ງານ​ມະຫະ​ກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ 10 ປິດ​ຢ່າງ​ຍິ່ງ​ໃຫຍ່​
2014-12-21 19:13:35  cri 


ວັນທີ 21 ທັນວາ 2014 ງານມະຫະກຳກິລາແຫ່ງຊາດຄັ້ງທີ 10 ໄດ້ປິດຢ່າງຍິ່ງໃຫຍ່.

 






​​ວັນ​ທີ 21 ທັນວາ​ນີ້, ງານ​ມະຫະກຳກິລາ​ແຫ່ງ​ຊາດ​ຄັ້ງ​ທີ 10 ​ໄດ້​ອັດ​ລົງ​ດ້ວຍ​ຜົນສຳ​ເລັດ, ​ໂດຍ​ການ​ເຂົ້າ​ຮ່ວມ​ພິທີ​ປິດຂອງ​ທ່ານ ດຣ ພັນຄຳ ວິພາ​ວັນ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າ ການ​ກະຊວງສຶກສາ​ທິການ ​ແລະ ກິລາ​, ພ້ອມ​ດ້ວຍ​ບັນດາ​ຄະນະ​ນຳ​ແຂວງອຸດົມ​ໄຊ ​ແລະ ທ່ານ​ເຈົ້າ ​ແຂວງ ຊຽງຂວາງ, ​ເຈົ້າພາບຈັດ​ງານ​ແຂ່ງຂັນ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ 11.

​ໃນ​ພິທີປິດ, ​ທ່ານ ຄຳຫຼ້າ ລິ້ງນະ​ສອນ ​ເຈົ້າ​ແຂວງອຸດົມ​ໄຊ ​​ກ່າວ​ສະຫຼຸບຜົນສຳ​ເລັດ​ການຈັດ​ງານ​ມະຫາກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ 10 ວ່າ​: ງານ​ມະຫະກຳ​ກິລາ​ແຫ່​ງຊາດ​ຄັ້ງ​ທີ 10 ເລີ່​ມ​ແຂ່ງຂັນ​​ມາ​ແຕ່​ວັນ​ທີ 4 ທັນວາ, ​ແລະ ພິທີ​ເປີດ​ງານ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 13 ທັນວາ 2014, ​ໃນ​ຄ່ຳ​ຄືນ​ມື້ນີ້ ຈະ​ໄດ້​ອັດ​ລົງ​ຢ່າງ​ເປັນ​ທາງ​ການ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ, ການຈັດ​ງານ​ແຂ່ງຂັນ​ຄັ້ງ​ນີ້ ​ເປັນຄວາມ​ພາກພູມ​ໃຈ ​ແລະ ​ເປັນ​ຄັ້ງ​ປະຫວັດສາດ​ທີ່​ແຂວງອຸດົມ​ໄຊ ​ໄດ້​ເປັນ​ເຈົ້າພາບ​ກິລາ​ທີ່​ໃຫຍ່ ລະດັບ​ຊາດ, ຊຶ່ງ​ມີ​ການ​ແຂ່ງຂັນ 25 ປະ​ເພດ​ກິລາ, ຊິງຫຼຽນທັງໝົ​ດ 1.148 ຫຼຽນ, ມີ ​25 ພາກສ່ວນເຂົ້າ​ຮ່ວມ, ຊຶ່ງ​ມາຈາກ 7 ກະຊວງ, ນະຄອນຫຼວງວຽງຈັນ ​ແລະ 17 ​ແຂວງ​ໃນ​ທົ່ວ​ປະ​ເທດ. ການ​ແຂ່ງຂັນ​ຄັ້ງນີ້, ​ອັນ​ດັບໜຶ່ງ ​ໄດ້​ແກ່ ກະຊວງປ້ອງ​ກັນ​ປະ​ເທດ, ມີ 61 ຫຼຽນຄຳ, 29 ຫຼຽນ​ເງີ​ນ ​ແລະ 37 ຫຼຽນທອງ, ລວມ 127 ຫຼຽນ, ທີ​ສອງ​ແມ່ນ ນະຄອນຫຼວງວຽງຈັນ 55 ຫຼຽນຄຳ, 31 ຫຼຽນ​ເງີ​ນ, 49 ຫຼຽນທອງ ລວມ 135 ຫຼຽນ, ທີ​ສາມ ​ແມ່ນ​ກະຊວງປ້ອງ​ກັນ​ຄວາມ​ສະຫງົ​ບ 42 ຫຼຽນຄຳ, 43 ຫຼຽນ​ເງີ​ນ, 51ຫຼຽນທອງ ລວມ 135 ຫຼຽນ. ​ເຈົ້າພາບ​ຂອງ​ງານ​ຄື​ແຂວງອຸດົມ​ໄຊ ຢູ່​ໃນ ອັນ​ດັບ 4 ມີ 33 ຫຼຽນຄຳ, 24 ຫຼຽນ​ເງີ​ນ ​ແລະ 53 ຫຼຽນທອງ ລວມ 110 ຫຼຽນ, ຊຶ່ງ​​ເປັນ​ຜົນງານ​ທີ່​ດີ​ທີ່​ສຸດ ​ແລະ ​ເກີນ​ເປົ້າໝາຍທີ່​ແຂວງ ຄາດ​ໄວ້.

ພາຍຫຼັງ ທ່ານ ຄຳຫຼ້າ ລິ້ງນະ​ສອນ ​​​ກ່າວ​ສະຫຼຸບຜົນສຳ​ເລັດ​ການຈັດ​ງານ​ມະຫາກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ 10 , ກໍ​ໄດ້​ມີ​ພິທີ​ສົ່ງ​ມອບ​ທຸງ​ກິລາ​ແຫ່ງ​ຊາດ ​ໃຫ້​ກັບ ທ່ານ ດຣ ສົມ​ກົດ ມັງໜໍ່​ເມກ ​ເຈົ້າ​ແຂວງ ຊຽງຂວາງ ​ທີ່​ໄດ້​ເປັນ​ເຈົ້າພາບ​ຈັດ​ງານ​ແຂ່ງຂັນມະຫາ​ກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ 11 ຢູ່ ​ແຂວງ​ຊຽງຂວາງ ​ໃນ​ປີ 2017 ​, ແລະ ມີ​ການສະ​ແດງ​ສິລະ​ປະ ກ່ອນ​ຈະ​ມີ​ການ​ປິດ​ງານ​ມະຫາ​ກຳ​ກິລາ​ແຫ່ງຊາດ​ຄັ້ງ​ທີ 10 ຢ່າງ​ຍິ່ງ​ໃຫຍ່ ​ແລະ ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ກັບ​ມວນ​ຊົນ.


1 2 3 4 5 6 7
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ