​​ການເປີດ​ກວ້າງ​ການ​ເປີດ​ປະຕູສູ່​ພາ​ຍນອກ​ຂອງ​ຈີນ​ເປັນ​ການ​ທຸ່ມ​ເທກຳລັງ​ຊຸກ​ດັນ​ໃສ່ເສດຖະກິດ​​ຂອງໂລກ
2018-04-11 16:35:58  cri 
ວັນ​ທີ 10 ​ເມສາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ປາ​ໄສ​ໃນ​ພິທີ​ເປີດ​ກອງ​ປະຊຸມ​ປະຈຳ​ປີ 2018 ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ ​ເຊິ່ງ​ໄດ້​ລະບຸ​ວ່າ: ຈີນ​ຈະ​ປະຕິບັດ​ມາດ​ຕະການ​ໃໝ່​ດ້ານ​ການ​ເປີດ​ກວ້າງ​ການ​ເປີດ​ປະຕູ​ສູ່ພາຍ​ນອກ. ຈາກ​ນັ້ນ, ທ່ານ​ເກີ​ງສວງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ມື້​ດຽວ​ກັນ​ວ່າ: ຈີນ​ໄດ້​ປະກອບສ່ວນ​ກຳລັງ​ຊຸກ​ດັນ​ຢ່າງ​ແຂງ​ແຮງ​ເຂົ້່າ​ໃນ​ການ​ເພີ່ມ​ທະວີ​ການ​ຄ້າ​ສາກົນ ​ແລະ​ການ​ພັດທະນາ​ຂອງ​ເສດ​ຖະກິດ​ໂລກ​ດ້ວຍ​ການ​ກະທຳ​ຕົວ​ຈິງ. ມາດ​ຕະການ​​ເປີດ​ກວ້າງ​ການ​ເປີດ​ປະຕູ​ສູ່ພາຍ​ນອກ​ທີ່​ໄດ້​ປະກາດ​ໂດຍ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ: ການ​ພັດທະນາ​ຂອງ​ຈີນ​ແມ່ນກາລະ​ໂອກາດ​ຂອງ​ໂລກ, ຈີນ​ກໍ​ຍິນ​ດີ​ຊົ​ມ​ໃຊ້​​ໂອກາດ​ນີ້​ກັບ​ໂລກ.

ທ່ານ​ເກີ​ງສວງ​ກ່າວ​ຕື່ມ​ວ່າ: ການ​ເປີດ​ປະຕູສູ່​ພາຍ​ນອກ​ແມ່ນ​ນະ​ໂຍບາຍ​ພື້ນຖານ​ຂອງ​ຈີນ. ການ​ເປີດ​ປະຕູສູ່​ພາຍ​ນອກ​ສາມາດ​ຊຸກຍູ້​ການ​ປະຕິ​ຮູບ ​ແລະ​ການ​ພັດທະນາ. ຈີນ​ເນັ້ນ​ຕື່ມ​ອີກ​ວ່າ: ຈີນຈະ​ບໍ່​ປິດ​ປະຕູ​, ​ແຕ່​ຈະ​ເປີດ​ປະຕູ​ກວ້າງ​ຂວາງກວ່າ​ເກົ່າ. ມາດ​ຕະການ​ສຳຄັນ​ທີ່​ໄດ້​ປະ​ກາດ​ໂດຍ​ທ່ານ​ສີ​ຈິ້ນ​ຜິ​ງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຮັບ​ການຕີ​ລາຄາ​ສູງ​ຈາກ​ພາຍ​ໃນ ​ແລະ​ຕ່າງປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ