ກອງ​ປະ​ຊຸມ​ປະ​ຈຳ​ປີ 2018 ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ສຳ​ເລັດ​ລົງຢ່າງ​ຈົບ​ງາມ
2018-04-12 16:17:23  cri 
    ກອງ​ປະ​ຊຸມ​ປະ​ຈຳ​ປີ 2018 ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວທີ່​ໄຂ​ຂຶ້ນ​ຢູ່​ໂປ​ອາວ​ແຂວງ​ໄຫຫຼຳນັ້ນ ​ໄດ້​ອັດ​ລົງໃນ​ຕອນ​ບ່າຍ​ວັນ​ທີ 11 ເມ​ສານີ້. ຜູ້​ຕາງ​ໜ້າ 2000 ກວ່າ​ທ່ານ​ຈາກ 63 ປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້​ແລກ​ປ່ຽນ​ສະ​ຕິ​ປັນ​ຍາ​ແລະ​ຄວາມ​ຄິດຄວາມ​ເຫັນ​ໃນ​ກອງ​ປະ​ຊຸມ.

    ທ່ານ ໂຈ່ວ​ເວີນ​ຈົ້ງ ເລ​ຂາ​ທິ​ການ​ໃຫຍ່​ເວ​ທີ​ປຶກ​ສາ​ຫາ​ລື ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ພິ​ທີ​ອັດ​ກອງ​ປະ​ຊຸມ​ວ່າ, ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ນີ້ ໄດ້​ຈັດ​ຂຶ້ນ​ພາຍ​ໃຕ້​ເບື້ອງຫຼັງ​ທີ່​ໂລ​ກາ​ພິ​ວັດ​ແລະ​ການ​ຄ້າ​ເສ​ລີ​ຜະ​ເຊີນ​ກັບ​​ສິ່ງທ້າ​ທາຍ ແລະ​ທິດ​ທາງ​ອະ​ນາ​ຄົດ​ຜະ​ເຊີນ​ກັບ​ຄວາມ​ບໍ່​ແນ່ນອນ, ຜູ້​ນຳ​ວົງ​ການ​ຕ່າງໆ​ຄື: ການ​ເມືອງ, ການ​ຄ້າ, ການ​ສຶກ​ສາ ແລະ​ສື່ມວນ​ຊົນ​ຂອງ​ອາ​ຊີ​ກໍ​ຄື​ແຫ່ງ​ຕ່າງໆ​ໃນ​ໂລກ ໄດ້​ເຕົ້າ​ໂຮມ​ກັນ, ​ແລະຮ່ວມ​ກັນ​ປຶກ​ສາ​ຫາ​ລື​ແນວ​ຄິດ​ໃໝ່, ຊ່ອງ​ທາງ​ໃໝ່ ແລະ​ເບົ້າ​ແບບ​ໃໝ່​ຂອງ​ໂລ​ກາ​ພິ​ວັດ, ໄດ້​ອຸ​ທິດ​ສະ​ຕິ​ປັນ​ຍາ​ແລະ​ແຜນ​ການ​ຂອງ​ອາ​ຊີ​ເພື່ອ​ໂລ​ກາ​ພິ​ວັດ​ທີ່​ເປີດ​ປະ​ຕູກວ່າ​ເກົ່າ, ກວມ​ລວມກວ່າ​ເກົ່າ, ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ທົ່ວ​ເຖິງກວ່າ​ເກົ່າ ແລະ​ກ້ຳ​ເກິ່ງກວ່າ​ເກົ່າ.

    ທ່ານ​ ໂຈ່ວ​ເວີນ​ຈົ້ງ ກ່າວ​ວ່າ, ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ນີ້ ໄດ້​ບັນ​ລຸ​ເປົ້າ​ໝາຍ​ທີ່​ກຳ​ນົດ​ໄວ້ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ, ໄດ້​ອອກ​ສຽງ​ຂອງ​ອາ​ຊີ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ກອງ​ປະ​ຊຸມ ແລະ ໄດ້​ບັນ​ລຸ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງ​ອາ​ຊີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ