ທຸກ​ປະ​ເທດ​ທີ່​ອ້ອມກອດ​​ໂລ​ກາ​ພິ​ວັດ​ລ້ວນ​ແຕ່​ຈະ​ປະ​ສົບ​ຜົນ​ສຳ​ເລັດ
2018-04-11 16:33:09  cri 
    ທ່ານ ວາງຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ພາຍ​ໃຕ້​ຫົວ​ຂໍ້ "ສະ​ແດງ​ຄວາມ​ເຄົາ​ລົບ​ແລະ​ສືບ​ທອດ" ຂອງ​ສະ​ມາ​ຊິກ​ເກົ່າ​ແລະ​ໃໝ່​​ສະ​ພາ​ມົນ​ຕີເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວໃນ​ວັນ​ທີ 10 ເມ​ສານີ້ ແລະ​ໄດ້​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ.

    ໂອ​ກາດ​ດັ່ງ​ກ່າວ, ທ່ານ ວາງຢີ້ ໄດ້​ຕາງ​ໜ້າ​ລັດ​ຖະ​ບານ​ປະ​ເທດ​ເຈົ້າ​ພາບ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ມົນ​ຕີ​ແລະ​ກຳ​ມະ​ການ​ໃຫ້​ຄຳ​ປຶກ​ສາ​ທີ່​ໄດ້​ປະ​ກອບ​ສ່ວນ​ອັນ​ລ້ຳ​ຄ່າ​ເພື່ອ​ການພັດ​ທະ​ນາ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື ແລະ​ຫວັງ​ວ່າ, ສະ​ພາ​ມົນ​ຕີ​ຊຸດ​ໃໝ່ ຈະ​ສືບ​ທອດ​ຈິດ​ໃຈ​ໂປ​ອາວ ແລະ​ສ້າງ​ເວ​ທີ​ປຶກ​ສາ​ຫາ​ລື​ໃຫ້​ເປັນ​ຍີ່​ຫໍ້​ລະ​ດັບ​ໜຶ່ງ​ຂອງ​ໂລກ.

    ທ່ານ ວາງ​ຢີ້ ກ່າວ​ຕື່ມ​ວ່າ, ການປາ​ຖະ​ກະ​ຖາ​ອັນ​ສຳ​ຄັນ​ທີ່​ທ່ານ​ປະ​ທານ ສີ​ຈິ້ນ​ຜິງ ກ່າວ​ໃນ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ໃນຕອນ​ເຊົ້ານັ້ນ ພວມ​​ເຜີຍ​ແຜ່​ໄປ​ສູ່​ທົ່ວ​ໂລກ, ເຊື່ອ​ວ່າ ທຸກ​ປະ​ເທດ​ໃນ​ໂລກ ລວມ​ທັງ​ປະ​ເທດ​ທີ່​ຢູ່​ຝັ່ງ​ກົງ​ກັນ​ຂ້າມ​ມະ​ຫາ​ສະ​ໝຸດ ລ້ວນ​ແຕ່​ຈະ​ໄດ້​ຮັບ​ສັນ​ຍານ​ທີ່​ສຳ​ຄັນ​ແລະ​ຕັ້ງ​ໜ້າ​ເຫຼົ່າ​ນີ້.

    ທ່ານ ວາງຢີ້ ກ່າວ​ອີກວ່າ, ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ ຈະ​ພັດ​ທະ​ນາ​ກ້າວ​ໄປ​ໜ້າຢ່າງ​ແນ່ນອນ, ເພາະ​ວ່າ, ແຂວງ​ໄຫຫຼຳ​ພວມ​ພັດ​ທະ​ນາ, ຈີນ​ພວມ​ພັດ​ທະ​ນາ ແລະ​ອາ​ຊີ​ພວມ​ພັດ​ທະ​ນາ. ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ ​ຈະ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ແນ່ນອນ, ເພາະ​ວ່າ​ຈີນ​ຈະ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ແນ່ນອນ, ອາ​ຊີ​ຈະ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ແນ່ນອນ ແລະ ທຸກໆ​ປະ​ເທດ​ທີ່ອ້ອມກອດ​ໂລ​ກາ​ພິ​ວັດ​ນັ້ນ​ລ້ວນ​ແຕ່​ຈະ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ແນ່ນອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ