ເປີດ​ງານ​ວາງ​ສະ​ແດງ​ການ​ຄ້າ​ຊາຍ​ແດນ​ແລະ​ການ​ທ່ອງ​ທ່ຽວ​ສິບ​ສອງ​ພັ່ນ​ນາ​ຄັ້ງ​ທີ 21
2018-04-13 16:34:25  cri 
    ງານ​ວາງ​ສະ​ແດງ​ການ​ຄ້າ​ຊາຍ​ແດນ​ແລະ​ການ​ທ່ອງ​ທ່ຽວ​ສິບ​ສອງ​ພັ່ນ​ນາ​ຄັ້ງ​ທີ 21 ໄດ້​ໄຂ​ຂຶ້ນ​ຢູ່​ສູນ​ປະ​ຊຸມ​ແລະ​ວາງ​ສະ​ແດງ​ສາ​ກົນ​ເມືອງ​ຊຽງ​ຮຸ່ງ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ແຂວງ​ຢູ​ນ​ນານ ສ​ປ ຈີນ​ໃນ​ວັນ​ທີ 13 ເມ​ສານີ້. ທ່ານ ໂລ​ຮົງ​ຈ່ຽງ ເຈົ້າ​ຄອງ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ, ທ່ານ ວິ​ຈິດ ຊິນ​ດາ​ວົງ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລາວ-ຈີນ ພ້ອມ​ດ້ວຍ​ກົງ​ສຸນ​ໃຫຍ່​ຂອງ​ມາ​ເລ​ເຊຍ, ກຳ​ປູ​ເຈຍ ແລະ​ປະ​ເທດ​ອື່ນໆ​ປະ​ຈຳ​ຄຸນ​ມິງ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ.

    ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ຈະ​ດຳ​ເນີນ​ເປັນ​ເວ​ລາ 7 ມື້ ໂດຍ​ມີ​ຮ້ານ​ວາງ​ສະ​ແດງ​ທັງ​ພາຍ​ໃນ​ຫ້ອງ​ແລະ​ກາງ​ແຈ້ງ 367 ຮ້ານ, ນັກ​ທຸ​ລະ​ກິດ​ຈາກ 23 ປະ​ເທດ​ແລະ​ເຂດ​ແຄວ້ນ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ອາ​ຊີ​ໃຕ້, ອາ​ຊີ​ຕາ​ເວັນ​ຕົກ, ເອີ​ລົບ ແລະ​ອາ​ຟ​ຣິ​ກາ ໄດ້​ນຳ​ເອົາ​ສິນ​ຄ້າ 5000 ກວ່າ​ຊະ​ນິດ​ໃນ 50 ປະ​ເພດ​ໃຫຍ່​ມາ​ເຂົ້າ​ຮ່ວມ​ການ​ວາງ​ສະ​ແດງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ