ຈີນ​ຍິນ​ດີພະ​ຍາ​ຍາມ​ຮ່ວມ​ກັບ​ຟີ​ລິບ​ປິນ​ເພື່ອ​ຊຸກ​ຍູ້​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ເທິງ​ທະ​ເລ​ຢູ່​ທະ​ເລ​ຈີນ​ໃຕ້
2018-04-12 10:55:38  cri 
ວັນ​ທີ 10 ເມ​ສາ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ເວ​ລາ​ພົບ​ປະ​ກັບ​ທ່ານ ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ວ່າ: ຄວນ​ສືບ​ຕໍ່​ແກ້​ໄຂ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ໃຫ້​ດີ​ຢ່າງ​ເໝາະ​ສົມ,ຄົ້ນ​ຄວ້າ​ຫາ​ລື​ກ່ຽວ​ກັບ​ການ​ສຳ​ຫຼວດ​ຮ່ວມ​ແລະ​​ຮ່ວມ​ກັນ​ພັດ​ທະ​ນາ​ໃນ​ເວ​ລາ​ທີ່​ເໝາະ​ສົມ,ເຮັດ​ໃຫ້​ທະ​ເລ​ຈີນ​ໃຕ້​ກາຍ​ເປັນ​ທະ​ເລ​ແຫ່ງ​ການ​ຮ່ວມ​ມື​ແລະ​ທະ​ເລ​ແຫ່ງ​ມິດ​ຕະ​ພາບ.

ທ່ານ ເກິງ​ສວງ ໂຄ​ສົກ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ​ທີ່​ຈັດຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 11 ເມ​ສາ​ນີ້​ວ່າ: ຜູ້​ນຳ​ຈີນ​ແລະ​ຟີ​ລິບ​ປິນ​ໄດ້​ພົບ​ປະ​ກັນ​ຢ່າງ​ສຳ​ເລັດ​ຜົນ​ອີກ​ຄັ້ງ​ໜຶ່ງ​ໃນ​ວັນ​ທີ 10 ເມ​ສາ​ນີ້,ໄດ້​ທຳ​ການ​ຊີ້​ນຳ​ທາງ​ຍຸດ​ທະ​ສາດ​ໃຫ້​ແກ່​ສອງ​ປະ​ເທດ​ໃນ​ການ​ສືບ​ຕໍ່​ແກ້​ໄຂ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ຂອງ​ທະ​ເລ​ຈີນ​ໃຕ້​ຢ່າງ​ເໝາະ​ສົມ​ແລະ​ຊຸກ​ຍູ້​ການ​ຮ່ວມ​ມືທາງ​ທະ​ເລ.   ຈີນ​ຍິນ​ດີ​ຮ່ວມ​ກັບ​ຟີ​ລິບ​ປິນ​ທຳ​ຄວາມ​ພະ​ຍາຍາມ,ຈັດ​ຕັ້ງ​ປະ​ຕິ​ບັດ​ຈິດ​ໃຈ​ຄວາມ​ຮັບ​ຮູ້​​ທີ່​ສຳ​ຄັນຢ່າງ​ເປັນ​ເອ​ກະ​ພາບ​ລະ​ຫວ່າງ​ຜູ້​ນຳ​ຂອງ​ສອງ​ປະ​ເທດ​ໃຫ້​ດີ,ຮ່ວມ​ກັນ​ຊຸກ​ຍູ້​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ທີ່​ແທ້​ຈິງຢູ່​ທະ​ເລ​ຈີນ​ໃຕ້,​ພະ​ຍາ​ຍາມ​ສຸດ​ຂີດ​ເພື່ອສາ​ມາດ​ບັນ​ລຸ​ການ​ສຳ​ຫຼວດ​ຮ່ວມ​ແລະ​ການ​ພັດ​ທະ​ນາ​ຮ່ວມ​ກັນ​ໂດຍ​ໄວ ​ເພື່ອສ້າງ​ຄວາມ​ຜ​າ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ກໍ່​ຄື​​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ