ຄັ້ງ​ທຳ​ອິດ ​ແຕ່​ກໍ​ເຮັດ​ໄດ້​ສົມ​ສັກ​ສີ
2014-12-14 15:09:46  cri 

ຄັ້ງ​ທຳ​ອິດ​ ​ແລະ ​ເປັນ​ປະຫວັດສາດ​ທີ່​ແຂວງ ອຸດົມ​ໄຊ ​ໄດ້​ເປັນ​ເຈົ້າ​ພາບ​ຈັດ​ງານ​ແຂ່ງຂັນ​ກິລາ​ແຫ່ງ​ຊາດ ​ໂດຍ​ໄດ້​ເປີດ​ການ​ແຂ່ງຂັນ​ໃນ​ວັນ​ທີ 13 ຫາ 21 ທັນວາ​ 2014, ຊຶ່ງ​ມວນ​ຊົນຈາກ​ພາຍ​ໃນ ​ແລະ ຕ່າງປະ​ເທດ ກໍ​ໄດ້ຫຼັ່ງ​ໄຫຼ ​ເຂົ້າ​ຮ່ວມ​ງານ​ເປີດການ​ແຂ່ງຂັນ ​ແລະ ​ເຊຍ​ກິລາ ​ເຮັດ​ໃຫ້​ບັນຍາກາດອຸດົມ​ໄຊ​ເກ​ມ ມີ​ສີສັນ ​ແລະ ຟົດຟື້ນ, ​ນອກຈາກ​​ເຈົ້າໜ້າທີ່ ​ແລະ ນັກ​ກິລາ​ລວມ 6 ພັນ​ກວ່າ​ຄົນ​ທີ່​ເຂົ້າ​ຮ່ວມ​ການ​​ແຂ່ງຂັນ, ຍັງ​ມີ​ນັກ​ຂ່າວ​ສື​ມວນ​ຊົນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດຫຼາຍກວ່າ 200 ຄົນ​ທີ່​ເຂົ້າ​ມາ​ເກັບ ກຳ​ຂ່າວ ​ແລະ ບັນຍາກາດ​ຂອງ​ການ​ແຂ່ງຂັນ, ​ໃນ​ນັ້ນ ​ແນ່ນອນກໍ່ຕ້ອງມີ​ທີ​ມງານ​ນັກ​ຂ່າວຈາກ ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ CRI ປະຈຳລາວ ​ເຂົ້າ​ຮ່ວມ​ເກັບ​ກຳ​ຂ່າວຢູ່ແລ້ວ.​ ສ່ວນ​ພາບ​ບັນຍາກາດ ບໍ່ວ່າ​ຈະ​ເປັນ​ການ​ປະດັບ​ເອ້ຍ້ອງ​ຕາມ​ເສັ້ນທາງ ທີ່​ເຕັ້ມ​ໄປ​ດ້ວຍ​ປ້າຍຄຳ​ຂວັນ​ຂອງ​ການ​ແຂ່ງຂັນ​ກິລາ, ທຸງຊາດ ທີ່​ເຕັມ​ສອງ​ຟາກ​ທາງ ທີ່​ປະດັບ​ໄດ້​ຢ່າງ​ສວຍ​ງາມ​ແລ້ວ, ສິ່ງ​ທີ່​ປະ​ທັບ​ໃຈ​ແກ່​ມຸມ​ມອງ​ຂອງ ​ທີ​ມງານ​ນັກ​ຂ່າວ CRI ກໍ່ຄືຂ້າພະເຈົ້າເອງ ​ແມ່ນ​ຄວາມ​ມີນ້ຳ​ໃຈ, ການ​ເປັນ​ເຈົ້າພາບທີ່​ດີ​ຂອງ​ຊາວ​ແຂວງອຸດົມ​ໄຊ ​ແລະ ຄວາມ​ກະຕືລື​ລົ້ນ​ໃນ​ການ​ຕ້ອນຮັບ​ແຂກ​ບ້ານ​ແຂກ​ເມືອງ, ຄວາມ​ສາມັກຄີ​ຂອງ​ປະຊາຊົນ​ທີ່​ພ້ອມ​ກັນ​ເປັນ​ເຈົ້າພາບ, ​ຊຶ່ງເຫັນ​ໄດ້​ໃນ​ມື້ວັນ​ທີ 13 ທັນວານີ້, ກ່ອນ​ພິທີ​ເປີດ​ການ​ແຂ່ງຂັນ​, ​ມີ​ມວນ​ຊົນ​ເຂົ້າ​ມາ​ຊົມ​ພິທີ​ຢ່າງ​ເປັນ​ຈຳນວນຫຼວງຫຼາຍ, ນັບ​ແຕ່​ເວລາ 13 ​ໂມງ​ກ່ອນ​ເປີດ​ພິທີ​ຢ່າງ​ເປັນ​ທາງ​ການ​, ມວນ​ຊົນ​ກໍ່ໄດ້​ເດີນທາງ​ເຂົ້າ​ສູ່​ສະໜາມກິລາ​ແຫ່ງ​ຊາດ, ບໍ່ພໍ​ເທົ່າ​​ໃດ​ນາ​ທີ​ກໍ​ເຫັນ​ຜູ້​ຄົນ​ຄັບຄາໜາ​ແໜ້ນ, ຈາກ​ສະໜາມກິລາ​ທີ່​ໃຫຍ່ ​ແຕ່​ກໍ​ກັບກາຍ​ເປັນ​ຄັບ​ແຄບ​ໃນ​ທັນຕາ, ຍ້ອນ​ຄວາມ​ກະຕືລື​ລົ້ນ ​ໃນ​ຄັ້ງໜຶ່ງ​ປະຫວັດສາດ​ທີ່​​ແຂວງ ອຸດົມ​ໄຊ​ໄດ້​ເປັນ​ເຈົ້າພາບ​ຈັດ​ງານ​ແຂ່ງຂັນ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ 10 ນີ້, ບາງ​ຄົນ​ກໍ​ເກັບ​ຖ່າຍ​ພາບ​ໄວ້​ເປັນ​ທີ່​ລະນຶກ ຖຶງຈະ​ເສຍ​ເງິນ​ແພງ ​ແຕ່​ກໍພູມ​ໃຈ​ທີ່​ໄດ້​ຮ່ວມ​ເປັນ​ສ່ວນໜຶ່ງ​ໃນ​ງານ​ດັ່ງກ່າວ, ບາງ​ຄົນ​ກໍ​ເດີນທາງ​ໄກ​ມາ​ຈາກ​ຕ່າງ​ແຂວງ ​ເປັນ​ຕົ້ນແຂວງ ຜົ້ງ​ສາລີ, ຫຼວງນ້ຳທາ ​ເພື່ອ​ມາ​ເຂົ້າຊົມ ​ແຕ່​ກໍໜ້າ​ເສຍ​ດາຍ ທີ່​ສະໜາມຄັບ​ແຄບ​ຮອງ​ຮັບ​ຈຳນວນ​ຈຳກັດເດ​ ໃຫ້​ຕ້ອງ​ໄດ້​ອົດທົນ ນັ່ງ​ຊົມ​ຢູ່​ນອກ​ສະໜາມ. ປະຊາຊົນ ທ່ານໜຶ່ງທີ່​ມາ​ຈາກ​ແຂວງຜົ້ງ​ສາລີ ​ເວົ້າ​ຕໍ່ນັກ​ຂ່າວ CRI ວ່າ: ຍ້ອນ​ເປັນ​ຄັ້ງ​ປະຫວັດສາດ ຂອງ​ແຂວງອຸດົມ​ໄຊ​ໄດ້​ເປັນ​ເຈົ້າພາບ ຈຶ່ງ​ຢາກ​ມາ​ຊົມ, ​ແລະ ກໍ​ຍ້ອນ​ແຂວງຜົ້ງ​ສາລີ ຢູ່​ໃກ້​ກັບ​ອຸດົມ​ໄຊ ຈຶ່ງ​ຕັດສິນ​ໃຈ​ເດີນທາງ​ມາ, ​ແຕ່ກໍໜ້າ​ເສຍດາຍ​​, ໃນ​ມື້​ເປີດທີ່​ບໍ່ສາມາດ​ເຂົ້​າເດີ່ນ​ໄດ້​ ຍ້ອນສະໜາມ​ເຕັມໝົດ, ​ແຕ່​ດົນ​ກໍ​ຫວັງ​ວ່າ​, ໃນ​ມື້ປິດ​ນີ້ ກໍ​ຕັ້ງ​ໃຈ​ຈະ​ມາ​ຊົມ​ໃໝ່ ​ແລະ ຫວັງ​ວ່າ​, ຈະ​ໄດ້​ເຂົ້າ​ສູ່​ສະໜາມຊົມ​ພິທີ​ປິດ​ການ​ແຂ່ງຂັນ,​ ພ້ອມ​ທັງ​ໄດ້​ເກັບ​ພາບ​ບັນຍາກາດ​ອັນ​ສວຍ​ງາມ ​ເພື່ອ​ເປັນ​ທີ່​ລະ​ລຶກ, ນີ້ກໍ​ຢາກ​ເປັນ ສິ່ງໜຶ່ງທີ່​ທີ​ມງານ ​ຈາກ ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ CRI ປະຈຳລາວ ທີ່​ຮ່ວມ​ເກັບ​ກຳ​ບັນຍາກ​ກາດ ​ແລະ ກໍ​ເຫັນ​ວ່າ ​ແຂວງອຸດົມ​ໄຊ​ເປັນ​ເຈົ້າພາບ​ຈັດ​ງານ​ໄດ້​ສົມສັກ​ສີ ​ແລະ ​ເປັນ​ເຈົ້າພາບ​ທີ່​ດີ​ສົມຄວນ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ