ລ້ວນ​ແຕ່​ແມ່ນ​ຄວາມ​ພິດ​ຂອງ​ຈີນບໍ່? ​ອາ​ເມ​ລິ​ກາ​ຄວນ​ປ່ຽນ​ແປງ​ຄວາມ​ຄິດ​ຂອງ​ຕົນ​ໃນ 4 ດ້ານ !
2017-03-11 17:31:52  cri 

ຫວ່າງ​ມໍ່​ໆ​ມາ​ນີ້, ອາ​ເມ​ລິ​ກາ​ມີ​ການ​ກະທຳ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​​ໂລກ​ຄື: ສົ່ງກຳ​ປັ່ນ​ບັນທຸກ​ເຮືອບິນ​​ຊື່ "Carl Vinson" ​ໄປລາດຕະ​ເວນ​ຢູ່​ທະ​ເລ​ຈີນ​ໃຕ້, ​ແລະ​ອີກ​ສອງ​ລຳ​ກໍ​ໄດ້​ຈັດ​ວາງ​​ຢູ່​ອາຊີ; ສົ່ງ​ຖ້ານ​ຍິງ​ຊີ​ປະ​ນາ​ວຸດ​ຂອງ​ລະບົບ​ຕ້ານ​ຊີ​ປະ​ນາ​ວຸດ "ທັດ" ​ເຂົ້າ​ປະຈຳ ສ.​ເກົາຫຼີ; ການ​ຊ້ອມ​ຮົບ​ປະສົມ​ອາ​ເມ​ລິ​ກາ​ແລະ​ສ ​ເກົາຫຼີ​ເຮັດ​ໃຫ້​ສະຖານະການຢູ່​ແຫຼມ​ເກົາຫຼີ​ເຄັ່ງ​ຕຶງ​ຂຶ້ນ; ​ໄດ້ປະກາດ​ຕົວ​ເລກ​ສະຖິຕິ​ຫຼ້າ​ສຸດ​​ວ່າ, ​ໃນການ​ຂາດ​ດຸນການ​ຄ້າ​ປີ 2016 ມີ 47% ​ແມ່ນ​ມາ​ຈາກ​ຈີນ, ​ສົ່ງ​ຜົນ​ເຮັດ​ໃຫ້​ອັດຕາການ​ປະກອບ​ອາຊີບ​ຫຼຸດ​ລົງ​ແລະ​ອື່ນໆ, ການ​ກະທຳ​​ເຫຼົ່າ​ນີ້​ຂອງ​ອາ​ເມ​ລິ​ກາ​ລ້ວນ​ແຕ່​ແມ່ນ​ແນ່​ໃສ່​​ເປົ້າ​ໝາ​ຍ​ດຽວ​ກໍ​ຄື: ປະ​ເທດ​ຈີນ!

​​ໃນ​ຫຼັກ​ແພດ​ແຜນ​ຈີນ, ຮ່າງກາຍ​​ແລະ​ຄວາມ​ຄິດ​ຂອງ​ຄົນ​ແມ່ນ​ແຍກ​ອອກ​ກັນ​ບໍ່​ໄດ້, ບາງ​ກໍລະນີ​ເບິ່ງ​ຄື​ວ່າ​ຮ່າງກາຍ​ເກີດ​ບັນຫາ​ແຕ່​ຄວາມ​ຈິງ​ແລ້ວ​ແມ່ນ​ຄວາມ​ຄິດ​ໄດ້​ເກີດ​ບັນຫາ, ​ແລະ​ກໍລະນີ​ນີ້​ກໍ​​ເໝາະ​ໃຊ້​ສຳລັບ​ປະ​ເທດ​ໃດ​ໜຶ່ງ, ອາ​ເມ​ລິ​ກາ​ຈົງ​ໃຈ​ໂຄສະນາ​ແລະ​ປ່າວ​ຂ່າວ​ກ່ຽວ​ກັບປະ​ເທດ​ຈີນ​ເປັນ​ການ​ໃຫຍ່​ແລະ​ຕຳ​ໜິຈີນ​ຈາກ​ດ້ານ​ການ​ເມືອງ, ​ເສດຖະກິດ​ແລະ​ອື່ນໆ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ກໍ​ຍ້ອນ​ມີ​ຄວາມ​ຄິດ​ທີ່​ຜິດພາດ​ໃນ​ສີ່​ດ້ານ​ຄື:

ໜຶ່ງ: ຖືໂຕ, ໃນສາຍຕາບໍ່ມີໃຜເລີຍ

ອາເມລະກາເຫັນວ່າ, ຄຽງຄູ່ກັບສົງຄາມເຢັນໄດ້ສິ້ນສຸດລົງ, ເສດຖະກິດຕະຫຼາດແລະລະບອບປະຊາທິປະໄຕເສລີຂອງຕາເວັນຕົກໄດ້ຊະນະໃນທີ່ສຸດ. ແຕ່ວ່າ, ຄຽງຄູ່ກັບຈີນພັດທະນາແລະກາຍເປັນກຸ່ມເສດຖະກິດໃຫຍ່ອັນດັບສອງຂອງໂລກ, "ຮູບແບບຈີນ" ກໍໄດ້ກາຍເປັນຈຸດສົນໃຈຂອງໂລກ, ຂະນະທີ່ໃນຊຸມປີມໍ່ໆມານີ້, ຫຼາຍຕົວຢ່າງປະຊາທິປະໄຕທີ່ອາເມລິກາສ້າງຂຶ້ນຢູ່ຕາເວັນອອກກາງແລະ ເອີຣົບຕາເວັນອອກພັດເກີດບັນຫາ ເພາະບໍ່ສອດຄ່ອງກັບສະພາບຕົວຈິງທ້ອງຖິ່ນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງອາເມລິກາທີ່ຖືໂຕ ແລະ ມັກບັງຄັບໃຫ້ປະເທດອື່ນຮັບເອົາຄ່ານິຍົມຂອງຕົນນັ້ນກໍາລັງຊຸດໂຊມລົງໂດຍບໍ່ສາມາດສະກັດກັ້ນໄດ້.

ສອງ: ອິດສາປະເທດອື່ນທີ່ພັດທະນາເຕີບໃຫຍ່ຂຶ້ນ

ກ່ອນດຳເນີນການປະຕິຮູບແລະເປີດປະຕູສູ່ພາຍນອກ, ຍ້ອນເສດຖະກິດຈີນຫຼ້າຫຼັງ, ປະເທດຕາເວັນຕົກທີ່ມີອາເມລິກາເປັນຜູ້ນຳລ້ວນແຕ່ບໍ່ຢາກໃຫ້ຈີນເຂົ້າຮ່ວມໃນຂົງເຂດຕ່າງໆ,ແຕ່ຜົນສຳເລັດທີ່ຈີນໄດ້ຮັບໃນການປະຕິຮູບແລະເປີດປະຕູສູ່

ພາຍນອກຫຼາຍປີມານີ້ເຮັດໃຫ້ທົ່ວໂລກອັດສະຈັນ, ສະນັ້ນ ຈິ່ງເຮັດໃຫ້ອາເມລິກາຮູ້ສຶກບໍ່ສະບາຍໃຈ.

ສາມ: ຖິ້ມຄວາມຮັບຜິດຊອບໃຫ້ຜູ້ອື່ນ, ຄວາມຜິດແມ່ນຂອງຜູ້ອື່ນໝົດ

ອາເມລິກາຖືຕົວເອງເປັນຜູ້ນຳຂອງໂລກມາໂດຍຕະຫຼອດ, ແຕ່ເມື່ອປະສົບພົບພໍ້ຄວາມຫຍຸ້ງຍາກ, ກໍຈະຖິ້ມຄວາມຮັບຜິດຊອບໃຫ້ຜູ້ອື່ນ. ເປັນຕົ້ນວ່າ ບັນຫານິວເຄຼຍແຫຼມເກົາຫຼີ ແລະ ການເສຍປຽບດຸນການຄ້າກັບຈີນ, ອາເມລິກາເຫັນວ່າ ແມ່ນຄວາມຮັບຜິດຊອບຂອງຈີນໝົດ. ແຕ່ຄວາມຈິງແລ້ວ, ຈຸດສຳຄັນຂອງການແກ້ໄຂວິກິດການນິວເຄຼຍແຫຼມເກົາຫຼີຢ່າງເຖິງຖອງແມ່ນຢູ່ນຳທ່າທີຂອງອາເມລິກາ, ນີ້ແມ່ນຄວາມຮັບຜິດຊອບທີ່ຖິ້ມໃຫ້ຜູ້ອື່ນບໍ່ໄດ້ຢ່າງແນ່ນອນ. ຂະນະທີ່ບົດລາຍງານທີ່ຄະນະກຳມະການການຄ້າແຫ່ງຊາດອາເມລິກາຈີນປະກາດນັ້ນສະແດງໃຫ້ເຫັນວ່າ, ແຕ່ປີ 2006 ຫາປີ 2015, ອາເມລະກາໄດ້ສົ່ງອອກສິນຄ້າຕໍ່ຈີນເພີ່ມຂຶ້ນ 115%, ລື່ນກາຍ 10 ຄູ່ການຄ້າຕົ້ນຕໍອື່ນໆ. ຄວາມຈິງແລ້ວ, ຈີນແມ່ນປະເທດທີ່ສຳຄັນທີ່ໄດ້ປະກອບສ່ວນເຂົ້າໃນການເຕີບໂຕຂອງເສດຖະກິດອາເມລິກາ.

ສີ່: "ຂຸມອຸບາຍທະຊິດິດສ໌"

ອາເມລິກາໄດ້ນຳໃຊ້ທິດສະດີ "ຂຸມອຸບາຍທະຊິດິດສ໌" ໃນ 2500 ປີກ່ອນມາບັນຍາຍການພົວພັນລະຫວ່າງຈີນ-ອາເມລິກາທີ່ເປັນການພົວພັນລະຫວ່າງສອງຝ່າຍທີ່ສຳຄັນທີ່ສຸດໃນສະຕະຫວັດທີ 21 ໂດຍເຫັນວ່າ, ຖ້າບໍ່ສະກັດ ກັ້ນທັນທີ, ຖານະຂອງຕົນທີ່ເປັນຜູ້ນຳຂອງໂລກກໍຈະຖືກປະເທດຈີນເຂົ້າແທນໃນອະນາຄົດ. ແຕ່ຄວາມຈິງແລ້ວ, ຈີນໄດ້ເດີນຕາມເສັ້ນທາງໃໝ່ທີ່ພັດທະນາໂດຍສັນຕິ ເຊິ່ງເປັນເສັ້ນທາງທີ່ຕ່າງກັບປະເທດໃຫຍ່ທີ່ເຕີບໂຕໃຫຍ່ຂຶ້ນໃນປະ ຫວັດສາດ. ເດືອນກັນຍາປີ 2015, ທ່ານສີຈີ້ນຜີງ ປະທານປະເທດຈີນໄດ້ຢ້ຽມຢາມອາເມລິກາແລະກ່າວວ່າ: "ໃນໂລກນີ້ບໍ່ມີ 'ຂຸມອຸບາຍທະຊິດິດສ໌', ແຕ່ຖ້າວ່າຢູ່ລະຫວ່າງປະເທດໃຫຍ່ວິນິດໄສຍຸດທະສາດບໍ່ຖືກຕ້ອງວ, ກໍ່ຈະເປັນການສ້າງ 'ຂຸມອຸບາຍທະຊິດິດສ໌'ໃຫ້ແກ່ຕົວເອງ."

ໃນຊູ່ມື້ນີ້ທີ່ເສດຖະ ກິດຈີນ-ອາເມລິກາມີຄວາມອີງອາໄສກັນຢ່າງສູງ ແລະ ມີຜົນປະໂຫຍດຮ່ວມຢ່າງຫຼວງຫຼາຍ, ມາດຕະການຕ່າງໆຂອງອາເມລິກາທີ່ໃຊ້ເພື່ອສະກັດກັ້ນຈີນນັ້ນ ຄວາມຈິງຈະເປັນການກະທຳທີ່ສ້າງຜົນເສຍຫາຍໃຫ້ແກ່ຕົວ ເອງເຊັ່ນດຽວກັນໃນທີ່ສຸດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ