ຄວາມ​ຕ້ອງ​ການ​ພາຍ​ໃນ​ກາຍ​ເປັນ​ກຳ​ລັງຕັດ​ສິນ​ທີ່​ຊຸກ​ຍູ້​ການພັດ​ທະ​ນາ​ເສດ​ຖະ​ກິດ​ຈີນ
2018-04-11 16:32:26  cri 
ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​​ກົມ​ສັງ​ລວມ​ຂອງ​ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ກ່າວ​ໃນ​ວັນ​ທີ 10 ເມ​ສາ​ນີ້​ວ່າ, ໃນ​ຫຼາຍ​ປີ​ຜ່ານ​ມາ, ພາກ​ສ່ວນ​ຕ່າງໆ​ຂອງ​ທ້ອງ​ຖິ່ນຕ່າງ​ໆ​ໄດ້​ອອກ​ແຮງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ພື້ນ​ຖານ​ຂອງ​ການ​ບໍ​ລິ​ໂພກ​ແລະ​ບົດ​ບາດ​ຂໍ​ກະ​ແຈ​ຂອງ​ການ​ລົງ​ທຶນທີ່​ມີ​ຕໍ່​ການ​ປັບ​ປຸງ​ໂຄງ​ປະ​ກອບ​ຄວາມ​ຕ້ອງ​ການ​ແລະ​ການ​ສະ​ໜອງ​ໃຫ້​ດີ​ຂຶ້ນ, ​ສົ່ງ​ຜົນ​ເຮັດ​ໃຫ້ຄວາມ​ຕ້ອງ​ການ​ພາຍ​ໃນ​​ມີ​ການ​ປະ​ກອບ​ສ່ວນ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ຫຼາຍ​ຂຶ້ນ​ເລື້ອຍໆ, ແລະ​ໄດ້​ກາຍ​ເປັນ​ກຳ​ລັງ​ຕັດ​ສິນ​ທີ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ.

ຕາມ​ສະ​ຖິ​ຕິ, ໃນ​ປີ 2017, ຄ່າ​ໃຊ້​ຈ່າຍອຸ​ປະ​ໂພກ​ບໍລິ​ໂພ​ກ​ໄດ້​ປະ​ກອບ​ສ່ວນ​ເຖິງ 58,8% ​ຕໍ່​ການ​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ, ທຽບ​ໃສ່​ປີ 2007 ເພີ່ມ​ຂຶ້ນ 13,5%. ໃນ 2 ເດືອນ​ຕົ້ນ​ປີ​ນີ້, ຍອດ​ມູນ​ຄ່າ​ຂາຍ​ຍ່ອຍ​ຂອງ​ສິນ​ຄ້າ​ອຸ​ປະ​ໂພກບໍ​ລິ​ໂພກ​​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 9,7%, ຄວາມ​ໄວ​ເຕີບ​ໂຕ​ສູງກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ 0,2%.

ນັກ​ວິ​ຊາ​ການ​ຂອງ​ອົງ​ກາ​ນ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ວິ​ເຄາະ​ວ່າ, ຄຽງ​ຄູ່​ກັບ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ດ້ານ​ການ​ສະ​ໜອງ​ດຳ​ເນີນ​ໄປ​ຢ່າງ​ຕໍ່​ເນື່ອງ​ແລະ​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດການ​ພັດ​ທະ​ນາ​ໂດຍ​ຜ່ານ​ການ​ປະ​ດິດ​ສ້າງ​ໃໝ່​ໄດ້​ເຂົ້າລວງ​ເລິກ, ພະ​ລັງ​ຊີ​ວິດ​ແລະ​​ແຮງ​ຊຸກ​ດັນ​ຈາກ ​ຄວາມ​ຕ້ອງ​ການ​ພາຍ​ໃນ​ໄລ​ຍະ​ຕໍ່​ໜ້າ​ຈະ​ປະ​ກົດ​ອອກ​ຢ່າງ​ຕໍ່​ເນື່ອງ, ແລະ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃນ​ໄລ​ຍະ​ຍາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ