ທ່ານສີຈິ້ນຜິງພ້ອມພັນລະຍາຕ້ອນຮັບ​ຜູ້ນຳ, ຜູ້ຕາງໜ້າພ້ອມ​ພັນ​ລະ​ຍາ​ຂອງ​ອົງ​ກອນ​ເສດຖະກິດ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມບໍ່​ເປັນ​ທາງ​ການ​ຂອງຜູ້ນຳ​ APEC
2014-11-11 16:06:59  cri 

 



ຕາມ​ຂ່າວCRI: ຕອນ​ຄ່ຳ​ວັນ​ທີ 10 ພະຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ກັບ​ທ່ານ​ນາງ​ເຜີ​ງລີ້​ຢວນ, ພັນ​ລະ​ຍາ​ຂອງ​ທ່ານ​ໄດ້​ຈັດ​ງານ​ລ້ຽງ​ຢູ່​ສູນ​ລອຍ​ນ້ຳ​ແຫ່ງ​ຊາດ​ຈີນ " ສຸຍ​ລີ້​ຟ່າງ ", ​ເພື່ອ​ຕ້ອນຮັບ​ຜູ້ນຳ, ຜູ້ຕາງໜ້າ​ພ້ອມພັນ​ລະ​ຍາ​​ຂອງ​ອົງ​ກອນ​ເສດຖະກິດ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຄັ້ງ​ທີ 22 ຂອງຜູ້ນຳ​ອົງ​ການ​ຮ່ວມ​ມື​​ເສດຖະກິດອາຊີ​ປາຊິ​ຟິກຫຼື APEC. ຜູ້ນຳ​ປະ​ເທດ​ຕ່າງໆທີ່​ກ່ຽວຂ້ອງ​ພ້ອມ​ດ້ວຍ​ພັນ​ລະ​ຍາ​ທີ່ມາເຂົ້າ​ຮ່ວມ​ກອງປະຊຸມ​ສົນທະ​ນາ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ການ​ເຊື່ອມຈອດ​ກັນກໍ່​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ຕາມຄຳ​ເຊີນ.


ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ຄຳ​ປາ​ໄສ​ວ່າ, ຕາງໜ້າ​ລັດຖະບານ​ແລະ​ປະຊາຊົນ​ຈີນ​ສະ​ແດງຄວາມຍິນດີຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ຕໍ່​ແຂກ​ຜູ້​ມີ​ກຽດ​ທັງຫຼາຍ. ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ, ສາ​ເຫດ​ທີ່​ພວກຂ້າພະ​ເຈົ້າ​ໄດ້​ເລືອກ "ສຸຍ​ລີ້​ຟ່າງ" ​ເປັນ​ບ່ອນ​ຈັດ​ງານ​ລ້ຽງ​ແມ່ນຍ້ອນວ່າ​ນ້ຳ​ມີ​ຄວາມ​ໝາຍ​ສັນຍາ​ລັກ​ທີ່​ສຳຄັນ​ໃນ​ວັດທະນະທຳ​​ຈີນ. ສະມາຊິກ​ຕ່າງໆ​ຂອງ APEC ໄດ້ຜູກສຳພັນທະໄມຕີຍ້ອນ​ນ້ຳ​ທະ​ເລ​ຂອງມະຫາສະໝຸດ​ປາຊິ​ຟິກ. ພວກ​ຂ້າພະ​ເຈົ້າ​ມີໜ້າ​ທີ່ຮັບຜິດຊອບ​ເຮັດ​ໃຫ້​ປາຊີ​ຟິກກາຍ​ເປັນ​ທະ​ເລ​ທີ່​ມີຄວາມ​ສະຫງົບ​​ແລະ​ສັນຕິພາບ, ມີ​ໄມຕີ​ຈິດ​ມິດຕະພາບ​ແລະ​ມີ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ, ​ເປັນ​ສັກຂີພິຍານແກ່​ສັນຕິພາບ, ການ​ພັດທະນາ, ຄວາມ​ຈະ​ເລີ​ນ ຮຸ່ງ​ເຮືອງ​ແລະ​ຄວາມກ້າວ​ໜ້າ​ຂອງ​​ເຂດ​ອາຊີ​ປາຊີ​ຟິກ.



ພາຍຫຼັງ​ຈັດ​ງານ​ລ້ຽງ, ທ່ານ​ສີຈິ້ງ​ຜິ​ງພ້ອມ​ດ້ວຍພັນລະຍາ​ແລະ​ແຂກ​ຜູ້​ມີ​ກຽດ​ທັງຫຼາຍ​ໄດ້​ຊົມ​ການສະ​ແດງ​ສິລະ​ປະແລະ​ການສະ​ແດງດອກໄມ້ໄຟທີ່ງົດງາມ​ຮ່ວມ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ