​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ກ່າວ​ສູນ​ທອນ​ພົດ​ທີ່​ສຳ​ຄັນ​ໃນ​ພິ​ທີ​ລະ​ນຶກວັນ​ເກີດ​ຂອງ​ທ່ານ​ມາກ​ຄົບ​ຮອບ 200 ປີ ແລະ​ຫາງ​ສຽງ​ຕ່າງ​ປະ​ເທດ​ໄດ້​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ
2018-05-05 14:05:21  cri 
ຕອນ​ເຊົ້າ​ວັນ​ທີ 4 ພຶດ​ສະ​ພາ​ນີ້, ​ພິ​ທີ​ລະ​ນຶກວັນ​ເກີດ ​ຂອງ​ທ່ານຄານ ​ມາກ​ຄົບ​ຮອບ 200 ປີໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ໂດຍ​ສະ​ຫາຍ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ​ທັງ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ກ່າວ​ສູນ​ທອນ​ພົດ​ທີ່​ສຳ​ຄັນ​ໂດຍຊີ້​ອອກວ່າ, ໃນ​ປະ​ຫວັດ​ສາດ​ຂອງ​ແນວ​ຄິດ​ມະ​ນຸດ, ບໍ່​ມີ​ທິດ​ສະ​ດີ​ແນວ​ຄິດ​ໃດໆທີ່​ໄດ້​ສ້າງ​ຜົນ​ສະ​ທ້ອນ​ຢ່າງ​ກວ້າງ​ຂວາງ ແລະ​ເລິກ​​ເຊິ່ງ​ຕໍ່​ມວນ​ມະ​ນຸດຄື​ລັດ​ທິ​ມາກ. ຜູ້​ຊ່ຽວ​ຊານ ແລະ​ສື່ມວນ​ຊົນ​ຕ່າງ​ປະ​ເທດກ່າວ​ວ່າ, ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ເປັນ​ໝາກ​ຜົນຫຼ້າ​ສຸດ​ຂອງ​ລັດ​ທິ​ມາກ​ເຊື່ອມ​ໂຍງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ຈີນ, ເຊື່ອ​ວ່າ​ພຶດ​ຕິ​ກຳ​ຂອງ​ຈີນ​ຈະ​ຊຸກ​ຍູ້​ໃຫ້​ລັດ​ທິ​ມາກ​ຂະ​ຫ​ຍາຍ​ຕົວ​ຕື່ມ​ອີກ. ​ຫວັງ​ວ່າ​ພັກ​ກອມ​ມູ​ນິດ​ຈີນ​ຈະ​ນຳ​ໃຊ້​ທິດ​ສະ​ດີ​ລັດ​ທິ​ມາກ​ເຂົ້າ​ໃນ​ພຶດ​ຕິ​ກຳ​ໄດ້​ດີກວ່າ​ເກົ່າ, ນຳ​ພາ​ຈີນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ໃນ​ອະ​ນາ​ຄົດ.

ທ່ານສິດທິໄຊ ໄຊຍະວົງ, ຫົວໜ້າສູນຄົ້ນຄວ້າປະເທດຈີນຂອງມະຫາວິທະ ຍາໄລແຫ່ງຊາດລາວເຫັນ​ວ່າ, ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ແມ່ນ​ໝາກ​ຜົນຫຼ້າ​ສຸດ​ທີ່​ລັດ​ທິ​ມາກ​-ເລ​ນິນ​ເຊື່ອມ​ໂຍງ​ກັບ​ສະ​ພາ​ບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຈີນ, ເຊິ່ງຈະ​ເຮັດ​ໃຫ້​ຈີນ​ພັດ​ທະ​ນາ​ຢ່າງ​ເຂັ້ມ​ແຂງກວ່າ​ເກົ່າ.

ທ່ານ​ສີ​ຄູນ ບຸນ​ວິ​ໄລ ເລ​ຂາ​ທິ​ການ​ສະ​ມາ​ຄົມ​ມິດ​ຕະ​ພາ​ບລາວ​ຈີນ​ກ່າວ​ວ່າ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ມີ​​ສະ​ຕິຕື່ນ​ຕົວ​ໃນ​ການ​​ປັບ​ຕົນ​ເອງ​ເພື່ອສອດ​ຄ່ອງ​ກັບ​ການ​ພັດ​ທະ​ນາ​ຂອງ​ຍຸກ​ສະ​ໄໝ ແລະ​ສັງ​ຄົມ, ມີ​ຄວາມ​ກ້າ​ຫານ​ໃນ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ, ເຮັດ​ໃຫ້​ພັກ ແລະ​​ລັດໄດ້​ຮັບ​ການ​ສ້າງ​ສາ ແລະ​ພັດ​ທະ​ນາ​ດີກວ່າ​ເກົ່າ. ພັກ​ກອມ​ມູ​ນິດ​ຈີນ​ໄດ້​ນຳ​ພາ​ປະ​ເທດ​ຈີນ​ຈາກ​ຄວາມ​ທຸກ​ຍາກຫຼ້າຫຼັງ​ກ້າວ​ໄປ​ສູ່​ຄວາມ​ຮັ່ງ​ມີ​ເຂັ້ມ​ແຂງ, ເປັນ​ຕົວ​ຢ່າງ​ໃຫ້​ແກ່ປະ​ເທດ​ພວມ​ພັດ​ທະ​ນາ.

ຂ່າວ​ສານ​ລອຍ​ເຕີ​ຂອງ​ອັງ​ກິດ ແລະ​ຂ່າວ​ສານ​ອາ​​ແອັ​ຟ​ເປຂອງ​ຝ​ຣັ່ງ​ລາຍ​ງານ​ວ່າ, ເນື່ອງ​ໃນ​ໂອ​ກາດ​ວັນ​ເກີດຂອ​ງ​ທ່ານ​ມາກ​ຄົບ​ຮອບ 200 ປີ​, ສູນ​ທອນ​ພົດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ສະ​ແດງ​ໃຫ້​ເຫັນ​ວ່າ, ພັກ​ກອມ​ມູ​ນິດ​ຈີນ​ຈະ​ຍຶດ​ໝັ້ນ ແລະ​ພັດ​ທະ​ນາ​ລັດ​ທິ​ມາກ, ກໍ​ຄື​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່​າວ​ວ່າ, ພັກ​ກອ​ມ​ມູ​ນິດ​ຈີນ​ໄດ້​ລະ​ບຸ​ລັດ​ທິ​ມາກ​ໄວ້​​ຢູ່ໃນ​ຄັນ​ທຸງ​ຂອງ​ຕົນ​ນັ້ນ​ແມ່ນ​ຖືກ​ຕ້ອງ​ຢ່າງ​ເຕັມ​ທີ່.

ທ່ານ​ໂດ​ທຽນ​ຊຳ, ອະ​ດີດ​ຫົ​ວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຈີນ​ຂອງ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຫວຽດ​ນາມ​ກ່າວ​ວ່າ, ສູນ​ທອນ​ພົດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເນັ້ນ​ຄວາມ​ໝາຍ​ສຳ​ຄັນ​ຂອງ​ລັດ​ທິ​ມາກ​ຕໍ່​ຈີນ, ລັດ​ທິ​ມາກ​ເຊື່ອມ​ໂຍງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ຈີນ​ນັ້ນ​ບໍ່​ພຽງ​ແຕ່​ໄດ້​ປ່ຽນ​ແປງ​ຊາ​ຕາ​ກຳ​ຂອງ​ຈີນ​ໃນ​ອະ​ດີດ, ຍັງ​ຈະ​ສືບ​ຕໍ່​ຊ່ວຍ​ຈີນ​ພັດ​ທະ​ນາ​ຕໍ່​ໄປ, ແລະ​ບັນ​ລຸ​ຄວາມ​ຝັນ​ຂອງ​ຈີນ​ທີ່​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ, ຫວັງ​ວ່າ​ພັກ​ກອມ​ມູ​ນິດ​ຈີນ​ຈະ​ນຳ​ໃຊ້​ລັດ​ທິ​ມາກ​ເຂົ້າ​ໃນ​ພຶດ​ຕິ​ກຳ​ໄດ້​ດີກວ່າ​ເກົ່າ, ນຳ​ພາ​ປະ​ເທດ​ຈີນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ໃນ​ອະ​ນາ​ຄົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ