ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຈະ​ນໍາພາ​ການ​ປະ​ຕິ​ຮູ​ບດ້ວຍ​ລະບົບ ​ນິຕິບັນຍັດ
  2014-03-04 15:57:11  cri

ວັນ​ທີ 4 ມີນາ​ນີ້, ທ່ານ​ນາງ​ຟູ້ຢິ໋ງ, ​ໂຄສົກ​ກອງ​ປະຊຸມ​ຄັ້ງ​ທີ 2 ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນສະ​ໄໝ​ທີ 12 ກ່າວ​ວ່າ, ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຈະ​ນໍາພາ​ການ​ປະ​ຕິ​ຮູ​ບດ້ວຍລະບົບນິຕິບັນຍັດ ຄື ຕ້ອງ​ປິ່ນ​ອ້ອມ​ໂຄງການ​ປະ​ຮູບ​ທີ່​ສໍາຄັນທີ່​ປະຊາ​ຊົນ​ເປັນ​ຫ່ວງ​ທີ່​ສຸດ, ຕ້ອງ​ເຮັດ​ໃຫ້ການ​ປະຕິ​ຮູບ​ທີ່​ສໍາຄັນ​ຂອງ​ພວກ​ຂ້າພະ​ເຈົ້າ​ມີ​ຂໍ້​ອ້າງ​ອີງ​ດ້ານ​ກົດໝາຍ ​ເພື່ອ​ເຮັດ​ໃຫ້ການ​ປະຕິ​ຮູບ​ດໍາ​ເນີນ​ໄປ​ຢ່າງ​ສະດວກ​ໃນ​ວົງ​ໂຄຈອນ​ດ້ານ​ກົດ​ໝາຍ.

ທ່ານນາງຟູ້ຢິ໋ງກ່າວ​ວ່າ, ການ​ລົງ​ເລິ​ກການ​ປະຕິ​ຮູບ​ຢ່າງຮອບດ້ານ​ເປັນ​ຫົວ​ຂໍ້​ທີ່​ສໍາຄັນຂອງ​ຈີນ​ໃນ​ປັດຈຸບັນ, ໜ້າ​ທີ່​ທີ່​ສໍາຄັນ​ຂອງສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແລະ​ຄະນະ​ປະ​ຈໍາສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນກໍ​ແມ່ນ​ສະໜອງ​ການ​ຄໍ້າປະກັນ​ດ້ານ​ລະ​ບອບ​ກົດໝາຍ​ໃຫ້​ແກ່​ການ​ລົງ​ເລິ​ກການ​ປະຕິ​ຮູບ​ຢ່າງຮອບດ້ານ. ​ຄະນະ​ປະ​ຈໍາສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ວາງ​​ໂຄງການ​ນິຕິ​ນິບັນຍັດ​ໄລຍະ 5 ປີ​ສະບັບ​ໃໝ່, ​ໃນ​ນັ້ນ, ມີ 68 ​ໂຄງການ​ຕິ​ນິບັນຍັດ ​ເຊິ່ງລ້ວນ​ແຕ່​​ແມ່ນບັນຫາ​ທີ່​ປະຊາຊົນ​ໃຫ້​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ.