ດີ​ໃຈ​ທີ່​ ອາ​ເມ​ລິ​ກາ​ໄດ້ສົ່ງ​​ສັນ​ຍານ​ທີ່​ດີ, ແຕ່​ຕ້ອງ​ຕິດ​ຕາມ​ເບິ່ງ​ຕົວ​ຈິງ
2018-04-11 18:59:11  cri 
ວັນ​ທີ 10 ເມ​ສາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ປາ​ໄສ​ສຳ​ຄັນ​ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ໂດຍໄດ້​ບັນ​ລະ​ຍາຍ​​ຕື່ມ​ອີກ​ກ່ຽວ​ກັບນະ​ໂຍ​ບາຍ​ແລະ​ມາດ​ຕະ​ການ​ສຳ​ຄັນ​ຂອງ​ຈີນ​ໃນການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ, ​ປະ​ຊາ​ຄົມ​ໂລກ​ໄດ້​ຕີ​ລາ​ຄ​າ​ສູງ​ຕໍ່ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈີ້ນ​ຜິງ​. ທ່ານ​ໂດ​ນັນ ທ​ຣຳ​ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກໍ​ໄດ້ ຕອບ​ຮັບ​ດ້ວຍ​ດີ​ສົມ​ຄວນ.

ນັກ​ວິ​ເຄາະ​ຂອງໂທ​ລະ​ພາບສູນ​ກາງ​ຈີນ​ກ່າວ​ວ່າ, ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ, ໄດ້​ບັນ​ລະ​ຍາຍ​ນະ​ໂຍ​ບາຍ​ແລະ​ມາດ​ຕະ​ການ​ສຳ​ຄັນ​ຂອງ​ຈີນ​ໃນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ ເຊິ່ງໄດ້​ຮັບ​​ການຕີ​ລາ​ຄາ​ສູງ​ຈາກ​ປະ​ຊາ​​ຄົມໂລກ. ນີ້​ແມ່ນ​ມາດ​ຕະ​ການ​ສຳ​ຄັນ​ແຫ່ງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ, ຈີນ​ຊຸກ​ຍູ້​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຕື່ມ​ອີກ​ຕາມ​​ທິດ​ທາງ​ທີ່​ໄດ້​ກຳ​ນົດ​ໄວ້.

​​​​ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ລະ​ບຸ​ວ່າ:ນັບ​ຕັ້ງ​ແຕ່​ຈີນປະ​ຕິ​ບັດ​ການ​ປະ​ຕິ​ຮູບແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ເວ​ລາ 40 ປີ​ມາ​ນີ້, ປະ​ຊາ​ຊົນ​ຈີນ​ຍຶດ​ໝັ້ນ​ນະ​ໂຍ​ບາຍ​ພື້ນ​ຖານ​ແຫ່ງ​ຊາດ​ທີ່​ເປີດ​ປະ​ຕູ​ສູ່​ພາຍນອກ, ຍຶດ​ໝັ້ນການ​ສ້າງ​ສາ​ປະ​ເທດ​ແບບເປີດ​ປະ​ຕູ, ແລະ​ໄດ້​ບັນ​ລຸການ​ປ່ຽນ​ແປງ​ຢ່າງ​ຍິ່ງ​ໃຫຍ່​ ຈາກ​ການ​ປິດ​ປະ​ຕູ,ເຄິ່ງ​ປິດ​ປະ​ຕູຮອດ​ເປີດ​ປະ​ຕູ​ຢ່າງ​ຮອບ​ດ້ານ, ໄດ້​ກາຍ​ເປັນ​ແມ່​ແຮງ​ສຳ​ຄັນ​​ຊຸກ​ຍູ້ການ​ເຕີບ​ໂຕ​ທັງ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ຂອງ​ເສດ​ຖະ​ກິດ​ໂລກ, ໄດ້​ ປະ​ກອບ​ສ່ວນ​ຂອງ​ຕົນ​ໃຫ້​ແກ່​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ເຊິ່ງ​ເປັນ​ພາ​ລາ​ກິດອັນ​ສູງ​ສົ່ງ​ຂອງມວນ​ມະ​ນຸດ.

ນັກ​ວິ​ເຄາະ​ທ່ານ​ນີ້​ກ່າວ​ຕື່ມ​ວ່າ, ວັນ​ທີ 11 ເມ​ສາ​ນີ້, ທ່ານ​ຢີ້​ກ່າງ, ​ຜູ້​ວ່າ​ການ​ທະ​ນາ​ຄານ​ປະ​ຊາ​ຊົນ​ຈີນ​ໄດ້​ເປີດ​ເຜີຍ​ມາດ​ຕະ​ການ​ລະ​ອຽດ​ແລະ​ຕາ​​ຕະ​ລາງ​ເວ​ລາ​ໃນ​ການເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຂະ​ແໜງ​ການ​ເງິນ​ຂອງ​ຈີນ, ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດ. ຖ້າ​ວ່າ​ອາ​ເມ​ລິ​ກາ​ຝືນ​ເຮັດສົງ​ຄາມ​ການ​ຄ້າ, ​ກໍຈະ​ເສຍ​ໂອ​ກາດ​ຮ່ວມ​ມື​​ຕື່ມ​ອີກລະ​ຫວ່າງ​ສອງ​ຝ່າຍ, ທັງ​ຈະ​ເສຍ​ໂອ​ກາດ​ທີ່​ແປ່ງ​ປັນ​ຜົນ​ປະ​ໂຫຍດ​ຈາກ​ການ​ພັດ​ທະ​ນາ​ແບບ​ເປີດ​ປະ​ຕູ​​ຂອງ​ຈີນ.

ຈີນ​ດີ​ໃຈ​​ທີ່ ​ອາ​ເມ​ລິ​ກາ​ໄດ້​ສົ່ງ​ສັນ​ຍານ​​ທີ່​ດີ, ແຕ່​ຕ້ອງ​ຕິດ​ຕາມເບິ່ງ​ຕົວ​ຈິງ, ຂໍ​ກະ​ແຈ​ແມ່ນ​ມາດ​ຕະ​ການ​ຂັ້ນ​ຕໍ່​ໄປ​ຂອງ​ອາ​ເມ​ລິ​ກາ. ຫວັງ​ວ່າ​ອາ​ເມ​ລິ​ກາ​ສາ​ມາດ​ຮັບ​ຮູ້​ສະ​ຖາ​ນະ​ການ​ຢ່າງ​ຄັກ​ແນ່, ​ມາດ​ຕະ​ການແຕ່ຝ່າຍ​ດຽວ​​ໃນ​ການ​ຄ້າ​ແມ່ນ​ເລື່ອງ​ທີ່​ຮັບ​ຮອງ​ບໍ່​ໄດ້, ການ​ພັດ​ທະ​ນາ​ແລະ​ເຊື່ອມ​ຈອດ​ກັນ​ແມ່ນ​ກະ​ແສ​ໃນ​ຍຸກ​ປັດ​ຈຸ​ບັນ, ນີ້​ຕ້ອງ​ການ​ຄວາມ​ຮັບ​ປະ​ກັນ​ຂອງ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ, ແລະ​ຄັດ​ຄ້ານ​ລັດ​ທິ​ຝ່າຍ​ດຽວ, ຄວນ​ຍຶດ​ໝັ້ນ​ຫຼັກ​ໝັ້ນສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່ກັນ​ຈຶ່ງ​ສາ​ມາດ​ສ້າງ​ສະ​ພາບ​ການ​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຜົນ​ປະ​ໂຫຍດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ