ທ່ານ ທ​ຣຳ ໂພ​ສ "ຂອບ​ໃຈ" ລົງ twitter ມີ​ຈຸດ​ປະ​ສົງ 3 ຢ່າງ
2018-04-12 16:31:47  cri 
    ວັນ​ທີ 10 ເມ​ສານີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທ​ດ​ຈີນ ໄດ້​ກ່າວ​ປາ​ຖະ​ກະ​ຖາ​ຢູ່ກອງ​ປະ​ຊຸມ​ປະ​ຈຳ​ປີ 2018 ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ, ໂດຍ​ໄດ້​ສະ​ເໜີ​ມາດ​ຕະ​ກາ​ນ​ສຳ​ຄັນ 4 ຂໍ້​ໃນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຕື່ມ​ອີກ ເຊິ່ງ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ແລະ​ສະ​ໜັບ​ສະ​ໜູນ​ຢ່າງ​ກວ້າງ​ຂວາງ​ຈາກ​ປະ​ຊາ​ຄົມ​ໂລກ.

    ແຕ່​ສິ່ງ​ທີ່​ໜ້າ​ຄຶດນັ້ນ​ແມ່ນ, ຈາກນັ້ນ​ບໍ່​ດົນ, ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ໂພ​ສ​ຂໍ້​ຄວາມ​ລົງ twitter ໂດຍ​ກ່າວ​ວ່າ "ຂອບ​ໃຈ​ຫຼາຍໆ​ຕໍ່ຄຳ​ປາ​ໄສ​ມິດ​ຕະ​ພາບ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ ​ກ່ຽວ​ກັບ​ບັນ​ຫາ​ພາ​ສີ​ດ່ານ​ແລະ​ການ​ນຳ​ເຂົ້າ​ລົດ​, ຂອບ​ໃຈ​ທ່ານ​ທີ່​ໄດ້​ໃຫ້​ສັນ​ຍານ​ນະ​ໂຍ​ບາຍ​ໃນ​ດ້ານ​ຊັບ​ສິນ​ທາງ​ປັນ​ຍາ​ແລະ​ການ​ແລກ​ປ່ຽກ​ເຕັກ​ນິກ. ພວກ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ກ້າວ​ໜ້າຫຼາຍ​ຍິ່ງ​ຂຶ້ນ​ພ້ອມ​ກັນ."

    ຂໍ້​ຄວາມ twitter ທີ່​ເບິ່ງ​ແລ້ວ​ຄື​ເປັນ​ການ​ສະ​ແດງ​ເຖິງ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ຂໍ້​ນີ້ ທີ່​ຈິງ​ແລ້ວ​ຜິດ​ປົກ​ກະ​ຕິຫຼາຍ.

    ກ່ອນ​ອື່ນ, ​ທ່ານ ທ​ຣຳ ຈຳ​ເປັນ​ຕ້ອງ​ສະ​ແດງ​ທ່າ​ທີ​ດັ່ງ​ກ່າວ​ເນື່ອງ​ຈາກ​ໄດ້​ຮັບຄວາມ​ກົດ​ດັນ​​ຈາກ​ທົ່ວ​ໂລກ; ອັນ​ທີ​ສອງ, ການຂອບ​ໃຈ​ຈີນ ທີ່​ຈິງ​ແລ້ວ​ແມ່ນ​ເພື່ອ​ຊັກ​ນຳ​ຫາງ​ສຽງ​ໂລກ​ໄປ​ໃນ​ທິດ​ທາງ​ທີ່​ຜິດ​ພາດ ແລະ ອັນ​ສຸດ​ທ້າຍ, ເພື່ອ​ປອບ​ໃຈ​ຕະຫຼາດ​ອາ​ເມ​ລິ​ກາ ແລະ​ຮັບ​ໃຊ້​ການ​ເມືອງ​ພາຍ​ໃນ​ປະ​ເທດ.

    ຕໍ່​ເລື່ອງນີ້, ຈີນ​ມີ​ຄວາມ​ໝັ້ນ​ທ່ຽງ​ຢ່າງ​ພຽງ​ພໍ​ໃນ​ການ​ຮັກ​ສາ​ສະ​ຕິ​ແລະ​ຄວາມ​ສຸ​ຂຸມ​ຮອບ​ຄອບ, ຟັງ​ຄວາມ​ເວົ້າ​ຂອງ​ທ່ານ​ແລ້ວ ຍັງ​ຕ້ອງ​ເບິ່ງ​ການ​ກະ​ທຳ​ຂອງ​ທ່ານ​ອີກ, ແລະ​ຈີນ​ບໍ່​ພຽງ​ແຕ່​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ເທົ່າ​ນັ້ນ, ຍັງ​ຈະ​ຍາດ​ເອົາ​ໄຊ​ຊະ​ນະ​ໃນ​ສົງ​ຄາມ​ປ້ອງ​ກັນ​ຕົນ​ເອງ​ແລະ​ໂຈມ​ຕີ​ຄືນ​ດ້ານ​ການ​ຄ້າ​ຄັ້ງ​ນີ້​ຢ່າງ​ເດັດ​ຂາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ