ຊີ​ວິດ​ໃໝ່​ຂອງຈ່າງ​ລຽງ​ກ່າງ​ຢູ່​ບ້ານ​ຕຸ່ງ​ຈ່າງ
2017-06-16 16:19:48  cri 

ບ້ານ​ຕຸ່ງ​ຈ່າງ​ກຸ່ມ​ບ້ານ​ກ່າວ​ເສິງ​ເມືອງ​ຈື່​ໂປ​ແຂວງ​ຊ່ານ​ຕົ່ງ​ເປັນ​ບ້ານ​ທຸກ​ຍາກ​​ທີ່​ເປັນ​ເປົ້າ​ໝາຍ​ແກ້​ໄຂ​ຂັ້ນແຂວງ, ​ຂະ​ນະ​ທີ່ຊາວ​ບ້ານ​ຜູ້​ໜຶ່ງ​ຊື່​ວ່າ ຈ່າງ​ລຽງ​ກ່າງ ​ທີ່ປີ​ນີ້​ອາ​ຍຸ 35 ປີນັ້ນ​ຊາວ​ບ້ານ​ດັ່ງ​ກ່າວ​ກໍ​ເຄີຍ​ເປັນ​ຜູ້​ທຸກ​ຍາກ​​​ໃນເມື່ອ​ກ່ອນ. ​ແນວ​ໃດ​ກໍ​ດີ​ມາ​ຮອດປີ 2015, ຈາກ​ການ​ນຳ​ພາ​ຂອງ​ສະ​ຫາຍ​ຈ່າງ​ຮ້າວ ເລ​ຂາ​ຄະ​ນະ​ພັກ​ບ້ານຈ່າງ​ຕຸ່ງ​ໂດຍ​ການສ້າງ​ຕັ້ງ​ສະ​ຫະ​ກອນ​ວິ​ຊາ​ການ​ປູກ​ພືດ​ກະ​ສິ​ກຳ​​ຂຶ້ນ​ແລະ​ໄດ້​ຮັບ​ເອົາ​ ຈ່າງ​ລຽງ​ກ່າງ​ເປັນ​ພະ​ນັກ​ງານ​ສົມ​ບູນ ທັງມ​ອບທຶນ​ໃຫ້ໄປ​​ຮ່ຳຮຽນ​ວິ​ຊາ​ເຕັກ​ນິກ​ບັນ​ຊາ​ຍົນ​ບໍ່​ມີ​ຄົນ​ຂັບ​ສີດຢາ​ປາບ​ສັດ​ຕູ​ພືດ. ປັດ​ຈຸ​ບັນ, ​ຈ່າງ​ລຽງ​ກ່າງ​ໄດ້​ກາຍ​ເປັນ​ຜູ້​ຊຳ​ນານ​ໃນ​ການ​ບັນ​ຊາ​ຍົນ​ບໍ່​ມີ​ຄົນ​ຂັບ​ເພື່ອ​ການ​ກະ​ສິ​ກຳ ແລະ​ສາ​ມາດ​ສ້າງລາຍ​ຮັບ​​ໄດ້ເຖິງ 5 ໝື່ນຢວນ​ຕໍ່​ປີ ​ເຊິ່ງ​​ກໍ​ໝາຍ​ຄວາມ​ວ່າ​ລາວ​ມີ​ຊີ​ວິດ​ໃໝ່​​ແລະຫຼຸດ​ພົ້ນ​​ອອກຈາກ​ຄວາມ​ທຸກ​ຍາກແລ້ວ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ