ຈີນ ​ແລະອາ​ຊຽນ​ຮ່ວມ​ມືການ​ປະດິດ​ສ້າງ​ໃໝ່​​ວິທະຍາສາດ​ເຕັກນິກຢ່າງຮອບດ້ານ
2018-04-13 16:27:19  cri 

ວັນ​ທີ 12 ​ເມສາ​ນີ້, ​ພິທີ​ເປີດ​ "ປີ​ປະດິດ​ສ້າງ​ໃໝ່​ຈີນ-ອາ​ຊຽນ 2018" ​ແລະເວທີ​ປຶກສາ​ຫ​າລື​ການ​ປະດິດ​ສ້າງ​ໃໝ່​ຈີນ-ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ. ທ່ານ​ວາງ​​ຈື້​ກ່າງ ລັດຖະມົນຕີ​ກະຊວງ​ວິທະຍາສາດເຕັກ​ນິກຈີນ​ກ່າວ​ວ່າ: ຈີນ​ຍິນດິ​ຮ່ວມ​ມື​ປະດິດ​ສ້າງ​ໃໝ່​ຢ່າງຮອບດ້ານທີ່​ຖື​ວິທະຍາສາດ​ເຕັກ​ນິກ ​ແລະ​ການ​ປະດິດ​ສ້າງ​ໃໝ່​ເປັນ​ໃຈກາງ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ​ເພື່ອປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຕໍ່ການ​ສ້າງປະ​ຊາ​ຄົມ​ຮ່ວມ​ຊາຕາກຳ​ຈີນ-ອາ​ຊຽນ.

ທ່ານ​ກ່າວ​ຕື່ມ​ວ່າ: ການ​ສ້າງຫ້ອງ​ທົດ​ລອງ​ຮ່ວມ​ຈີນ-ອາ​ຊຽນ​ໄດ້​ເລີ່​ມ​ດຳ​ເນີນ​​ຢ່າງຮອບດ້ານ ​ແລະປັດຈຸບັນ​ນີ້, ​ຈີນໄດ້​ສ້າງ​ຫ້ອງ​ທົດ​ລອງ ​ແລະ​ສູນຄົ້ນຄວ້າ 8 ​ແຫ່ງກັບ​ອິນ​ໂດ​ເນ​ເຊຍ, ​ໄທ, ມາ​​ເລ​​ເຊຍ, ລາວ, ກຳປູ​ເຈຍ, ມຽນມາ ​ແລະ​ອື່ນໆ.

ທ່ານ​ເນັ້ນ​ຕື່ມ​ວ່າ: ລັດຖະບານ​ຈີນ​ເອົາ​ໃຈ​​ໃສ່ການ​ປະດິດ​ສ້າງ​​ໃໝ່​​ວິທະຍາສາດ​ເຕັກນິກຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ເຊິ່ງປັດຈຸບັນ​ນີ້,ຈີນ​ກຳລັງສູ​ມ​ໃສ່​ປະຕິ​ບັດ​ຍຸດ​ທະ​ສາດ​ກາ​ນພັດທະນາ​ທີ່ຂັບ​ເຄື່ອນດ້ວຍ​ການ​ປະດິດ​ສ້າງ​ໃໝ່​ ​ແລະ​ຈະ​ຮ່ວມ​ມື​ກັບ​ພາຍ​ນອກ​ທາງ​ດ້ານ​​​ການ​ປະດິດ​ສ້າງ​ໃໝ່ວິທະຍາສາດ​ເຕັກນິກ ​ຢ່າງຮອບດ້ານ​​ໂດຍ​ກຳລັງ​ແຮງ​ທີ່ໃຫຍ່​ກວ່າ, ຂົງ​ເຂດ​ກວ້າງ​ຂວາງ​ກວ່າ ​ແລະ​ລະ​ດັບ​ສູງ​ກວ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ