ພູ​ຈິງ​ກ່າງ​ແມ່ນຖານ​ທີ່​ໝັ້ນການ
​ປະຕິວັດແຫ່ງ​ທຳ​ອິດ
2016-06-23 15:57:06  cri 

  ກ່ອນ​ໜ້າ​ນີ້ 89 ປີ​ຄືປີ 1927, ທ່ານ ​ເໝົາ​ເຈິ​ຕຸງ ​ໄດ້​ນຳພາ​ກອງທັບ​ປະຕິວັດ​ກຳມະ​ກອນ-ກະສິກອນທີ່​ເຂົ້າ​ຮ່ວມ​ການ​ປະຕິວັດ "ຊິວ​ໂຊ" ​ເດີນທາງມາ​ເຖິງພູ​ຈິງ​ກ່າງ​​ແຂວງ​ຈ່ຽງຊີ່​ແລະພໍ​ມາ​ເຖິງ​ທີ່ນີ້​ກໍໄດ້​ເລີ່​ມ​ສ້າງ​​ຖານ​ທີ່​ໝັ້ນການ​ປະຕິວັດ​ຢູ່​ ຊົນນະບົດ​​ເປັນແຫ່ງ​ທຳ​ອິດ​ເຊິ່ງນັ້ນ​ກໍ​ຄື​ພູ​ຈິງ​ກ່າງ. ການ​​ສ້າງ​ຕັ້ງຖານ​ທີ່​ໝັ້ນ​ດັ່ງກ່າວ​ເປັນ​ການບຸກ​ເບີກ​ເສັ້ນທາງ​ແຫ່ງ​ການ​ຕໍ່ສູ້​ທີ່​ຖືກຕ້ອງຄື​ສ້າງ​ຄວາມ​ແຂງ​ແກ່ນ​ຢູ່​ຊົນນະບົດ​ທີ່​ລ້ອມ​ຮອບ​ຕົວ​ເມືອງ​ເພື່ອກ້າວ​ໄປ​ສູ່​ການ​ຍຶດ​ເອົາຕົວ​ເມືອງ​​ແລະ​ເປັນ​ພື້ນຖານ​ໃຫ້​ແກ່​ກຸ່ມ​ປະກອບ​ອາວຸດ​ປະຕິວັດ​ຈີນ​ໃນ​ການຕໍ່ສູ້​ປົດ​ປ່ອຍ​ຊາດ​ແລະ​ຍຶດ​ເອົາ​ອຳນາດ​ມາສູ່​ປະຊາຊົນ​ໃນ​ທົ່ວ​ປະ​ເທດ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ