ນາຍົກ​ສິງກະ​ໂປກ່າວ​ວ່າ, ສາ​ເຫດ​ຕົ້ນຕໍ​ຂອງການ​ເຕີບ​ໂຕ​ຂອງອາຊີ​ແມ່ນ​ຍ້ອນ​ການເຊື່ອມ​​ໂຍງ​ເຂົ້າກັນຂອງ​ພາກ​ພື້ນຈີນ-ອາ​ຊຽນ
  2014-09-16 15:53:04  cri

ວັນ​ທີ 16 ກັນຍາ​ນີ້, ງານວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງທີ 11 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນຄັ້ງ​ທີ 11 ທີ່​ຈັດ​ຮ່ວມ​ກັນ​ໂດຍ​ຈີນ​ແລະ 10 ປະ​ເທດ​ອາ​ຊຽນ ​ໄດ້​​ໄຂ​ຂຶ້ນ​ຢູ່ນະຄອນ​ນານ​ນິງ, ​ເຂດ​ປົກຄອງ​ຕົນ​​ເອງ​ເຜົ່າ​ຈວ້ງກວາງຊີ​ຂອງ​ຈີນ. ທ່ານ​ລີ​ຊຽນລຸງ, ນາຍົກລັດຖະມົນຕີສິງກະ​ໂປ ທີ່​ເປັນ​ປະ​ເທດ​ກິດ​ຕິ​ມະ​ສັກ​ຂອງ​ງານ​ວາງສະ​ແດງ​ຄັ້ງນີ້ ​ໄດ້​ກ່າວ​ຄໍາ​ປາ​ໄສ​ໃນ​ພິທີ​ໄຂ​ງານ​ຄັ້ງ​ນີ້​ວ່າ, ສາ​ເຫດ​ຕົ້ນຕໍ​ຂອງການ​ເຕີບ​ໂຕ​ຂອງອາຊີ​ແມ່ນ​ຍ້ອນການ​ເຕີບ​ໂຕ​ຂອງ​ເສ​ດຖະກິດ​ຂອງ​ຈີນ ​ແລະ​ການເຊື່ອມ​​ໂຍງ​ເຂົ້າ​ກັນຂອງ​ພາກ​ພື້ນຈີນ-ອາ​ຊຽນ.

ທ່ານ​ລີ​ຊຽນລຸງ​ກ່າວ​ວ່າ, ພາຍຫຼັງ​ໄດ້​ເຊັນ​ສັນຍາ​ວ່າ​ດ້ວ​ຍການ​ຄ້າ​ສິນຄ້າ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ໃນ​ປີ 2005 ​ເປັນ​ຕົ້ນ​ມາ, ການ​ຄ້າ​ສອງ​ຝ່າຍ​ໄດ້​ເພີ່ມ​ຂຶ້ນຫຼາຍກວ່າ 3 ​ເທົ່າ, ອາ​ຊຽນກໍ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ 3 ຂອງ​ຈີນ​ເຊັ່ນ​ກັນ, ສ່ວນ​ການ​ພັດທະນາ​ຂອງ​ອາຊີ​ກໍ​ໄດ້​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ຈໍາ​ນວນຫຼວງ​ຫຼາຍ​ຂອງ​ອາ​ຊຽນ​ແລະ​ຈີນ ​ໂດຍ​ໄດ້​ເຮັດ​ໃຫ້​ມີ​ລາຍ​ໄດ້​ເພີ່ມຂຶ້ນ, ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ. ທ່ານ​ລີ​ຊຽນລຸງ​ກ່າວຕື່ມ​ວ່າ, ​ໃນ 10 ປີ​ຫຼື​ເວລາຫຼາຍ​ກວ່າ 10 ປີ​ຕໍ່ໜ້າ, ຈີນ​ຈະ​ສືບ​ຕໍ່​ຮັກສາ​ທ່າ​ອ່ຽງການ​ເຕີ​ບ​ໂຕ​ທີ່​​ແຂງ​ແຮງ, ນີ້​ມີ​ຜົນ​ສະທ້ອນ​ອັນ​ຕັ້ງໜ້າ​ຕໍ່​ການ​ພັດທະນາ​ຂອງ​ພາກ​ພື້ນ​ພວກ​ເຮົາ.