ແມ່​ນ້ຳ​ຢາ​ລົງ​ຈາງ​ໂບ---ແຫຼ່ງ​ກຳ​ເນີດ​ວັດ​ທະ​ນະ​ທຳ​ເຜົ່າ​ພິ​ເບດ
2017-08-04 16:18:23  cri 

ແມ່​ນ້ຳ​ຢາ​ລົງ​ຈາງ​ໂບເປັນ​ແມ່​ນ້ຳ​ເທິງ​ພູ​ພຽງ​ທີ່​ຍາວກວ່າ​ໝູ່​ຂອງ​ຈີນ ເຊິ່ງ​ຕັ້ງ​ຢູ່​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບດ ທັງ​ເປັນ​ໜຶ່ງ​ໃນ​ບັນ​ດາ​ແມ່​ນ້ຳ​ໃຫຍ່​ທີ່ສູງ​ຈາກ​ໜ້າ​ນ້ຳ​ທະ​ເລ​ສູງ​ສຸດ​ໃນ​ໂລກ.ຄຳ​ວ່າ ຢາ​ລົງ​ຈາງ​ໂບ ໃນ​ພາ​ສາ​ຕິ​ເບດ​ໝາຍ​ຄວາມ​ວ່າ ນ້ຳ​ໄຫຼ​ຈາກ​ຈອມ​ພູ ແລະ​ເຜົ່າ​ຕິ​ເບດ​ຖື​ເປັນ​ "ອູ່​"ແລະ​ແມ່​ນ້ຳ​ມານດາ. ຍ່ານ​ເໜືອ​ຂອງ​ແມ່​ນ້ຳ​ຢາ​ລົງ​ຈາງ​ໂບ​ເປັນ​ແມ່​ນ້ຳ​ສູງ​ຈາກ​ລະ​ດັບ​ໜ້າ​ນ້ຳ​ທະ​ເລຫຼາຍກວ່າ​ໝູ່​ໃນ​ໂລກ ທັງ​ເປັນ​ແມ່​ນ້ຳ​ທີ່​ໄຫຼ​ຜ່ານ​ພູມ​ສັນ​ຖານ​ຊັນ​ຄ້ອຍ​ທີ່​ສຸດ​ຂອງ​ຈີນ. ແມ່​ນ້ຳ​ດັ່ງ​ກ່າວ​ມີ​ຍອດ​ນ້ຳ​ມາ​ຈາກລານ​ນ້ຳ​ກ້ອນ​ເຈ​ມາ​ຢາງ​ຈົ່ງ​ຢູ່​ຕີນ​ພູ​ທິດ​ເໜືອງ​ຂອງ​ພູ​ຫິ​ມະ​ໄລ ​ທາງພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຕິ​ເບດ ໂດຍ​ແມ່​ນ້ຳ​ດັ່ງ​ກ່າວ​ໄດ້​ໄຫຼ​ຜ່ານ​ພາກ​ໃຕ້​ຕິ​ເບດແຕ່​ຕາ​ເວັນ​ຕົກ​ຫາ​ຕາ​ເວັນ​ອອກ​ ແລ້ວ​ລ້ຽວ​ຜ່ານ​ພູນາມ​ຈາບ​ຣາ​ວາ (Namjagbrawa)ສົ້ນ​ຕາ​ເວັນ​ອອກ​ສຸດ​ຂອງ​ສາຍ​ພູ​ຫິ​ມະ​ໄລຈາກ​ນັ້ນ​ກໍໄຫຼ​ໄປ​ທິດ​ໃຕ້​ຜ່ານປາ​ຊິກ​ຮັດ( Pasighat )ອອກ​ຈາກ​ຈີນ​ສູ່​ອິນ​ເດຍ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ