດ​ຖະ​ບານ. ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ປຶກ​ສາ​ຫາ​ລື​ກັບ​ປະ​ເທດ​ອາ​ຊຽນ​ລວມ​ທັງ​ສີງ​ກະ​ໂປ, ​ເພື່ອ​ໃຫ້​ບັນ​ລຸ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ເຊື່ອມ​ຈອດ​ກັນ​ກັບ​ແຜນ​ການ​ພັດ​ທະ​ນາ​ຂອງ​ອາ​ຊຽນ​ໃຫ້​ດີກວ່າ​ເກົ່າ, ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາຊຽນ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ, ຫວັງວ່າ​ສິງ​ກະ​ໂປ​ສາມ​າດ​ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ຢ່າງ​ຕັ້ງ​ໜ້າ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ.

ທ່ານ​ລີ​ຊຽນ​ລົງ ກ່າວ​ວ່າ, ປະ​ເທດ​ຕົນ​ສະ​ໜັບ​ສະ​ໜູນ​ລະ​ບົບ​ແລະ​ລະ​ບຽບ​ການ​ສາ​ກົນ​ບົນ​ພື້ນ​ຖານ​​ກະ​ຕິ​ກາ​ສາ​ກົນ, ມີ​ຈຸດ​ຢືນ​ຮັບ​ມື​ກັບ​ບັນ​ຫາ​ແລະ​ສິ່ງທ້າ​ທາຍ​ຈາກ​ທົ່ວ​ໂລກ​ໂດຍ​ຜ່ານ​ການ​ຮ່ວມ​ມື​ສາ​ກົນ. ປະ​ເທດ​ຕ່າງໆ​ຄວນ​ແກ້​ໄຂ​ການ​ພົວ​ພັນ​ໂດຍ​ຜ່ານ​ແນວ​ທາງ​ສັນ​ຕິ​ວິ​ທີ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ. ນະ​ໂຍ​ບາຍ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ແລະ​ກອງ​ປະ​ຊຸມ​ສອງ​ສະ​ພາ​ທີ່​ຫາ​ກໍ່​ສິ້ນ​ສຸດ​ລົງ​ໄດ້​ສະ​ແດງ​ໃຫ້​ເຫັນ​​ແຜນການ​ກຳ​ນົດ​ທີ່​ມີ​ວິ​ໄສ​ທັດ​ເບິ່ງ​ກວ້າງ​​ເຫັນໄກ​ຕໍ່​ການ​ພັດ​ທະ​ນາ​ຂອງ​ຕົນ​ແລະ​ການ​ສະ​ໜັບ​ສະ​ໜູນ​ຕໍ່​ລະ​ບົບ​ສາ​ກົນ. ປັດ​ຈຸ​ບັນ​ການ​ຮ່ວມ​ມື​ລະ​ຫວ່າງ​ສິງ​ກະ​ໂປ​ແລະ​ຈີນ​ໄດ້ກ້າວ​ໄປ​ໜ້າ​ພ້ອມ​ກັບ​ຍຸກ​ສະ​ໄໝ​ແລະ​ນັບ​ມື້​ນັບ​​ກ້າວ​ເຂົ້າສູ່​ລວງ​ເລິກ. ປະ​ເທດ​ຕົນ​ສຸມ​ກຳ​ລັງ​ເພື່ອ​ລົງ​ເລິກ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ຊຸກ​ຍູ້​ໂຄງ​ການ​ສຳ​ຄັນ​ແລະ​ການ​ຮ່ວມ​ມື​ພາຍ​ໃຕ້​ຂອບ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ລະ​ຫວ່າງ​ສອງ​ປະ​ເທດ. ​ແລະສິງ​ກະ​ໂປ​​ກໍ່ສະ​ໜັບ​ສະ​ໜູນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ອາ​ຊຽນ​ແລະ​ຈີນ​ດ້ວຍ​ຄວາມ​ຈິງ​ໃຈ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ