"ແຫຼ່ງຫຼໍ່​ລ້ຽງ"​ບົນ​ເສັ້ນ​ທາງ​ເຄື່ອນ​ທັບ​ທາງ​ໄກ​ຂອງກອງ​ທັບ​ແດງ
2017-06-23 16:57:41  cri 

ບ້ານ​ຊື​ຢື້​ນ້າ​ກຸ່ມ​ບ້ານ​ວາງ​ຈ້າງ​ເມືອງ​ເຕ​ປູ້​ກິ່ງ​ແຂ​ວງ​ເຜົ່າ​ຕິ​ເບດ​ກ່ານ​ນານ​ແຂວງ​ກ່າ​ນ​ຊູ ສ​ປ ຈີນ​​ເຖິງວ່າເປັນ​ບ້ານ​ນ້ອຍ​ທີ່​ມີ​​ປະ​ຊາ​ກອນ​ພຽງ 200 ກວ່າ​​ຄົນ​ເທົ່າ​ນັ້ນ, ແຕ່​ບ້ານ​ນ້ອຍ​ແຫ່ງ​ນີ້​ເຄີຍ​ໄດ້​ມີ​ບົດ​ບາດ​ທີ່​ສຳ​ຄັນ​ບົນ​ເສັ້ນ​ທາງ​ເຄື່ອນ​ທັບ​ທາງ​ໄກ​ຂອງກອງ​ທັບ​ແດງ.

ເດືອນ​ກັນ​ຍາ​ປີ 1935, ກອງ​ທັບ​ແດງ​ສູນ​ກາງ​ທີ່​ກຳ​ລັງ​ເຄື່ອນ​ທັບ​ທາງ​ໄກນັ້ນ​ໄດ້​ເດີນ​ທາງ​ເຖິງ​ເມືອງ​ເຕ​ປູ້ ແລະ​ທ່ານ​ເໝົາ​ເ​ຊ​ຕຸງ​ທີ່​ຢູ່​ເຮືອນ​ສອງ​ຊັ້ນ​ຂອງ​ຕົນ​ເອງ​ໃນ​ບ້ານ​ຊື​ຢື້​ນ້າກໍ​ໄດ້​ອອກ​ຄຳ​ສັ່ງ "ຍຶດຮ່ອມ​ພູ​ລື້​ຈື​ໂຂວ​ພາຍ​ໃນ​ເວ​ລາ 3 ວັນ". ທ່ານ​ຢາງ​ຈີ່​ຊິ້ງ ​ຜູ້​ມີ​ອິດ​ທິ​ພົນ​ໃນ​ບ້ານ​ທີ່ສະ​ໜັບ​ສະ​ໜູນກອງ​ທັບ​ແດງ​ໄດ້​ເປີດ​ສາງ​​ສະ​ໜອງ​ເຂົ້າ​ໃຫ້​ກອງ​ທັບ​ແດງ ເຊິ່ງ​ສາ​ມາດ​ສ້າງ​ສ້າງ​ໄດ້​ ພື້ນ​ຖານ​ດ້ານ​ວັດ​ຖຸ​ໃຫ້​ແກ່ກອງ​ທັບ​ແດງ​ເປີດ​ເສັ້ນ​ທາງ​ສູ່​ພາກ​ເໜືອ​ຂອງ​ປະ​ເທດ. ດ້ວຍ​ເຫດ​ນີ້, ​ຄົນ​ຮຸ່ນຫຼັງ​ຈິ່ງ​ເອີ້ນເມືອງ​ເຕ​ປູ້​ວ່າ "ແຫຼ່ງຫຼໍ່​ລ້ຽງ"​ບົນ​ເສັ້ນ​ທາງ​ເຄື່ອນ​ທັບ​ທາງ​ໄກ.

1  2  3  4  5  6  7  8  9  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ