ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້ GDP ຂອງ​ຈີນ​ເພີ່ມ​ຂຶ້ນ 6,8%
2018-04-17 15:40:33  cri 
ຕາມ​ຂ່າວCRI: ກົມ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ຕົ​ວ​ເລກ​ຂໍ້​ມູນ​ໃນ​ວັນ​ທີ 17 ເມ​ສາ​ນີ້​ວ່າ: ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້, ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​​ຫຼື GDP ຂອງ​ຈີນ​ໄດ້​ບັນ​ລຸ​ເຖິງ 19.800 ຕື້ຢວນ, ໄດ້​ເພີ່ມ​ຂຶ້ນ 6,8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ໃນ​ນັ້ນ ມູນ​ຄ່າ​ເພີ່ມ​ຂອງ​ຜະ​ລິດ​ຕະ​ກຳ​ທີ​ໜຶ່ງ​ໄດ້​ເພີ່ມ​ຂຶ້ນ 3,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ; ມູນ​ຄ່າ​ເພີ່ມຂອງ​ຜະ​ລິດ​ຕະ​ກຳ​ທີ​ສອງ​ໄດ້​ເພີ່ມ​ຂຶ້ນ 6,3; ສ່ວນຜະ​ລິດ​ຕະ​ກຳ​ທີສາມ​ໄດ້​ເພີ່ມ​ຂຶ້ນ 7,5%.

ທ່ານ ຊິງ​ຈື້​ຫົງ ຫົວ​ໜ້າ​ ພະ​ແນກສະ​ຖິ​ຕິ​ກວມລວມ​ເສດ​ຖະ​ກິດ​ແຫ່ງ​ຊາດ​ຂອງ​ກົມ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ເບິ່ງ​ໂດຍ​ລວມ​ແລ້ວ, ເສດ​ຖະ​ກິດ​ຂອງ​ຈີນ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້​ໄດ້​ຮັກ​ສາ​ທ່າ​ອ່ຽງ​ແຫ່ງ​ການ​ພັດ​ທະ​ນາ​ໄປ​ໃນ​ທາງ​ທີ່​ດີ​ຢ່າງ​ໝັ້ນ​ທ່ຽງ ເຊິ່ງໄດ້​ສ້າງ​ພື້ນ​ຖານ​ທີ່​ດີ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢ່າງ​ມີ​ຄວາມ​ໝັ້ນ​ທ່ຽງ​ແລະ​ປອດ​ໃສ​ໃນ​ໝົດ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ