ຂໍພອນສັກສິດທີ່ວັດພະເຈົ້າສິງຄຳ
2014-12-20 16:24:52  cri 


ວັນທີ 19 ທັນວາ, ທີມງານນັກຂ່າວ CRI​ ​ໄດ້​ເດີນທາງ​ໄປ​ເມືອງ ຫຼາ ​ແຂວງ ອຸດົມ​ໄຊ, ​ເພື່ອ​ໄປ​ກາບ​ໄຫວ້ ຂໍ​ພອນ, ສະຖານ​ທີ່ສັກສິດ ວັດ​ພະ​ເຈົ້າ​ສິງ​ຄຳ ທີ່​​ເຊື່ອ​ກັນ​ວ່າ​ມີ​ຄວາມ​ສັກສິດ​ທີ່​ສຸດ ​ແລະ ປະຊາຊົນ ທົ່ວ​ທຸກ​ສາ​ລະ​ທິດ ທັງ​ພາຍ​ໃນ​ປະ​ເທດ, ຕ່າງປະ​ເທດ ກໍ​ພາກັນ​ມາ​ກາບ​ໄຫວ້​ຂໍພ​ອນ ​ເປັນ​ປະຈຳ, ບາງ​ຄົນ​ທີ່​ມີ​ຄວາມ​ສັດທາ​ອັນ​ແຮງ​ກ້າ ກໍ​ໄດ້​ນຳ​ເອົາ​ສິ່ງ​ຂອງ​ ວັດຖຸ​ເງີ​ນຄຳ ​ແລະ ອື່ນໆມາ​ກາບ ​ໄຫວ້​ ​ແລະ ບູຊາ​ຕາມ​ຄວາມ​ເຊື່ອ.

​​ເຖີງວ່າການ​ເດີນທາງ​ຈາກ​ເທດສະບານ ​ເມືອງ ​ໄຊ ​ໄປ​ສູ່ ​ເມືອງຫຼາ ມີ​ຄວາມ​ຍາວ​ກວ່າ 20 ກິ​ໂລ​ແມັດ, ​ແຕ່​ທີ​ມງານ​ນັກ​ຂ່າວ CRI ຕ່າງ​ກໍ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ໄດ້​ໄປ​ທ່ຽວຊົມ ​ແລະ ຂໍ​ພອນ​ສັກສິດ ຢູ່​ທີ່​ວັດ​ພະ​ເຈົ້າ​ສິງ​ຄຳ, ຊຶ່ງ​ຕະຫຼອດ​ໄລຍະ​ການ​ເດີນທາງ​​ເຖີງ​ແມ່ນ​ວ່າ​ຈະ​ເປັນ​ທາງ​ພູ​ຄົດ​ລ້ຽວ, ​ແລະ ມີ​ຂຸມ​ເປັນ​ຈຸດ, ​ແຕ່​ກໍ​ມີ​ຄວາມ​ປະ​ທັບ​ໃຈຕະຫຼອດ​ເສັ້ນທາງ​ທີ່​ຂັບ​ຂີ່​ໄປ ​ເທດສະບານ​ເມືອງ ຫຼາ ນັ້ນ ​ເຮົາ​ຈະ​ແນມ​ເຫັນ​ພູຜາ​ປ່າ​ໄມ້ທີ່​ຂຽວສົດ​ງົດ​ງາມ, ພູຜາ​ທີ່​ສູງ​ຊັນ ທີ່​ສະຫຼັບຊັບຊ້ອນ​ກັນ​ຢ່າງ​ງົດ​ງາມ ​ແລະ ຄົງ​ບໍ່ມີທຳ​ມະ​ຊາດ​ໃດ, ນອກຈາກ ຢູ່ລາວ. ຊຶ່ງ​ກ່ອນ​ຈະ​ເຖີງວັດ​ພະ​ເຈົ້າ​ສິງ​ຄຳ ນັກ​ຂ່າວ CRI ກໍ​ໄດ້​ຈອດລົດ ​ເພື່ອ​ເກັບ​ພາບ​ບັນ​ຍາດ​ກາດ​ທີ່​ສວຍ​ງາມ​ນັ້ນ​ໄວ້. ​ແລະ ​ໃນ​ທີ່​ສຸດ​​ເວລາ​ປະມານ 11 ​ໂມງ ພວກ​ເຮາ​ກໍ​ມາ​ເຖີງສະຖານ​ທີ່​ດັ່ງກ່າວ ຊຶ່ງ​ຫາກ​ທຽບ​ໄລຍະ​ເວລາ​ທີ່​ພວກ​ເຮົາ​ຂີ່​ລົດ ຈາກ​ເທດສະບານ​ ມາສູ່​ເມືອງ ຫຼາ ນັ້ນ​ປະມານ 1 ​ໂມງ​ກວ່າໆ.

ຕາມ​ການ​ບອກ​ເລົ່າ​ຂອງ​ປະຊາຊົນທີ່​ຂາຍ​ເຄື່ອງ​ກາບ​ໄຫວ້ ​ໃນ​ສະຖານ​ທີ່​ວັດ​ດັ່ງກ່າວ ​ໄດ້​ຮູ້​ວ່າ: ວັດ​ພະ​ເຈົ້າ​ສິງ​ຄຳ ເປັນວັດທີ່ເກົ່າແກ່, ມີປະຫວັດຄວາມເປັນມາ ທີ່ຍາວນານ ແລະ ເປັນວັດທີ່ມີ ພະເຈົ້າສັກສິດແຫ່ງໜຶ່ງ ທີ່ມີຊາວພຸດ ແລະ ສາສະນິກະຊົນທົ່ວໄປ ໄດ້ເຂົ້າໄປ ກາບໄຫ້ວພະເຈົ້າສິງຄຳ ເປັນຈຳນວນຫຼວງຫຼາຍ ເພື່ອຂໍພອນຕ່າງໆ ຕາມໃຈປະສົງ ຂອງແຕ່ລະຄົນ ບໍ່ໄດ້ຂາດໃນແຕ່ລະວັນ. ທາງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ກໍ່ຄືໂຄງການພັດທະນາ ການທ່ອງທ່ຽວ ແບບຍືນຍົງແຂວງອຸດົມໄຊ ໄດ້ພັດທະນາ ແລະ ປັບປຸງກໍ່ສ້າງ ສິ່ງອຳນວຍຄວາມສະດວກ ຂະນາດນ້ອຍ ເປັນຕົ້ນແມ່ນຫ້ອງນ້ຳ, ບ່ອນຂາຍທູບທຽນ, ບ່ອນເຊົ່າ (ຫຼືປ່ຽນສິ້ນ) ແລະ ເດີ່ນຈອດລົດ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ ເຂົ້າມາຢ້ຽມຊົມ ແລະ ກາບໄຫວ້ພະເຈົ້າສິງຄຳ.
ວັດພະເຈົ້າສິງຄຳ ແຕ່ກ່ອນເອີ້ນວ່າ "ວັດກາງ" ເພາະເປັນວັດໃຫຍ່ ທີ່ຊາວເມືອງຫຼາ ພາກັນມາກາບໄຫ້ວ ສັກກາລະບູຊາ ເປັນທີ່ເພິ່ງທາງໃຈ. ຕາມການສັນນິຖານ ຂອງເຖົ້າແກ່, ວັດນີ້ ໄດ້ສ້າງຂຶ້ນ ປະມານ 2000 ກວ່າປີແລ້ວ ຕັ້ງຢູ່ເທິງ ພູເຂົາຄວາຍ ບ້ານປາກຫຼາ (ປະຈຸບັນ ໂຮມເປັນບ້ານດອນສະອາດ). ພາຍຫຼັງ ໄດ້ເອົາພະເຈົ້າສິງຄຳ ມາປະດິດສະຖານໄວ້ ຈຶ່ງປ່ຽນຊື່ວັດກາງມາເປັນ "ວັດພະເຈົ້າສິງຄຳ" ຕາມຊື່ ຂອງພະເຈົ້າສິງຄຳ ຈົນເຖິງປະຈຸບັນ. ພູເຂົາຄວາຍສະຖານທີ່ຕັ້ງ ວັດພະເຈົ້າສິງຄຳແຫ່ງນີ້ ປະກົດມີຮູ ຢູ່ເທິງພູເບື້ອງນ້ຳຫຼາ ມີລັກສະນະ ກ້ຽງບໍ່ເສົ້າໝອງ. ຕາມການເລົ່າຂານວ່າ: ເມື່ອວັນໜຶ່ງ ມື້ວັນສິນໃຫຍ່ ຂຶ້ນ 14-15 ຄ່ຳ, ສຳມະເນນໄດ້ເຫັນຊາຍໜຸ່ມ ເອົາຜ້າສີແດງມັດຫົວ ຂຶ້ນມາໄຫວ້ ພະເຈົ້າສິງຄຳ ແລ້ວກໍ່ລົງຮູຫາຍໄປ ສ້າງຄວາມອັດສະຈັນ, ພະສົງສາມະເນນ ຈຶ່ງໄປບອກຊາວບ້ານໄປເບິ່ງຮູດັ່ງກ່າວ ແລະ ຊາວບ້ານ ກໍ່ປະຫຼາດໃຈຫຼາຍ ຕໍ່ມາຊາວບ້ານ ຈຶ່ງຕົກລົງກັນ ເອົາໝາກພຸກ ມາປ່ອນລົງຮູດັ່ງກ່າວ ແລ້ວໃຫ້ຄົນໄປເບິ່ງວັງນ້ຳພາກ ຄື: ວັງຄຳ, ວັງອີງ, ວັງອ່າງ ກໍ່ແມ່ນວັງນ້ຳຕາມສາຍນ້ຳພາກ, ນ້ຳຫຼາ. ນັບແຕ່ນັ້ນມາຊາວບ້ານ ຈຶ່ງເວົ້າກັນວ່າ ແມ່ນຮູພະຍານາກ ຂຶ້ນມາໄຫວ້ພະເຈົ້າສິງຄຳ. ສະນັ້ນ, ຊາວບ້ານ ຈຶ່ງຢ້ານພະຍານາກ ເອົາພະເຈົ້າສິງຄຳ ໄປໄວ້ໃນນ້ຳຕື່ມອີກ; ຊາວບ້ານ ຈຶ່ງພາກັນຊອກຫາເອົາ ສິ່ງເປິເປື້ອນມາຖິ້ມລົງຮູ ແລະ ອັດຮູໄວ້ ຈົນເຖິງປະຈຸບັນ ແລະ ກໍ່ບໍ່ປະກົດເຫັນ ພະຍານາກຂຶ້ນມາອີກ. ລະຫວ່າງປີ ພສ 2000 ປີ ກົງກັບປີ ຄສ 1457 ຊາວບ້ານ ຈຶ່ງໄດ້ສ້າງອາຣາມ ແບບສີລະປະເຜົ່າລື້ຂຶ້ນ ແລະ ໄດ້ກໍ່ອຸໂມງກວມໄວ້ ໃນໃຈກາງອາຣາມ ແລ້ວເອົາພະເຈົ້າສິງຄຳໄວ້ ໃນອຸໂມງ ໂດຍແມ່ນນາຍຊ່າງຫໍ້ ເປັນຜູ້ສ້າງ ແຕ່ບໍ່ທັນ ສຳເລັດສົມບູນເທື່ອ. ຮອດປີ ພສ 2743 (ຄສ 1930) ໄດ້ມີສາທຸຈຳປາ ເປັນຄົນບ້ານດອນລ້ອມ ໄດ້ມາປະຈຳ ແລະ ນຳພະສົງສາມະເນນ ອອກຕົນຍາດໂຍມ ສືບຕໍ່ກໍ່ສ້າງຈົນສຳເລັດ ແລະ ກໍ່ຝາຕາມແບບເຜົ່າລື້ ລ້ອມຝາຂຶ້ນເຄິ່ງໜຶ່ງ. ຕໍ່ມາ ສາທຸອ້ວນ ຄົນບ້ານຫາດນາງ ໄດ້ສືບຕໍ່ເຮັດຝາ, ໃສ່ປ່ອງຢ້ຽມ ຄືປະຈຸບັນ ແຕ່ຍັງຕ່ຳເລັກໜ້ອຍ (ບໍ່ພຽງປາຍເສົາ).

​​ແນວ​ໂຮມຂອງ​ວັດ​ພະ​ເຈົ້າ​ສິງ​ຄຳ ​ໃຫ້​ຮູ້​ວ່າ: ຖ້າ​ໃຜ​ທີ່​ມາ​ກາບ​ໄຫວ້​ພະ​ເຈົ້າ​ສິງ​ຄຳ ຈະ​ເຮັດ​ໃຫ້​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງໜ້າທີ່​ວຽກງານ ​ແລະ ຫາກ​ຂໍ​ພອນ​ໃດ​ກໍ​ຈະ​ສົມ​ປາດ​ຖະໜາ, ຊຶ່ງ​ກ່ອນ​ຈະ​ກາບ​ໄຫວ້​ນັ້ນດ ຕ້ອງ​ໄດ້​ບູຊາ​ດອກ​ໄມ້​ທູບ​ທຽນ, ໝາກ​ເບັງ ​​ແລ້ວ​ນຳ​ໄປ​ບູຊາ​ພະ​ເຈົ້າ​ສິງ​ຄຳ, ຂະນະ​ທີ່ ຫາກ​ໃຜ​ຢາກ​ຂໍ​ພອນ ​ແລະ ອະທິຖານ​ສິ່​ງ​ໃດ​ນັ້ນ ຕ້ອງ​ໄດ້​ແຕ່ງ​ຂັນ​ໂດຍ​ມີດ​ອກ​ໄມ້, ທຽນຍາວ ​ເພື່ອ​ນຳ​ໄປ​ໄຕ້ ​​ແລ້ວ​ຂຽນຊື່ ​ແລະ ຄຳ​ອະທິຖານ​ລົງ​ໃສ່​ໃນ​ເຈ້ຍ ຈາກ​ນັ້ນ ກໍ​ນຳ​ໄປ​ອະທິຖານ​ຕໍ່ໜ້າພະ​ເຈົ້າ​ສິງ​ຄຳ ​ເມື່ອ​ຫາກ​ເຮົາ​ອະທິຖານ​ພອນ​, ນອກຈາກ​ນີ້ ຖ້າ​ຫາກ​ສິ່ງ​ທີ່​ເຮົາ​ຂໍ​ແລ້ວ ຕ້ອງ​ໄດ້​ມາ​ແກ້ບະ ຊຶ່ງ​ຫາກ​ຜູ້​ໃດ ບໍ່ມາ​ແກ້​ນັ້ນ ຈະ​ເຮັດ​ໃຫ້​ປະສົບ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ.
 

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ