ທາງ​ລົດ​​ໄຟ​ເໝີ​ງ​ເຮີ​ທີ່​ເປັນ​ທາງ​ອອກ​ເມືອງ​ຂອງ​​ແຂວງຢູນນານ​ຂອງ​ຈີນ​ຈະ​ສ້າງ​ສໍາ​ເລັດ​ພາຍ​ໃນ​ປີ​ນີ້
  2014-04-08 15:08:23  cri

ອຸ​​ໂມງຊ່າ​ຖຽນປ້າ​ທີ່​ມີຄວາມ​ຍາວ​ເຖິງ 2963 ​ແມັດ​ທີ່​ເປັນ​ອຸ​ໂມງ​ແຫ່ງ​ສຸດ​ທ້າຍ​ຂອງ​ທາງ​ລົດ​​ໄຟ​ເໝີ​ງຈື້-​ເຮີ​ໂຂ​ວ​​ໄດ້​ສ້າງ​ສໍາ​ເລັ​ດ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້ ​ເຊິ່ງ​ໄດ້​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ສ້າງ​ທາງ​ລົດ​​ໄຟ​ສາຍ​ດັ່ງກ່າວ​ແລະ​ເປີດ​ບໍລິການພາຍ​ໃນ​ປີ​ນີ້.

ທາງ​ລົດ​​ໄຟເໝີ​ງ​ເຮີ​ເປັນ​ໂຄງການ​ທີ່​ສໍາຄັນ​ຂອງຍຸດ​ທະ​ສາດ​ແຫ່ງ​ການ​ພັ​ດທະ​ນາ​ພາກ​ຕາ​ເວັນຕົກ​​ແຫ່ງ​ຊາດ​ແລະ​ການ​ກໍ່ສ້າງ​ດ່ານ​ໜ້າ​ຂອງ​ແຂວງ​ຢູນນານ, ​ເປັນ​ພາກສ່ວນ​ທີ່​ສໍາຄັນ​ຂອງ​ການ​ວາງ​ແຜນ​ກໍ່ສ້າ​ງທີ່ຢູ່ພາຍ​ໃນ​ປະ​ເທດ​ຂອງສາຍ​ຕາ​ເວັນ​ອອກ​ຂອງ​ທາງ​ລົດ​​ໄຟ​ຜ່ານ​ອາຊີ. ທາງ​ລົດ​​ໄຟ​ເໝີ​ງ​ເຮີມີ​ຄວາມຍາວທັງ​ໝົດ 141,44 ກິ​ໂລ​ແມັດ, ທິດ​ເໜືອ​ເລີ່​ມ​ແຕ່​ສະ​ຖາ​ນີລົດ​​ໄ​ຟເໝີ​ງຈື້​​ເໜືອ, ທິດ​ໃຕ້​ໄປ​ເຖິງ​ສະຖາ​ນີລົດ​​ໄຟ​ເຮີ​​ໂຂ​ວ​ເໜືອ ​ແລະ​ຕິດ​ກັບ​ຕາ​ຄ່າ​ຍທາງ​ລົດ​ໄຟ​ຫວຽດນາມ ​ເຊິ່ງເປັນ​ທາງ​ລົດ​​ໄຟ​ສາກົນ​ອອກ​ເມືອງ​ຢູ່​ແຂວງ​ຢູນໜານ.