ບ້ານ​ລີ້​ຊິນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກດ້ວຍ​ທ່າ​ແຮງ​ອຸດ​ສາ​ຫະ​ກຳ​ທີ່​ເປັນ​ເອ​ກະ​ລັກ
2017-05-24 15:37:35  cri 

ບ້ານ​ລີ້​ຊິນ​ຕາ​ແສງ​ກາ​ສື​ເກິ່ນ​ເມືອງ​ເຈິ້ນ​ລ້າຍ​ແຂວງ​ຈີ​ລິນ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ສ​ປ​ຈີນ​ເປັນ​ບ້ານ​ທຸກ​ຍາກ​​ແລະ​ຖື​ເອົາ​ການ​ປູກ​ຝັງ​ເປັນ​ຕົ້ນ​ຕໍ. ທົ່ວ​ບ້ານ​ມີ​ປະ​ຊາ​ກອນ​ພຽງ 197 ຄອບ​ຄົວ 630ຄົນ​ເທົ່​າ​ນັ້ນ ແລະ ຫຼາຍກວ່າ 95% ​ປູກ​ເຂົ້າ​ເປັນ​ຕົ້​ນ​ຕໍ.

ປັດ​ຈຸ​ບັນ, ບ້ານ​ລີ້​ຊິນ​ກຳ​ລັງ​ກໍ່​ສ້າງ​ເຂດ​ນິ​ຄົມ​ອຸດ​ສາ​ຫະ​ກຳ​ເຫັດ​ຫູ​ໜູ ເຊິ່ງ​ເປັນ​ຮູບ​ແບບ​ໜຶ່ງ​ເພື່ອຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​​ໂດຍ​ການ​ສຶກ​ສາ​ຄົ້ນ​ຄວ້າ​ຮ່ວມ​ກັນ​ຂອງ​ຕາ​ແສງ​ກາ​ສື​ເກິ່ນ​ແລະ​ບ້ານ​ລີ້​ຊິນ. ​"ວິ​ສາ​ຫະ​ກິດ​ກ້າວ​ນຳ​ພາບວກ​ຄອບ​ຄົວ​ທຸກ​ຍາກ"ເປັນ​ຮູບ​ແບບ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ແບບ​ໜຶ່ງ​ທີ່​ເມືອງ​ເຈິ້ນ​ລ້າຍປະ​ຕິ​ບັດ​ຢູ່​ບ້ານ​ດັ່ງ​ກ່າວ​​ເພື່ອເຮັດ​ໃຫ້​ຄອບ​ຄົວ​ທຸກ​ຍາກ​ມີ​ລາຍ​ຮັບ​ເພີ່ມ​ຂຶ້ນ,ຮັບ​ປະ​ກັນ​ໃຫ້​ຜູ້​ທີ່​ບໍ່​ມີ​ຄວາມ​ສາ​ມາດ​ອອກ​ແຮງ​ງານ​ນັ້ນ​ມີ​ລາຍ​ຮັບ​ໂດຍ​ພື້ນ​ຖານ​ທັງ​ຊຸກ​ຍູ້​ຄອບ​ຄົວ​ທຸກ​ຍາກ​ຂອງ​ເມືອງ​ດັ່ງ​ກ່າວຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​​ຍາກ.

ນັກ​ຂ່າວ​ລາຍ​ງານວ່າ: ປີ 2017 ນີ້,ແຂວງ​ຈີ​ລິນ​ຈະ​ປະ​ຕິ​ບັດ​ມາດ​ຕະ​ການ​ຕ່າງໆ​ເປັນ​ຕົ້ນ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ,ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​,ສ້າງວຽກ​ເຮັດ​ງານ​ທຳ,ປັບ​ປຸງ​ລະ​ບົບ​ປະ​ກັນ​ສັງ​ຄົມ​ໃຫ້​ສົມ​ບູນ​ຂຶ້ນ​ແລະ​ອື່ນໆ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ເຮັດ​ໃຫ້ 2 ແສນ​ຄົນຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລະ​ລຶບ​ລ້າງ​ບ້ານ​ທຸກ​ຍາກ​ໃຫ້​ໄດ້ 600 ບ້ານ.

1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ