ກອງປະຊຸມສຸດຍອດເວທີປຶກສາຫາລືການຮ່ວມມືສາກົນ "ໜຶ່ງແລວທາງໜຶ່ງເສັ້ນທາງ"ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ ຈີນແຕ່ວັນທີ 14-15 ພຶດສະພາ 2017ນີ້, ວິທະຍຸສາກົນແຫ່ງປະເທດຈີນຫຼືCRIຈະຈັດກິດຈະກຳເສັງຄວາມຮູ້ໃນຫົວຂໍ້ "ຂ້ອຍຮູ້ເສັ້ນທາງສາຍໄໝ-ໜຶ່ງແລວທາງໜຶ່ງເສັ້ນທາງ"ໂດຍເປັການເປີດກວ້າງຕໍ່ເພື່ອນມິດCRIທົ່ວໂລກລະຫວ່າງວັນທີ 15 ເມສາຫາວັນທີ 5 ພຶດສະພາ 2017 ເຊິ່ງຜູ້ໂຊກດີຈະໄດ້ຮັບລາງວັນທີ່ມີເອກະລັກສະເພາະຂອງຈີນ. ທ່ານຍັງສາມາດຂຽນບົດ, ໂດສຮູບພາບ, ວິດີໂອແລະອື່ນໆສົ່ງໄປE-mail laos@cri.cn ເພື່ອເຂົ້າຮ່ວມການສອບເສັງຄວາມຮູ້.
ວັນທີ 5 ພຶດສະພາເປັນມື້ສຸດທ້າຍຂອງກິດຈະກຳນີ້ ແລະວັນທີ 10 ເດືອນດຽວກັນຈະປະກາດລາຍຊື່ຜູ້ໂຊກດີພ້ອມລາງວັນໃນສື່ຕ່າງໆ.
ຄຳຖາມ:
1: ຄຳວ່າ "ໜຶ່ງແລວທາງໜຶ່ງເສັ້ນທາງ"ຫຍໍ້ມາຈາກສອງຂໍ້ໃດ?
A. ແລວທາງເສດຖະກິດເສັ້ນທາງສາຍໄໝ.
B. ເສັ້ນທາງສາຍໄໝທາງທະເລໃນສະຕະວັດທີ 21
C. ເສັ້ນທາງສາຍໄໝໃໝ່
2: ຂໍ້ລິເລີ່ມ "ໜຶ່ງແລວທາງໜຶ່ງເສັ້ນທາງ" ສະເໜີໃນໂອກາດໃດ?
A.ວັນທີ 7 ກັນຍາ 2013, ທ່ານປະທານສີຂິ້ນຜິງສະເໜີຂໍ້ລິເລີ່ມ "ແລວທາງເສດຖະກິດເສັ້ນທາງສາຍໄໝ"ເປັນເທື່ອທຳອິດໃນໂອກາດປາຖະກະຖາຢູ່ມະຫາວິທະຍາໄລນາຈາບາເຢັຟ ປະເທດກາຊັກສະຖານ.
B.ວັນທີ 3 ຕຸລາ 2013, ທ່ານປະທານສີຈິ້ນຜິງສະເໜີຢ່າງຈະແຈ້ງວ່າຮ່ວມກັນສ້າງ "ເສັ້ນທາງສາຍໄໝທາງທະເລໃນສະຕະວັດທີ 21"ໃນໂອກາດປາຖະກະຖາຢູ່ລັດຖະສະພາອິນໂດເນເຊຍ.
3: ເປົ້າໝາຍສຳຄັນຂອງການຮ່ວມມື "ໜຶ່ງແລວທາງໜຶ່ງເສັ້ນທາງ"ມີດ້ານໃດແດ່?
A.ການປະສານງານທາງນະໂຍບາຍ
B.ການເຊື່ອມຈອດທາງພື້ນຖານໂຄງລ່າງ
C.ການຄ້າທີ່ສະດວກ
D.ການເຊື່ອມໂຍງທາງເງິນທຶນ
E.ການເຊື່ອມສຳພັນໄມຕີລະຫວ່າງປະຊາຊົນ