ການ​ປະ​ຕິ​ຮູບ​ດ້ານ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຈີນ​ມີ​ຜົນ​ດີ​ຕໍ່​ການ​ຄ້າ​ໂລກ
2018-04-15 18:15:02  cri 
ຕາມ​ຂ່າວCRI: ວັນ​ທີ 12 ເມ​ສາ​ນີ້, ອົງ​ການ​ການ​ຄ້າ​ໂລກ​ຫຼື WTO ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ " ຂໍ້​ມູນ​ແລະການ​ຈ້ອງມອງດ້ານ​ການ​ຄ້າ​ໂລກ ", ເຊິ່ງ​ໄດ້​ປັບ​ການ​ຄາດ​ຄະ​ເນ​ຕໍ່​ການ​ເຕີບ​ໂຕດ້ານ​ການ​ຄ້າ​ໂລກ​​ຈາກ 3,2% ຂຶ້ນ​ເປັນ 4,4%. ບົດ​ລາຍ​ງາ​ນ​ຄາດ​ຄະ​ເນ​ວ່າ, ຈີນ​​ຈາກ​ການ​ຊຸກ​ຍູ້​ດ້ວຍ​ການ​ລົງ​ທຶນ​​ປ່ຽນ​ເປັນ​ການ​ບໍ​ລິ​ໂພກ​ຊັກ​ນຳ​ເພື່ອ​ເຮັດ​ໃຫ້​ເສດ​ຖະ​ກິດ​ມີ​ຄວາມ​ດຸ່ນ​ດ່ຽງ, ໃນ​ໄລ​ຍະ​ຍາວ​ຕໍ່​ໜ້າ​ນີ້​ມີ​ຜົນ​ດີ​ຕໍ່​ການ​ບັນ​ລຸ​ການ​ເຕີບ​ໂຕ​ດ້ານ​ເສ​ດ​ຖະ​ກິດ​ແບບ​ຍືນ​ຍົງ​ຢ່າງ​ແຂງ​ແຮງກວ່າເກົ່າ, ແລະ​ຈະ​ສະ​ໜັບ​ສະ​ໜູນ​ການ​ເຕີບ​ໂຕ​ດ້ານ​ການ​ຄ້າ.

ຂໍ້​ມູນຂອງ​ອົງການ​ການ​ຄ້າ​ໂລກ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ແຕ່​ປີ 2013 ຫາ​ປີ 2017 , ອັດ​ຕາ​ປະ​ກອບ​ສ່ວນ​ຂອງ​ການ​ລົງ​ທຶນ​ໃນ​ຍອດ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຫຼື GDP ຂອງ​ຈີນ​ຈາກ 55% ຫຼຸດ​ລົງ​ເປັນ 32%, ແຕ່ອັດ​ຕາ​ປະ​ກອບ​ສ່ວນຂອງ​ການ​ບໍ​ລິ​ໂພກ​ໃນ GDP ຂອງ​ຈີນ​ໄດ້​ຍົກ​ສູງ​ຂຶ້ນ​ຫຼາຍ.

ທ່ານ​ລຽງ ກົວ ຢອງ, ເຈົ້າ​ໜ້າ​ທີ່​ວຽກ​ງານ​ເສດ​ຖະ​ກິດ​ຂອງກອງ​ປະ​ຊຸມ​ການ​ຄ້າ​ແລະ​ການ​ພັດ​ທະ​ນາ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ,ຍ້ອນ​ການ​ບໍ​ລິ​ໂພກ​ມີ​ບົດ​ບາດ​ສຳ​ຄັນ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຖ້າ​ທຽບ​ກັນ​ກັບ​ການ​ລົງ​ທຶນ, ກໍ​ໝາຍ​ຄວາມ​ວ່າ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຈະ​ມີ​ຄວາມ​ຍືນ​ຍົງ​ແລະ​ຄວາມ​ເຂົ້າ​ໃຈ​ກັນ​ຢ່າງ​ແຂງ​ແຮງກວ່າ​ເກົ່​ວ, ກໍ​ໝາຍ​ຄວາມ​ວ່າ​ຄວາມ​ຕ້ອງ​ການ​ດ້ານ​ການ​ນຳ​ເຂົ້າ​ຈະ​ໄດ້​ຮັບ​ການ​ເປີດກວ້າງ​ຢ່າງ​ຕໍ່​ເນື່ອງ. ໃນ​ຖາ​ນະ​ເປັນ​ອົງ​ກອນ​ເສດ​ຖະ​ກິດ​ໃຫຍ່​ທີ 2 ໃນ​ໂລກ, ​ການ​ເປີດກວ້າງ​ຢ່າງ​ຕໍ່​ເນື່ອງ​ຂອງຂະ​ໜາດ​​ການ​ບໍ​ລິ​ໂພກ​ແລະ​ການ​ນຳ​ເຂົ້າ​ຂອງ​ຈີນຈະ​ສະ​ໜອງ​ກຳ​ລັງ​ແຮງ​ດ້າກ​ການ​ເຕີບ​ໂຕ​ຢ່າງ​ບໍ່​ຢຸດ​ຢັ້ງ​ເຂົ້າ​ໃນ​ການ​ຄ້າ​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ