ກິລາ​ແຫ່ງ​ຊາດ​ຄັ້ງທີ 10 ທີ່​ແຂວງ ອຸດົມ​ໄຊ ຮັກສາ​ຄວາມ​ສະຫງົບ​ໄດ້​ດີ
2014-12-19 18:27:33  cri 

    ໃນ​ວັນ​ທີ 13 ທັນວາ, ງານ​ມະຫະກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ 10 ​ໄດ້​ເປີດ​ສາກ​ຂື້ນຢ່າງ​ເປັນ​ທາງ​ການ ຢູ່ ​ແຂວງ ອຸດົມ​ໄຊ, ​ໃນ​ໄລຍະ​ນີ້, ​ແຂວງ ອຸດົມ​ໄຊ ​ແມ່ນ​ຖື​ວ່າ​ສະພາບ ອາກາດໜາວ​ເຢັນຫຼາຍ, ​ໂດຍ​ສະ​ເພາະ​ໃນ​ຍາມ​ເຊົ້າ​ຈະ​ມີ​ເມກໝອກ, ສະ​ເພາະ​ຍາມ​ແລງ, ຄ້ອຍ​ຄ່ຳ​ອາກາດ ກໍ​ຍິ່ງໜາວ​ເຢັນ, ​ເພາະ​​ມີ​ທັງ​ລົມພັດ ​ແລະ ມີ​ນ້ຳໝອກປົກ​ຄຸມພື້ນທີ່, ສະ​ນັ້ນ​ເຮັດ​ໃຫ້​ໃຜ​ທີ່​ມາ​ແຂວງ ອຸດົມ​ໄຊ ຄັ້ງ​ນີ້, ຕ້ອງ​ໄດ້​ກະກຽມ​ເສື້ອກັນໜາວ, ​ແລະ ຕ້ອງ​ຮັກສາ​ສຸຂະພາບ​​ໃຫ້​ດີ ​ເພາະ​ສະພາບ​ອາກາດໜາວ​ເຢັນ, ​ແນວ​ໃດ​ກໍ​ດີ ​ໃນ​ລະຫວ່າງ​ທີ່ ນັກ​ຂ່າວ CRI ​ໄດ້​ມາ​ເກັບ​ກຳ​ຂ່າວ​ງານ​ມະຫະກຳ​ກິລາ​ແຫ່ງຊາດ​ຄັ້ງ​ທີ 10 ກໍ​ໄດ້​ມີ​ໂອກາດ​ໄປ​ທ່ອງ​ທ່ຽວສະຖານ​ທີ່​ສຳຄັນທາງ​ທຳ​ມະ​ຊາດ ​ແລະ ວັດວາອາ​ຮາມ​ທີ່​ສັກສິດ ​ແລະ ​ເປັນ​ທີ່​ເຄົາລົບບູຊາ​ຂອງຊາວ​ແຂວງ​ອຸດົມ​ໄຊ ​ເປັນ​ຕົ້ນ​ແມ່ນ ຕາດ​ນ້ຳກັດ ຕັ້ງ​ຢູ່​ມື​ອງ​ໄຊ ​ແລະ ວັດ​ພຣະ​ເຈົ້າ​ສິງ​ຄຳ ຢູ່ເມືອງຫຼາ​ແຂວງ ອຸດົມ​ໄຊ. ​ໃນ​ວັນ​ທີ 19 ທັນວາ ນີ້, ນັກ​ຂ່າວ CRI ຄື: ດວງ​ພະຈັນ, ລັດຕະນະ​ພອນ ​ແລະ ສຸກ​ສົມ​ປອງ ​ໄດ້​ອອກ​ເດີນທາງ​ໄປ​ວັດ​ພຣະ​ເຈົ້າສິງ​ຄຳ ດ້ວຍ​ລົດ​ເກງ​ສີດຳ​ຄັນ​ນ້ອຍ ຈາກ​ເທດສະບານ​ແຂວງ ອຸດົມ​ໄຊ ມຸ່ງໜ້າສູ່ ​ເມືອງຫຼາ, ການ​ເດີນທາງ​ແມ່ນ​ມີ​ບັນຍາກາດ​ດີ, ດວງ​ພະຈັນ ຂັບລົດ ​ແລະ ​ເປີດ​ເພັງ​ຟັງ​ເພື່ອ​ຜ່ອນຄາຍອາລົມ ​ແລະ ​ເປັນ​ການ​ສ້າງ​ບັນຍາກາດ​ໃນ​ການ​ເດີນທາງ, ຂະນະ ທີ່​ ລັດຕະນະ​ພອນ ກໍ​ໄດ້​ໂອ້​ລົມ​ສົນທະນາ ​ແລະ ​ເວົ້າ​ເຖີງທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຂອງ​ແຂວງ ອຸດົມ​ໄຊ ​ເນື່ອງ​ຈາກ​ວ່າ​ເປັນ​ຄັ້ງ​ທີ​ສອງ​ແລ້ວ​ທີ່​ຜູ້ກ່ຽວ​ໄດ້​ເດີນທາງ​ມາ​ແຂວງ​ນີ້ ​ແລະ ກໍ​ຍັງ​ເຫັນ​ວ່າ​ມີ​ຄວາມ​ສວຍ​ງາມ. ພໍ​ລົດ​ຂອງ​ພວກ​ເຮົາມາ​ເຖີງ​ເຂດ​ເມືອງຫຼາ, ກໍ​ໄດ້​ມີ​ເຈົ້າໜ້າທີ່​ຕັ້ງ​ຈຸດ​ກວດກາ, ລົດ​ນັກ​ຂ່າວ cri, ພາຍຫຼັງ​ເຈົ້າໜ້າທີ່​ ສົ່ງ​ສັນຍານ​ໃຫ້​ຈອດ​ລົດ ​ເພື່ອ​ກວດກາ​ຄວາມ​ເປັນ​ລະບຽບຮຽບຮ້ອຍ, ​ຈາກ​ນັ້ນ ກໍ່​ອະນຸຍາດ​ໃຫ້​ລົດ​ພວກ​ເຮົາ​ອອກ​ເດີນທາງ​ຕໍ່. ​ເວລາ ປະມານ 11 ​ໂມງ ພວກ​ເຮົາ​ກໍ​ໄດ້​ເດີນທາງ​ມາ​ເຖີງສະຖານ​ທີ່​ສັກສິດຂອງ​ແຂວງ ອຸດົມ​ໄຊ, ນັ້ນ​ກໍ​ຄື ວັດ​ພຣະ​ເຈົ້າ​ສິງ​ຄຳ ​ເຊິ່ງເປັນ​ທີ່​ເຄົາລົບ​ບູຊາຂອງ​ປະຊາຊົນ​ແຂວງອຸດົມ​ໄຊ ​ໄດ້​ເວົ້າ​ວ່າ: ຖ້າ​ຫາກ​ໃຜ​ມາ​ຂໍ​ພອນ ນຳພຣະ​ເຈົ້າ​ສິງ​ຄຳ ບໍ່ວ່າ​ເລື່ອງ​​ໃດ ກໍ​ຈະ​ປະສົບ​ຜົນສຳ​ເລັດ, ສະ​ນັ້ນ ຈຶ່ງ​ເຮັດ​ໃຫ້​ມີ​ທັງ​ມວນ​ຊົນ​ຈາກ ຕ່າງ​ແຂວງ ​ແລະ ພາຍ​ໃນ ​ແຂວງຕ່າງ​ກໍ​ມາ​ກາບ​ໄຫວ້ ​ແລະ ຂໍ​ພອນ​ຕາມ​ຄວາມ​ປາດ​ຖາໜາຂອງ​ຕົນ​ຕາມ​ຄວາມ​ເຊື່ອ. ຂະນະ​ດຽວກັນ ນັກ​ຂ່າວ cri ກໍ​ໄດ້​ມີ​ການ​ຂໍ​ພອນ​ກ່ອນ​ອອກ​ເດີນທາງ​ກັບມາ​ເທດສະບານ​ແຂວງ ​ເພື່ອ​ເກັບ​ກຳ​ຂ່າວ​ກິລາ​ທີ່​ຍັງ​ດຳ​ເນີນ​ການ​ແຂ່ງຂັນ ຢູ່, ພໍ​ເຖີງ ຈຸດດ່ານ​ກວດກາ, ​ເຈົ້າໜ້າທີ່ ທ່ານ ໜຶ່ງ​ໄດ້​ກັວກ​ມື ​ເອີ້ນບອກ​ໃຫ້​ລົດ​ພວກ​ເຮົາ ຢຸດ​ຈອດ ​ເພື່ອ​ກວດກາ​ເອກະສານ, ​ຂະນະ​ນັ້ນ ​ເຈົ້າໜ້າທີ່​ກໍ​ໄດ້​ມີ​ການ​ໂອ້​ລົມ​ກັບ​ນັກ​ຂ່າວ ພວກ​ເຮົາ ດ້ວຍ​ຄວາມ​ສະໜິດສະໜົມກັນ ​ເພາະ​ມີ​ເຈົ້າໜ້າທີ່​ຈະລາຈອນ ທ່ານໜຶ່ງ ​ເວົ້າວ່າ: ​ເປັນ​​ແຟນມິດ​ລາຍການ ຂອງ​ວິທະຍຸ cri ​ແລະ ຟັງ​ເປັນ​ປະຈຳ, ​ໂອກາດ​ນີ້, ນັກ​ຂ່າວ cri ກໍ​ໄດ້​ມອບ​ວາ​ລະ​ສານ​ພາ​ເພີນ ​ແລະ ຖ່າຍຮູບ​ຮ່ວມ​ກັນ ​ເພື່ອ​ເປັນ​ກຳລັງ​ໃຈ​ໃຫ້​ກັບ​ເຈົ້າໜ້າທີ່ ​ໃນ​ການ​ຮັກສາ​ຄວາມ​ສະຫງົບ ຖຶງວ່າ​ຈະ​ບໍ່​ໄດ້​ໄປ​ຊົມ​ກິລາ ​ແຕ່​ກໍ​ຕັ້ງ​ໃຈ​ປະຕິບັດ​ງານ ​ເພື່ອ​ປ້ອງ​ກັນ​ຄວາມ​ສະຫງົບ ​ເຮັດ​ໃຫ້​ງານ​ມະຫະກຳ​ກິລາ​ແຫ່​ງາດ​ຄັ້ງ​ທີ 10 ມີ​ຄວາມ​ສະຫງົບ.

    ​ເຈົ້າໜ້າທີ່​ຕຳຫຼວດປະຈຳ​ດ່ານ ​ເຂດ​ເມືອງຫຼາ ​ເວົ້າສູ່​ນັກ​ຂ່າວ cri ຟັງວ່າ: ງານ​ມະຫະກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ 10 ​ແມ່ນ​ມີ​ຄວາມໝາຍສຳຄັນ, ​ເປັນ​ຄັ້ງ​ທຳ​ອິດ​ທີ່ ​ແຂວງ ອຸດົມ​ໄຊ ​ໄດ້​ເປັນ​ເຈົ້າ​ພາບ, ຊຶ່ງ​ເຈົ້າໜ້າທີ່​ພວກ​ເຮົາ​ກໍ​ມີ​ຄວາມ​ພາກພູມ​ໃຈ ທີ່​ໄດ້​ເຮັດໜ້າ ທີ່​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ​ເພື່ອ​ຄວາມ​ເປັນ​ລະບຽບຮຽບຮ້ອຍ, ສະ​ນັ້ນ ຈຶ່ງ​ໄດ້​ມີ​ການ ວາງ​ຈຸດ​ກຳລັງ ກວດກາ ຢ່າງ​ເຂັ້ມ​ງວດ, ​ແນວ​​ໃດ​ກໍ​ດີ ນັບ​ແຕ່​​ມື້​ເປີດ​ງານ ມາ​ເຖີງປັດຈຸບັນ ກໍ​ເຫັນ​ວ່າ​ມີ​ຄວາມ​ເປັນ​ລະບຽບຮຽບຮ້ອຍ​ດີ, ຊຶ່ງ​ຫວັງ​ວ່າ ງານ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ 10 ຈະ​ປິດ​ສາກ​ລົງ​ດ້ວຍ​ຜົນສຳ​ເລັດ​ຢ່າງ​ຈົບງາມ.

     ຄະນະ​ກຳມະການຮັກສາ​ຄວາມ​ສະຫງົບ ງານ​ມະຫະກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ 10 ​ໃຫ້​ຮູ້​ວ່າ: ງານ​ກິລາ​ແຫ່​ງາດ​ຄັ້ງ​ທີ 10 ນີ້, ທາງ​ເຈົ້າໜ້າທີ່​ໄດ້​ເພີ່ມ​ທະວີ​ຮັກສາຄວາມ​ສະຫງົບ ​ໂດຍ​ສະ​ເພາະ ​ໃນ​ເຂດ​ສະໜາມກິລາ ​ແລະ ສະຖານ​ທີ່​ສຳຄັນຕ່າງໆ ​ເພື່ອ​ປ້ອງກັນ​ວາ​ມສະຫງົບ, ຊຶ່ງ​ໄດ້​ລະດົມ​ກຳລັງ​ເຈົ້າໜ້າທີ່ ພາຍ​ໃນ​ແຂວງ ​ແລະ ຈາກສູນ​ກາງ ມາ​ຊ່ວຍ​ໃນ​ການ​ຮັກສາ​ຄວາມ​ສະຫງົບ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ສັງຄົມ ​ເພື່ອ​ເຮັດ​ໃຫ້ງານ​ກິລາ​ແຫ່ງ​ຊາດ​ຄັ້ງທີ 10ທີ່​ແຂວງ​ອຸດົມ​ໄຊ ​ເປັນ​ເຈົ້າພາບ ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ